ໂຄສະນາສິນຄ້າ ຫວຽດນາມ ຢູ່ເວທີປາໄສການຄ້າ ແລະ ການລົງທຶນ ອາຟະລິກາ

(VOVWORLD) - ສຳນັກງານຜູ້ຕາງໜ້າການຄ້າ ແລະ ສະຖານທູດ ຫວຽດນາ ປະຈຳ ອາກເຊຣີ ໄດ້ຈັດຮ້ານວາງສະແດງ ແລະ ໂຄສະນາຫຼາຍຜະລິດຕະພັນຂອງ ຫວຽດນາມ
ໂຄສະນາສິນຄ້າ ຫວຽດນາມ ຢູ່ເວທີປາໄສການຄ້າ ແລະ ການລົງທຶນ ອາຟະລິກາ - ảnh 1(ພາບປະກອບ: APS)

        ເວທີປາໄສການຄ້າ ແລະ ການລົງທຶນ ອາຟະລິກາ 2023 ຄັ້ງທີ 9 (AFIC9) ໄດ້ຈັດຂຶ້ນໃນວັນທີ 16-17 ພຶດສະພາ, ຢູ່ນະຄອນຫຼວງ ອາເຊຣີ, ປະເທດ  ອາເຊຣີ ດ້ວຍຫົວຂໍ້ “ອາຟະລິກາ, ປະຕູໃຫ້ແກ່ການຮ່ວມມືອຸດສາຫະກຳ, ກະສິກຳ ແລະ ການຄ້າ”. ເຫດການໂດຍສູນລົງທຶນ ແລະ ພັດທະນາ ອາຣັບ - ອາຟະລິກາ (CAAID) ຈັດຂຶ້ນ ເພື່ອເຊື່ອມຕໍ່ກັບບັນດານັກລົງທຶນ, ການນຳບັນດາອົງການຈັດຕັ້ງຢູ່ພາກພື້ນ ແລະ ສາກົນ, ນັກຊ່ຽວຊານ, ຜູ້ຕາງໜ້າບັນດາຫ້ອງການການຄ້າ ທີ່ມາຈາກ 37 ປະເທດ. ສຳນັກງານຜູ້ຕາງໜ້າການຄ້າ ແລະ ສະຖານທູດ ຫວຽດນາ ປະຈຳ ອາກເຊຣີ ທັງຢູ່ Mali, Senegal, Niger, Bambia, Tunisia ເຂົ້າຮ່ວມເຫດການ.

        ໃນຂອບເຂດເຫດການຄັ້ງນີ້, ນອກຈາກການເຂົ້າຮ່ວມບັນດາວາລະປຶກສາຫາລືກ່ຽວກັບສະພາບການການຄ້າ ແລະ ການລົງທຶນຢູ່ ອານເຊຣີ ແລະ ອາຟະລິກາ ແລ້ວ, ສຳນັກງານຜູ້ຕາງໜ້າການຄ້າ ແລະ ສະຖານທູດ ຫວຽດນາ ປະຈຳ ອາກເຊຣີ ໄດ້ຈັດຮ້ານວາງສະແດງ ແລະ ໂຄສະນາຫຼາຍຜະລິດຕະພັນຂອງ ຫວຽດນາມ, ຄື: ກາເຟ, ຊາ, ເຂົ້າສານ, ໝາກພີກໄທ, ໝາກມ່ວງຫິມະພານ, ນ້ຳມົມ... ກໍຄືບັນດາສິ່ງພິມຄືບັນຊີລາຍຊື່ວິສາຫະກິດສົ່ງອອກ-ນຳເຂົ້າທີີ່ມີຊື່ສຽງ. ເນື່ອງໃນໂອກາດນີ້, ສຳນັກງານຜູ້ຕາງໜ້າການຄ້າ ແລະ ສະຖານທູດ ຫວຽດນາ ປະຈຳ ອາກເຊຣີ ກໍ່ພົບປະກັບບັນດາວິສາຫະກິດ ອານເຊຣີ ແລະ ອາຟະລິກາ ເຂົ້າຮ່ວມເວທີປາໄສ ເພື່ອຊອກຮູ້ຄວາມຕ້ອງການ, ເຊື່ອມຕໍ່ກາລະໂອກາດດຳເນີນທຸລະກິດ ແລະ ການລົງທຶນໃຫ້ແກ່ວິສາຫະກິດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ