ເວທີປາໄສວິສາຫະກິດຫວຽດນາມ-ນິວຊີແລນ2016

ເວທີປາໄສວິສາຫະກິດຫວຽດນາມ-ນິວຊີແລນ2016 - ảnh 1
​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ນິວຊີ​ແລນ 2016
(ພາບ: vietnam+)

(vovworld) - ​ ​ ​ວັນທີ 03/02ເນື່ອງ​ໃນ​ໂອກາດ​ຢ້ຽມຢາມ ​ແລະ ລົງ​ນາມ​​ໃນສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ຢູ່ ນິວຊີ​ແລນ​ ຂອງທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວູຮີວຮ່ວາງ,  ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຫວຽດນາມ ສົມທົບ​ກັບ​ສະຖານທູດ ຫວຽດນາມ ປະຈຳ ນິວຊີ​ແລນ ​ແລະ ສະພາດຳ​ເນີນ​ທຸລະ​ກິດ ອາ​ຊຽນ - ນິວຊີ​ແລນ (ANZBC) ຈັດ​ຕັ້ງ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ນິວຊີ​ແລນ 2016 ຢູ່​ນະຄອນ Auckland.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ໄຂ​ເວທີ​ປາ​ໄສ, ທ່ານ​ລັດ​ຖະມົນຕີ ຫວູຮີ​ວຮ່ວາງ ​ເນັ້ນ​ໜັກ​ວ່າ: ບັນດາ​ກາລະ​ໂອກາດ ​ເຊິ່ງ TPP ນຳ​ມາ​ໃຫ້ ຫວຽດນາມ ​ແລະ ນິວຊີ​ແລນ ​ເມື່ອ 2 ພື້ນຖານ​ເສດຖະກິດ​ມີ​ລັກສະນະໜູນຊ່ວຍ​ກັນ. ນິວຊີ​ແລນ ມີ​ຄວາມ​ຕ້ອງການ​ນຳ​ເຂົ້າ​ບັນດາ​ປະ​ເພດ​ສິນຄ້າ ຊຶ່ງ ຫວຽດນາມ ມີ​ທ່າ​ແຮງ ​ໃນ​ຂະນະ​ນັ້ນ ຫວຽດນາມ ມີ​ຄວາມ​ຕ້ອງ​ການ​ນຳ​ເຂົ້າ​​ບາງ​ປະ​​ເພດ​ສິນຄ້າ​ຮັບ​ໃຊ້​ການ​ບໍລິ​ໂພ​ກອຸປະ​ໂພ​ກພາຍ​ໃນ​ປະເທດຢ່າງຫລວງຫລາຍ ພິ​ເສດ ​​ແມ່ນໃຫ້​ແກ່ການ​ຜະລິດ​ສິນຄ້າ​ສົ່ງ​ອອກ ​ເຊິ່ງຄາດ​ຄະ​ເນ​ວ່າ​ຈະ​ເພີ່ມ​ຂຶ້ນແຮງ. ບົນ​ເວທີ​ປາ​ໄສ​ຫລາຍ​ຝ່າຍ, ຫວຽດນາມ ​ແລະ ນິວຊີ​ແລນ ກໍ່​ເຂົ້າ​ຮ່ວມ​ສັນຍາ​​ເຂດ​ການ​ຄ້າ​ເສລີ ອາ​ຊຽນ - Australia – New Zealand (AANZFTA), ​ເວທີ​ປາ​ໄສ​ເສດຖະກິດ​ອາຊີ - ປາຊີ​ຟິກ (APEC) ​ແລະ 2 ປະ​ເທດ​ພວມ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ (RCEP)

        ສ່ວນ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ ນິວຊີ​ແລນ Todd McClay ຊີ້​ແຈ້ງວ່າ: ​ໃນ​ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຫວຽດນາມ ​​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ທີ່ມີ​ລະດັບ​ພັດທະນາ​ທີ່​ສຸດ​ຂອງ ນິວຊີ​ແລນ ​ໃນ​ຮອບ​ເວລາ 5 ປີຜ່ານມາ ​ແລະ ປະຈຸ​ບັນ ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນລຸ​ໄດ້​ລະດັບ​ກ່ວາ 1 ຕື້​ໂດ​ລາ ນິວຊີແລນ. ທ່ານ Todd McClay ຫວັງ​ວ່າ: ດ້ວຍ​ເລື່ອງ ຫວຽດນາມ ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ຈະ​ເຕີບ​ໂຕ​ໄວ​ໃນ​ປີ 2016, ວົງ​ເງິນ​ການ​ຄ້າ 2 ສົ້ນ​ລະຫວ່າງ 2 ປະ​ເທດ​ຈະ​ເພີ່ມ​ຂຶ້ນ.



ຂ່າວ/ບົດ​ອື່ນ