ແບນຊິກຈັບຕົວເປົ້າໝາຍ5ຄົນໃນການບຸກໂຈມຕີຢູ່ປາຣີແລະບຣຸກແຊນ

ແບນຊິກຈັບຕົວເປົ້າໝາຍ5ຄົນໃນການບຸກໂຈມຕີຢູ່ປາຣີແລະບຣຸກແຊນ - ảnh 1
ເປົ້າໝາຍ Mohamed Abrini
(ພາບ: anninhthudo.vn)

(vovworld) –  ​ໃນ​ວັນ​ທີ 8/4, ​ແບນ​ຊິກ​ໄດ​້ຈັບຕົວ​ເປົ້າ​ໝາຍ​ຖືກ​ລະ​ແວງ​ສົງ​ໄມ​​ຕື່ມ​ອີກ 5 ຄົນ​​ເຊິ່ງ​​ກ່ຽວຂ້ອງ​ເຖິງ​ເຫດ​ບຸກ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່​ນະຄອນຫຼວງ ປາຣີ (ປະ​ເທດ ​ຝຣັ່ງ) ​ເມື່ອ​ເດືອນ 11 ປີ​ກາຍ ​ແລະ ຢູ່​ນະຄອນຫຼວງ ບຣຸກ​ແຊນ ​ເມື່ອ​ວັນ​ທີ 22/3 ຜ່ານ​ມາ. ອົງການ​ໄອ​ຍະ​ການ​ສະຫະພັນ ​​ແບນ​ຊິກ ​ໃຫ້​ຮູ້​ວ່າ: ບັນດາ​ຜູ້​ທີ່​ຫາ​ກໍ່​ຖືກ​ຈັບ​ຕົວ​ນັ້ນ​ມີ Mohamed Abrini, ​ເປົ້າ​ໝາຍ​ທີ່​ຖືກ​ຕາມ​ລ່າ​ຍ້ອນ​ມີ​ສ່ວນກ່ຽວຂ້ອງ​ເຖິງ​ການ​ກໍ່​ການ​ຮ້າຍ​ຢູ່​ນະຄອນຫຼວງ ປາຣີ ​ເຮັດ​ໃຫ້ 130 ຄົນ​ເສຍ​ຊີວິດ.

        ​ເປົ້າ​ໝາຍ​ທ່ີ​ຖືກ​ສົງ​ໄສ​ຄົນທີ 2 ​ໄດ້​ຮັບ​ຖື​ວ່າ​ມີໜ້າ​ຢູ່​ຂ້າງ​ຜູ້​ວາງ​ລະ​ເບີດ​ສະຫຼະ​ຊີບ​ຢູ່​ສະຖານີ​ລົດ​ໄຟຟ້າ​ໃຕ້​ດິນ​ຢູ່ ບຣຸກ​ແຊນ, ກໍ່​ຖືກ​ຈັບ​ຕົວ. ​ເປົ້າ​ໝາຍ​ດັ່ງກ່າວ​ຊື່ວ່າ Osama Krayem ຖືກ​ຈັບ​ຕົວ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 8/4 ພ້ອມ​ກັບ​ເປົ້າ​ໝາຍ​ອື່ນ​ມີ​ຊື່ວ່າ Herve B.M. ປະຈຸ​ບັນ, ບັນດາ​ນັກ​ສືບສວນ ​ແບນ​ຊິກ ພວມ ສືບສວນ​ວ່າ Osama Krayem ອາດ​ຈະ​ແມ່ນ​ຜູ້​ທີ​ສອງ​ມີໜ້າ​ໃນ​​ເຫດ​ກໍ່​ການ​ຮ້າຍ​ຢູ່​ສະຖານີ​ລົດ​​ໄຟຟ້າ ຢູ່ Matlbeek ​ເມື່ອ​ວັນ​ທີ 22/3 ຫຼື ບໍ່​?.


ຂ່າວ/ບົດ​ອື່ນ