ແນວໂຮມປະເທດຊາດຫວຽດນາມແລະແນວລາວສ້າງຊາດເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືນຳກັນ

ແນວໂຮມປະເທດຊາດຫວຽດນາມແລະແນວລາວສ້າງຊາດເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືນຳກັນ - ảnh 1
ທ່ານ​ນາງ ບູ່ຍ​ທິ​ແທງ ເຂົ້າ​ຢ້ຽມ​ຂຳ​ກັບ ທ່ານ ໃຊ​ສົມ​ພອນ ພົນ​ວິ​ຫານ

(vovworld) - ໃນ​ຂອບ​ເຂດ ການ​ຢ້ຽມ​ຢາມ​ລ​າວ ແຕ່​ວັນ​ທີ 17 - 20/10, ຕອນ​ບ່າຍ​ວັນ​ທີ 17/10 ຢູ່ ນະ​ຄອນຫຼວງ ວຽງ​ຈັນ, ຄະ​ນະ​ຜູ້​ແທນ​ຄະ​ນະ​ກຳ​ມະ​ການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫ​ວຽດ​ນາມ ໂດຍທ່ານ​ນາງ ຮອງ​ປະ​ທານ ບູ່ຍ​ທິ​ແທງ ເປັນຫົວ​ໜ້າ​ຄະນະ​ ເຈ​ລະ​ຈາ ກັບ ຄະ​ນະ​ຜູ້​ແທນ​ຄະ​ນະ​ກຳ​ມະ​ການ​ສູນ​ກາງແນວ​ລາວ​ສ້າງ​ຊາດ ໂດຍທ່ານ ຮອງ​ປະ​ທານ ​ ຈັນ​ທະ​ວົງ ເສ​ນາ​ມາກ​ມົນຕີ ເປັນຫົວ​ໜ້າ​ຄະ​ນະ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​​ຍູ້ແຮງວ​ຽກງານ ໂຄສະນາ​ໃຫ​້ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ, ເປັນ​ຕົ້ນ​ແມ່ນລຸ້ນ​ໜຸ່ມ​ສອງ​ປະ​ເທດກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ. ສອງ​ຝ່າຍເຫັນ​ດີ​ເປັນ​ເອ​ກະ​ສັນ​ນຳ​ກັນສືບ​ຕໍ່​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ; ສົ່ງ​ເສີມ ແລະ ສ້າງ​ເງື່ອນ​ໄຂ​​ສະ​ດວກໃຫ້​ແນວ​ໂຮມ​ຂອງ​ບັນ​ດາ​ທ້ອງ​ຖິ່ນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຊ່ວຍ​ເຫຼືອກັນພັດ​ທະ​ນະ​ເສດ​ຖະ​ກິດ, ສັງ​ຄົມ.

        ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ 17/10, ທ່ານ​ນາງ ບູ່ຍ​ທິ​ແທງ ຮອງ​ປະ​ທານຄະ​ນະ​ກຳ​ມະ​ການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫ​ວຽດ​ນາມ ໄດ້​ມາ​ເຂົ້າ​ຢ້ຽມ​ຂ່ຳ​ນັບ ທ່ານໄຊ​ສົມ​ພອນ ພົນ​ວິ​ຫານ ປະ​ທານຄະ​ນະ​ກຳ​ມະ​ການ​ສູນ​ກາງແນວ​ລາວ​ສ້າງ​ຊາດຕາມ​ພິ​ທີ​ການ​ທູດ.

ຂ່າວ/ບົດ​ອື່ນ