ແຂວງ Luxor ຂອງ ອີ​ຢິບ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ

(VOVWORLD) -  ວັນທີ 25 ກຸມພາ, ຄະນະປະຕິບັດງານຂອງສະຖານທູດ ຫວຽດນາມ ປະຈຳ ອີຢິບ ໂດຍທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຢຸງ ນຳໜ້າ ໄດ້ມີການເຮັດວຽກກັບການນຳແຂວງ Luxor ຂອງ ອີຢິບ ແລະ ສົມທົບກັບສະພາການຄ້າແຂວງ Luxor ຈັດຕັ້ງກອງປະຊຸມສຳມະນາການຄ້າ ດ້ວຍຫົວຂໍ້ “ບັນດາກາລະໂອກາດດຳເນີນທຸລະກິດ ຫວຽດນາມ - ອີຢິບ”.
ແຂວງ Luxor ຂອງ ອີ​ຢິບ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ - ảnh 1ກອງປະຊຸມສຳມະນາການຄ້າ ດ້ວຍຫົວຂໍ້ “ບັນດາກາລະໂອກາດດຳເນີນທຸລະກິດ ຫວຽດນາມ - ອີຢິບ” (ພາບ:TTXVN)

ທີ່ການເຮັດວຽກກັບທ່ານຜູ້ວ່າການແຂວງ Luxor, ທ່ານ Mustafa Mohamed Alham Khaled, ເອກອັກຄະລັດຖະທູດ ຫງວຽນຮຸຍຢຸງ ເນັ້ນໜັກວ່າ ຫວຽດນາມ ແລະ ອີຢິບ ມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງໃນບັນດາຂົງເຂດ ເຊິ່ງສອງຝ່າຍມີທ່າແຮງ ເຊັ່ນ: ກະສິກຳ, ອຸດສາຫະກຳ, ຕຳແຜ່ນຕັດຫຍິບ, logistics, ສິນໃນນ້ຳ - ສິນທະເລ, ເສດຖະກິດທະເລ… ສອງຝ່າຍພວມມຸ່ງໄປສູ່ເປົ້າໝາຍນຳວົງເງິນການຄ້າສອງສົ້ນບັນລຸ 1 ຕື້ USD ໃນໄລຍະຈະມາເຖິງ.

ທີ່ກອງປະຊຸມສຳມະນາການຄ້າ ດ້ວຍຫົວຂໍ້ “ບັນດາກາລະໂອກາດດຳເນີນທຸລະກິດ ຫວຽດນາມ - ອີຢິບ”, ທ່ານເອກອັກຄະລັດຖະທູດ ຫງວຽນຮຸຍຢຸງ ໄດ້ແນະນຳຈຸດພົ້ນເດັ່ນກ່ຽວກັບສະພາບການເສດຖະກິດ ກໍຄືບັນດານະໂຍບາຍດຶງດູດການລົງທຶນຂອງ ຫວຽດນາມ, ພ້ອມທັງ ສະເໜີໃຫ້ບັນດາວິສາຫະກິດສອງປະເທດ ເພີ່ມທະວີການເຊື່ອມຕໍ່ເພື່ອສຶກສາຕະຫຼາດກໍຄື ຊອກຫາກາລະໂອກາດຮ່ວມມືດຳເນີນທຸລະກິດ.

ສ່ວນທ່ານ Muhammad Yehia ປະທານຫ້ອງການການຄ້າ ແຂວງ Luxor ສະເໜີໃຫ້ສອງແຂວງ ຍູ້ແຮງການການຮ່ວມມືໃນບັນດາຂົງເຂດຫຼາຍກວ່າອີກ, ໂດຍສະເພາະແມ່ນເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ວັດທະນະທຳ ແລະ ການພົວພັນແລກປ່ຽນປະຊາຊົນ. ທ່ານ Muhammad Yehia ປາດຖະໜາວ່າ ບັນດາວິສາຫະກິດ ຫວຽດນາມ ເອົາໃຈໃສ່ລົງທຶນເຂົ້າບັນດາເຂດອຸດສາຫະກຳຂອງແຂວງ Luxor.

ຕອບກັບ

ຂ່າວ/ບົດ​ອື່ນ