ແຂວງເທ່ືອທຽນເຫວ້ ຮັບຫຼຽນໄຊແຮງງານຊັ້ນໜຶ່ງ ຂອງປະທານປະເທດລາວ

(VOVWORLD) -ທ່ານ ສັນຕິພາບ ພົມວິຫານ, ເລຂາ, ເຈົ້າແຂວງໆສະຫວັນນະເຂດ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ ແຂວງເທື່ອທຽນ - ເຫວ້. 
ແຂວງເທ່ືອທຽນເຫວ້ ຮັບຫຼຽນໄຊແຮງງານຊັ້ນໜຶ່ງ ຂອງປະທານປະເທດລາວ  - ảnh 1ທ່ານ ສັນຕິພາບ ພົມວິຫານ, ເລຂາ, ເຈົ້າແຂວງໆສະຫວັນນະເຂດ ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ ແຂວງເທື່ອທຽນ - ເຫວ້  (ພາບ: baomoi.com)

ວັນທີ 29 ພະຈິກ, ຢູ່ແຂວງເທື່ອທຽນເຫວ້ ໂດຍໄດ້ຮັບການມອບສິດຈາກປະທານປະເທດລາວ, ທ່ານ ສັນຕິພາບ ພົມວິຫານ, ເລຂາ, ເຈົ້າແຂວງໆສະຫວັນນະເຂດ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ ແຂວງເທື່ອທຽນ - ເຫວ້. ນີ້ແມ່ນລາງວັນອັນສູງສົ່ງຈາກ   ສປປ.ລາວ ມອບໃຫ້ແຂວງເທື່ອທຽນເຫວ້ ຍ້ອນແຂວງມີບັນດາການປະກອບສ່ວນສໍາຄັນເຂົ້າໃນການປັບປຸງນໍ້າໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງແຂວງ, ປະຊາຊົນສອງປະເທດຫວຽດນາມ - ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືລະຫວ່າງຫວຽດນາມ - ລາວ ແລະ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ລາວ.

        ເນື່ອງໃນໂອກາດນີ້, ທ່ານສັນຕິພາບ ພົມວິຫານ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ບັນດາການຊ່ວຍເຫຼືອຂອງພັກ, ລັດ ແລະ ປະຊາຊົນຫວຽດນາມເວົ້າລວມ ແລະ ແຂວງເທື່ອທຽນເຫວ້ເວົ້າສະເພາະ. ພ້ອມກັນນັ້ນ, ທ່ານສັນຕິພາບ ພົມວິຫານ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຜັນຂະຫຍາຍປະຕິບັດ ບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສອງປະເທດ ເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີ ແລະພ້ອມກັນປົກປັກຮັກສາ, ພັດທະນາ, ກ້າວຂຶ້ນຕາມເສັ້ນທາງທີ່ສອງພັກໄດ້ວາງອອກ.


ຕອບກັບ

ຂ່າວ/ບົດ​ອື່ນ