ໂຄງການ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ຢູ່ເມືອງ ລີ໊ເຊີນ

(VOVWORLD) -ກອງບັນຊາການຕໍາຫຼວດທະເລເຂດ 2 ໄດ້ຈັດລາຍການ “ຮ່ວມແຮງຮ່ວມໃຈທຳຄວາມສະອາດສິ່ງແວດລ້ອມທະເລ”, ຜັນຂະຫຍາຍບັ້ນເຄື່ອນໄຫວເກັບຂີ້ເຫຍື້ອຢູ່ຫາດຊາຍທະເລ, ມອບຖັງເກັບຂີ້ເຫຍື້ອ ແລະ ຖົງເປັນມິດກັບສິ່ງແວດລ້ອມໃຫ້ແກ່ປະຊາຊົນ.
ໂຄງການ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ຢູ່ເມືອງ ລີ໊ເຊີນ - ảnh 1ກອງບັນຊາການ ຕໍາຫຼວດທະເລເຂດ 2 ມອບປຶ້ມກ່ຽວກັບກົດໝາຍໃຫ້ແກ່ເມືອງ ຫຼີເຊີນ (ພາບ: qdnd.vn)

ນັບແຕ່ວັນທີ 27 ຫາວັນທີ 28 ພຶດສະພາ, ກອງບັນຊາການ ຕໍາຫຼວດທະເລເຂດ 2 ໄດ້ສົມທົບກັບ ຄະນະຂົນຂວາຍປະຊາຊົນ ຄະນະພັກແຂວງ ກວ໋າງງ໊າຍ, ໜັງສືພິມ ເງື່ອຍລາວດົ້ງ (ຊາວຜູ້ອອກແຮງງານ) ແລະ ບາງຫົວໜ່ວຍທີ່ຈັດລາຍການ “ຕໍາຫຼວດທະເລຮ່ວມເດີນທາງພ້ອມກັບຊາວປະມົງ” ເມືອງ ຫຼີເຊີນ (ແຂວງ ກວ໋າງງ໊າຍ). ຄະນະປະຕິບັດງານໄດ້ໄປ ໄຫວ້ອາໄລ, ຈູດທູດໃຕ້ທຽນ, ວາງພວງມາລາຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ອະນຸສາວະລີ ກອງທະຫານເຮືອຮວ່າງຊາ ທັງຄຸ້ມຄອງເຂດທະເລພາກເໜືອ.

     ເນື່ອງໃນໂອກາດນີ້, ກອງບັນຊາການຕໍາຫຼວດທະເລເຂດ 2 ໄດ້ຈັດລາຍການ “ຮ່ວມແຮງຮ່ວມໃຈທຳຄວາມສະອາດສິ່ງແວດລ້ອມທະເລ”, ຜັນຂະຫຍາຍບັ້ນເຄື່ອນໄຫວເກັບຂີ້ເຫຍື້ອຢູ່ຫາດຊາຍທະເລ, ມອບຖັງເກັບຂີ້ເຫຍື້ອ ແລະ ຖົງເປັນມິດກັບສິ່ງແວດລ້ອມໃຫ້ແກ່ປະຊາຊົນ. ບັນດາສະມາຊິກໃນຄະນະປະຕິບັດງານກໍໄດ້ຈັດລາຍການສະແດງສິລະປະ ແລະ ການເສັງ “ນ້ອງຮັກທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ ໃຫ້ນັກຮຽນໂຮງຮຽນມັດທະຍົມຕອນຕົ້ນ ອານຫວິງ. ໃນລາຍການ “ຮ່ວມເດີນທາງພ້ອມກັບຊາວປະມົງ” ເມືອງເກາະ ຫຼີເຊີນ, ກອງບັນຊາການຕໍາຫຼວດທະເລເຂດ 2 ໄດ້ມອບທຸງຊາດ 5.000 ຜືນໃຫ່ແກ່ຊາວປະມົງ, ມອບຂອງຂວັນ 155 ພູດໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍທີ່ປະສົບກັບຄວາມຫຍຸ້ງຍາກ, ແລະ ຂອງຕ້ອນຫຼາຍຢ່າງໃຫ້ແກ່ນັກຮຽນຜູ້ປະສົບກັບຄວາມຫຍຸ້ງຍາກແຕ່ຮຽນເກັ່ງ ໃນບໍລິເວນເມືອງເໝາະ ຫຼີເຊີນ ດ້ວຍມູນຄ່າ 350 ລ້ານດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ