ເລີ່ມການເຄື່ອນໄຫວສະເຫລີມສະຫລອງ45ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຍີ່ປຸ່ນ-ຫວຽດນາມ

(VOVWORLD) -ຕອນຄ່ຳວັນທີ 9 ມັງກອນ ຢູ່ ຮ່າໂນ້ຍ, ສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ໄດ້ຈັດງານລ້ຽງຕ້ອນຮັບປີໃຫມ່ສາກົນ ແລະ ເລີ່ມການເຄື່ອນໄຫວສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ. 

ເລີ່ມການເຄື່ອນໄຫວສະເຫລີມສະຫລອງ45ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຍີ່ປຸ່ນ-ຫວຽດນາມ - ảnh 1 ທ່ານ Kunio Umeda, ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳຫວຽດນາມ

ພາບ:truyenhinhnghean

ທີ່ພິທີ, ທ່ານ Kunio Umeda ເອກອັກຄະລັດຖະທູດ ຍີປຸ່ນ ໄດ້ເນັ້ນຫນັກວ່າ: ປີ 2018 ແມ່ນຂີດໝາຍແຫ່ງໄລຍະທາງສຳຄັນໃນການພົວພັນລະຫວ່າງສອງປະເທດ. ສອງຝ່າຍບັນລຸໄດ້ຫລາຍຜົນງານແຫ່ງການຮ່ວມມືກະໂດດຂັ້ນໃນທຸກຂົງເຂດ ຈາກຂົງເຂດການເມືອງ, ເສດຖະກິດຕະຫລອດຮອດວັດທະນະທຳການສຶກສາ, ການພົບປະແລກປ່ຽນປະຊາຊົນ. ໃນປີ 2018 ຈະມີການເຄື່ອນໄຫວຫລາຍຢ່າງເພື່ອສະເຫລີມສະຫລອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ