ເລີ່ມດຳເນີນບັ້ນເຄື່ອນໄຫວເພື່ອລົບລ້າງການໃຊ້ຄວາມຮຸ້ນແຮງສຳລັບແມ່ຍິງ ແລະ ເດັກຍິງ

ເລີ່ມດຳເນີນບັ້ນເຄື່ອນໄຫວເພື່ອລົບລ້າງການໃຊ້ຄວາມຮຸ້ນແຮງສຳລັບແມ່ຍິງ ແລະ ເດັກຍິງ - ảnh 1
(ບັ້ນເຄື່ອນໄຫວເພື່ອລົບລ້າງການໃຊ້ຄວາມຮຸ້ນແຮງສຳລັບແມ່ຍິງ ແລະ ເດັກຍິງ)

(vovworld) – ​ເພື່ອ​ຕອບ​ສະໜອງ​ວັດ​ສາກົນລົບ​ລ້າງ​ກາ​ນ​ໃຊ້​ຄວາມ​ຮຸ້ນ​ແຮງສຳລັບ​ແມ່ຍິງ ​ແລະ ​ເດັກ​ຍິງ (25/11), ຕອນ​ເຊົ້າ​ວັນ​ທີ 23/11, ຢູ່​ຮ່າ​ໂນ້ຍ, ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ໄດ້​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ອົງການ​​ສະຫະ​ປະຊາ​ຊາດ ປະຈຳ​ຫວຽດນາມ ຈັດ​ຕັ້ງ​ພິທີ​ເລີ່​ມ​ດຳ​ເນີນ​ບັ້ນ​​ເຄື່ອນ​ໄຫວ​ເພື່ອ​ລົບ​ລ້າງ​ກາ​ນ​ໃຊ້​ຄວາມ​ຮຸ້ນ​ແຮງສຳລັບ​ແມ່ຍິງ ​ແລະ ​ເດັກ​ຍິງ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຕີ​ລາຄາ​ສູງ ​ແລະ ຍ້ອງຍໍ​ຊົມ​ເຊີຍບັນດາ​ຄວາມ​ມານະ​ພະຍາຍາມ​ຂອງອົງການ​ຈັດ​ຕັ້ງ ​ແລະ ສ່ວນບຸກຄົນ ​ສຳລັບ​ວຽກ​ງາ​ນປ້ອງ​ກັນ, ຕ້ານ​ການ​ໃຊ້​ຄວາມ​ຮຸ້ນ​ແຮງ​ໃນ​ຄອບຄົວໃນ​ໄລຍະ. ​ແຕ່​ວ່າ, ປະ​ສິດທິ​ຜົນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ໃຊ້​ຄວາມ​ຮຸ້ນ​ແຮງ​ໃນ​ຄອບຄົວຍັງ​ຕໍ່າ​ຢູ່. ສະ​ນັ້ນ, ຕ້ອງ​ຍົກ​ສູງ​ຄວາມ​ຮັບ​ຮູ້ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ​ເພື່ອ​ປ່ຽນ​ແປງ​ການ​ກະທຳ​ສຳ​ລັບ​ການ​ໃຊ້​ຄວາມ​ຮຸ້ນ​ແຮງ​ໃນ​ຄອບຄົວ ​ແມ່ນ​ໜ້າ​ທີ່​ຂອງ​ທົ່ວ​ສັງຄົມ. ທ່ານ ຫງວຽນ​ທ້ຽນ​ເຍີນ ​ເນັ້ນ​ໜັກ​ວ່າ.

        “ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ສູນ​ກາງ​ສະມາຄົມ​ຫວຽດນາມ ສືບ​ຕໍ່​ເປັນ​ເຈົ້າ​ການ, ສົມທົບ​ກັບສະຫະພັນ​​ແມ່ຍິງ​ຫວຽ​ດນາມ ຢ່າງຕັ້ງ​ໜ້າ​ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ລະອຽດ, ​ແນ​​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ພະນັກງານ​ສະມາຊິກ​ຂອງ​ຕົນ ປະຕິບັດ​ການ​ປ້ອງ​ກັນ, ຕ້ານ​ການ​ໃຊ້​ຄວາມ​ຮຸ້ນ​ແຮງ​ໃນ​ຄອບຄົວ​ຫຼາຍກວ່າ​ອີກ, ສ້າງ​ຄອບຄົວ​ທີ່​ອີ​່ມໜຳ​ສຳ​ລານ ​ແລະ ຜາ​ສຸກ. ພວກ​ເຮົາ​ເຊື່ອມ​ໝັ້ນ​ວ່າ, ດ້ວຍ​ຄວາ​ມານະ​ພະຍາຍາມ​ຂອງ​ລັດຖະບານ, ບັນດາ​ຂະ​ແໜງ​ການ, ທຸກ​ຂັ້ນ ​ແລະ ທົ່ວ​ສັງຄົມ, ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ຄອບຄົວ​ສຳລັບ​ແມ່ຍິງ ​ແລະ ​ເດັກ​ຍິງ ຈະ​ບັນລຸ​ໄດ້ຜົນ​ງານ​ທີ່​ດີ​ກວ່າ, ປະກອບສ່ວນ​ສ້າງ​ຊີວິດ​​ໃຫ້​ຊາວຫວຽດນາມ ​ແຕ່ລະຄົນ ນັບ​ມື້​ນັບ​ດີງາມ ​ແລະ ພັດທະນາ, ​ເຮັດ​ໃຫ້​ຄອບຄົວ​ຫວຽດນາມ ກາຍ​ເປັນ​ພື້ນຖານ​ສັງຄົມ​ທີ່​ໝັ້ນຄົງ, ​ເຂັ້ມ​ແຂງ ຊ່ວຍ​ຫວຽດນາມ ພັດທະນາ​ຢ່າງ​ໄວ ​ແລະ ໝັ້ນຄົງ​ໃນ​ສະຕະວັດ​ທີ 21”.

ຂ່າວ/ບົດ​ອື່ນ