ເອກອັກຄະລັດຖະທູດໂຮນລັງ,ດານມາກ,ສະວິດຊອກຮູ້ໂຄງການພັດທະນາເຂດໄຕງວຽນແບບຍືນຍົງ

ເອກອັກຄະລັດຖະທູດໂຮນລັງ,ດານມາກ,ສະວິດຊອກຮູ້ໂຄງການພັດທະນາເຂດໄຕງວຽນແບບຍືນຍົງ - ảnh 1
ບັນ​ດາ​ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ
ເລີມ​ດົງ
ພາບ: baolamdong
(vovworld)- ​ວັນ​ທີ 22/6, ເອກ​ອັກ​ຄະ​ລັດ​ຖະ​ທູດ ໂຮນ​ລັງ, ທ່ານ​ນາງ Nienke Trooster, ເອກ​ອັກ​ຄະ​ລັດ​ຖະ​ທູດ ແດນ​ມາກ, ທ່ານ​ນາງ Charlotte Laursen ແລະ ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສະ​ວິດ ທ່ານ​ນາງ Beatrice Maser ໄດ້​ລົງ​ເຮັດ​ວຽກ​ຢູ່​ແຂວງ ເລີມ​ດົງ ກ່ຽວ​ກັບ​ໂຄງ​ການ​ພັດ​ທະ​ນາ​ເຂດ​ໄຕ​ງວຽນ ແບບ​ຍືນ​ຍົງ. ບັນ​ດາ​ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ໂຄງ​ການ​ພັດ​ທະ​ນາ​ປ່າ​ແບບ​ຍືນ​ຍົງ, ຮັກ​ສາ​ຊັບ​ພະ​ຍາ​ກອນ​ນ້ຳ, ຄຸ້ມ​ຄອງ​ແຫລ່ງ​ນ້ຳ, ບັນ​ດາ​ໂຄງ​ການ​ທັດ​ສະ​ນີ​ຍະ​ພາບ​ກາ​ເຟ ແບບ​ຍືນ​ຍົງ.ທີ່​ການ​ເຮັດ​ວຽກ, ບັນ​ດາ​ທ່ານ​ນາງ ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ ເລີມ​ດົງ ໃນ​ການ​ຄຸ້ມ​ຄອງ​ປ່າ, ແຫລ່ງ​ນ້ຳ​ແບບ​ຍືນ​ຍົງ ພ້ອມ​ທັງ​ໃຫ້​ຮູ້​ວ່າ ອົງ​ການ​ຂໍ້​ລິ​ເລີ່ມ​ດ້ານ​ການ​ຄ້າ​ແບບ​ຍືນ​ຍົງ (IDH) ຄາດ​ວ່າ ຈະ​ສືບ​ຕໍ່​ຫນູນ​ຊ່ວຍ ໄຕ​ງວຽນ ແລະ ເລີມ​ດົງ ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ຫລາຍ​ໂຄງ​ການ, ລາຍ​ການ​ຮ່ວມ​ມື​ພາກ​ລັດ ແລະ ເອ​ກະ​ຊົນ​ໃນ​ບໍ​ລິ​ເວນກວ້າງ​ຂວາງ ເພື່ອ​ຫນູນ​ຊ່ວຍ​ປົກ​ປັກ​ຮັກ​ສາ, ຄຸ້ມ​ຄອງ​ປ່າ, ແຫລ່ງ​ນ້ຳ​ແບບ​ຍືນ​ຍົງ, ຊ່ວຍ​ຊາວ​ກະ​ສິ​ກອນ​ພັດ​ທະ​ນາ​ເສດ​ຖະ​ກິດ ດ້ວຍ​ຮູບ​ແບບ​ຜະ​ລິດ​ກະ​ສິ​ກຳ​ແບບ​ຍືນ​ຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ