ເວທີປາໄສອາຊີບົວຢາວ“ສັງເກດຕໍ່ອະນາຄົດຂອງໂລກາພິວັດ ແລະ ການຄ້າເສລີ”

ເວທີປາໄສອາຊີບົວຢາວ“ສັງເກດຕໍ່ອະນາຄົດຂອງໂລກາພິວັດ ແລະ ການຄ້າເສລີ” - ảnh 1
ເວ​ທີ​ປາ​ໄສ ອາ​ຊີ ​ບົວ​ຢາວ 2017

(vovworld) - ເວ​ທີ​ປາ​ໄສ ອາ​ຊີ ​ບົວ​ຢາວ 2017 ດ້ວຍ​ຫົວ​ຂໍ້​ວ່າ: “ສັງ​ເກດ​ຕໍ່​ອະ​ນາ​ຄົດ​ຂ​ອ​ງ​ໂລ​ກາ​ພິ​ວັດ ແລະ ການ​ຄ້າ​ເສ​ລີ” ໄດ້​ຈັດ​ຕັ້ງ​ຢູ່​ເທດ​ສະ​ບານ ບົວ​ຢາວ, ໄຮ່​ໜານ, ປະ​ເທດ ຈີນ ແຕ່​ວັນ​ທີ 23 – 26/3, ພິ​ທີ​ໄຂ​ຈະ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 25/3 ຢ່າ​ງ​ເປັນ​ທາງ​ການ. ໃນ​ວັນ​ເຮັດ​ວຽກ​ທຳ​ອິດ (23/3), ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື ແລະ ການ​ໂອ້​ລົມ​ສົນ​ທະ​ນາ​ຢ່າງ​ເປັນ​ທາງ​ການ.

        ທີ່​ເວ​ທີ​ປ​າ​ໄສ ອາ​ຊີ ​ບົວ​ຢາວ ປີ 2017 ມີ​ການ​ເຄື່ອນ​ໄຫວ​ຕ່າງໆ 60 ຢ່າງ​ຄື: ບັນ​ດາ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ​ສະ​ເພາະ, ການ​ປຶກ​ສາ​ຫາ​ລື​ໂຕະ​ມົນ, ການ​ໂອ້​ລົມ​ສົນ​ທະ​ນາ​ໂດຍ​ກົງ… ກ່ຽວ​ກັບ​ທຸກໆ​ແງ່​ມູນ​ຕ່າງ​ຫາກ​ຂອງ​ສະ​ພາບ​ການ​ເສດ​ຖະ​ກິດ​ໂລກ ແລະ ອາ​ຊີ, ໃນ​ນັ້ນ​ໄດ້​ລົງ​ເລິກ​ປຶກ​ສາ​ຫາ​ລື​ກ່ຽວ​ຂ້ອງ​ເຖິງ 4 ເນື້ອ​ໃນ​ຕົ້ນ​ຕໍ​ແມ່ນ​ໂລ​ກາ​ພິ​ວັດ, ການ​ເຕີບ​ໂຕ, ປະ​ຕິ​ຮູບ ແລະ ບັນ​ດາ​ຮູບ​ແບບ​ເສດ​ຖະ​ກິດ​ໃໝ່.


ຂ່າວ/ບົດ​ອື່ນ