ເວທີປາໄສທະເລອາຊຽນ ເປີດກວ້າງ: ສ້າງຄວາມໄວ້ເນື້ອ ເຊື່ອໃຈແມ່ນພື້ນຖານສຳຄັນໃຫ້ການຊຸກຍູ້ການຮ່ວມມືທະເລ

ເວທີປາໄສທະເລອາຊຽນ ເປີດກວ້າງ: ສ້າງຄວາມໄວ້ເນື້ອ ເຊື່ອໃຈແມ່ນພື້ນຖານສຳຄັນໃຫ້ການຊຸກຍູ້ການຮ່ວມມືທະເລ - ảnh 1
(ພາບປະກອບ)

(vovworld) – ​ເວທີ​ປາ​ໄສ​ທະ​ເລອາ​ຊຽນ ​ແລະ ​ເວທີ​ປາ​ໄສ​ທະ​ເລ​ອາ​ຊຽນ​ເປີດ​ກວ້າງ ຫາ​ກໍ່​ອັດ​ລົງ​ຢູ່​ນະຄອນ​ດ່າ​ນັ້ງ ພາຍຫຼັງ​ດຳ​ເນີນ​ມາເປັນ​ເວລາ 2 ວັນ. ຄຽງ​ຂ້າງ​ການ​ສືບ​ທອດ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ກ່ອນ​ນັ້ນ, ​ເວທີ​ປາ​ໄສ​ຄັ້ງ​ນີ້ຍັງສືບ​ຕໍ່ມີ​ການ​ປ່ຽນ​ແປງ​ໃໝ່, ​ເນັ້ນ​ໜັກ​ເຖິງ​ບັນດາ​ການ​ເຄື່ອນ​ໄຫວ​ລະອຽດກວ່າ ​ເພື່ອ​ແນ​ໃສ່​ຮັບປະກັນ​ກົດໝາຍ​ສາກົນ, ສົນທິສັນຍາກົດໝາຍວ່າ​ດ້ວຍ​ທະ​ເລ ​ທີ່​ຖືກ​ນຳ​ໃຊ້​ໃນສະພາບ​ຕົວ​ຈິງ.

        ຕາມ​ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ຫວຽດນາມ ຝ້າ​ມກວາງ​ວິ​ງ​ແລ້ວ, ​ໃນ​ບັນດາ​ວາລະ​ປະຊຸມ​ທີ່​ເວທີ​ປາ​ໄສ, ບັນດາ​ປະ​ເທດ​ໄດ້​ແບ່ງປັນ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງເພີ່ມ​ທະວີ​ການສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ປະຕິບັດ​ຄວາມ​ລະງັບ​ໃຈ, ​ແກ້​ໄຂ​​ຄວາມ​ຂັດ​ແຍ້​ງຕ່າງໆໂດຍ​ສັນຕິ​ວິ​ທີ, ບໍ່​ນາບຂູ່ ​ຫຼື ນາບ​ຂູ່​ນຳ​ໃຊ້​ອາວຸດ, ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ສະກັດ​ກັ້ນ ​ແລະ ຄວບ​ຄຸມ​ປະກົດ​ການ​ຕ່າງໆ​ບົນ​ທະ​ເລ.

        “​​ໃນ​ການແລກປ່ຽນ, ບັນດາ​ປະ​ເທດ​ໄດ​້​ເນັ້ນ​ໜັກ​ເຖິງ​ເລື່ອງ​ຕ້ອງ​ປະຕິບັດ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ​ທະ​ເລເພື່ອ​ຮັບປະກັນ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ​ຢູ່​ພາກ​ພື້ນ​ນີ້. ບັນດາ​ປະ​ເທດ​ກໍ່​ສະໜັບສະໜູນ​ຂໍ້​ຕົກລົງ​ຂອງ​ອາຊຽນ ​ໃນ​ໄລຍະຜ່ານ​ມາ ​​ແມ່ນປະຕິບັດ 5 ມາດ​ຕາ​ຂອງ DOC ​​ແມ່ນ​ລະງັບ​ໃຈ ​ແລະ ບໍ່​ມີ​ການ​ກະທຳເຮັດ​ໃຫ້​ສະພາບ​ການ​ສັບ​ສົນ​ຂຶ້ນ​ຕື່ມພ້ອມ​ທັງ​ຮຽກຮ້ອງ​ໃຫ້​ທັງ​ອາ​ຊຽນ ​ແລະ ຈີນ ຍູ້​ແຮງ​ການ​ທາ​ບທາມ​ຄວາມ​ເຫັນ​ກວ່າ​ອີກ ​ເພື່​ອມີ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ COC ​ໂດຍ​ໄວ. ບັນດາ​ປະ​ເທດ​ກໍ່​ແລກປ່ຽນຫຼາຍ​ບັນຫາ​ກ່ຽວ​ກັບ​ຂົງ​ເຂດ​ຮ່ວມ​ມື, ຖື​ການ​ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແມ່ນ​ເງື່ອນ​ໄຂ​ສຳຄັນ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ຫຼາຍ​ກວ່າ​ອີກ.”

        ​ເວທີ​ປາ​ໄສ​ກໍ່​​ດຳ​ເນີນ​ການຕີ​ລາຄາ​ສະພາບ​​ປະຕິບັດສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ​ແບ່ງປັນ​ບົດຮຽນ​ໃນ​ການ​ປະຕິບັດ ກໍ່​ຄື​ແລກປ່ຽນ​ກ່ຽວ​ກັບ​ທິດ​ທາງ​ຮ່ວມ​ມື​ເພື່ອຮັບປະກັນ​ປະຕິບັດ UNCLOS ​ໃນ​ສະພາບ​ທີ່​ບັນດາ​ເຂດ​ທະ​ເລ​ຢູ່​ພາກ​ພື້ນ​ມີ​ບັນດາ​ການ​ຜັນ​​ແປທີ່​ສັບ​ສົນ​ຄື​​ໃນປະຈຸ​ບັນຢ່າງ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ