ເວທີປາໄສປັນຍາຊົນ ຫວຽດນາມ ເປັນຄັ້ງທຳອິດໄດ້ຈັດຕັ້ງຢູ່ ຍີ່ປຸ່ນ ດ້ວຍຂອບຂະໜາດໃຫຍ່

(VOVWORLD) -ດ້ວຍຫົວຂໍ້ວ່າ “Make in Vietnam - ກາລະໂອກາດ ແລະ ສິ່ງທ້າທາຍ”, ເວທີປາໄສປັນຍາຊົນ ຫວຽດນາມ ຢູ່ ຍີ່ປຸ່ນ 2019 (Vietnam Summit in Japan 2019) ຖືກຈັດຂຶ້ນໃນວັນທີ 17 ພະຈິກ ຢູ່ສູນປະຊຸມສາກົນ JASSO, ນະຄອນຫລວງ ໂຕກຽວ.

 ມີຄົນເຂົ້າຮ່ວມເກືອບ 1000 ຄົນ, ໃນນັ້ນມີບັນດານັກບັນລະຍາຍ, ນັກວິທະຍາສາດທີ່ມີຊື່ສຽງຂອງ ຫວຽດນາມ ໃນຂົງເຂດຕ່າງໆ, ປະລິນຍາເອກເປັນຊາວ ຫວຽດນາມ ຢູ່ບັນດາມະຫາວິທະຍາໄລໃຫຍ່ຂອງ ຍີ່ປຸ່ນ, ຜູ້ຕາງໜ້າບາງກະຊວງ, ຄະນະ, ຂະແໜງການ…ກໍ່ໄດ້ເຂົ້າຮ່ວມ.

ເວທີປາໄສປັນຍາຊົນ ຫວຽດນາມ ເປັນຄັ້ງທຳອິດໄດ້ຈັດຕັ້ງຢູ່ ຍີ່ປຸ່ນ ດ້ວຍຂອບຂະໜາດໃຫຍ່ - ảnh 1 ເວທີປາໄສປັນຍາຊົນ ຫວຽດນາມ ເປັນຄັ້ງທຳອິດໄດ້ຈັດຕັ້ງຢູ່ ຍີ່ປຸ່ນ ດ້ວຍຂອບຂະໜາດໃຫຍ່

        ດ້ວຍ 10 ຫົວເລື່ອງສະເພາະທີ່ກ່ຽວຂ້ອງເຖິງບັນດາຂົງເຂດຕ່າງໆໄດ້ນຳມາປຶກສາຫາລືຄື: ຂໍ້ມູນ (bigdata), ການປະຕິວັດອຸດສາຫະກຳ 4.0 ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ຫວຽດນາມ…ໄດ້ຊ່ວຍໃຫ້ຜູ້ເຂົ້າຮ່ວມມີຄວາມເຂົ້າໃຈລະອຽດແຈ້ງກ່ວາກ່ຽວກັບບັນດາກາລະໂອກາດ ແລະ ສິ່ງທ້າທາຍ ເຊິ່ງພື້ນຖານເສດຖະກິດ - ສັງຄົມ ຫວຽດນາມ ພວມປະເຊີນໜ້າ ກໍ່ຄືແບ່ງປັນບັນດາບົດຮຽນທີ່ປະສົບຜົນສຳເລັດຈາກ ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ