ໂທລະເລກອວຍພອນ

(vovworld)​ ​- ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ ​ແຫ່ງ​ວັນ​ມູນ​ເຊື້ອ​ນັກຮົບ​ອາສາ​ສະໝັກ ​ແລະ ນັກຊ່ຽວຊານທະຫານ​​ຫວຽດນາມ ທີ່ຊ່ວຍ​ການປະຕິວັດ​ລາວ (30/10/1949-30/10/2014), ຄະນະ​ບໍລິຫານງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິ ວັດລາວ ​ໄດ້​ຝາກ​ໂທລະ​ເລກ​ອວຍພອນ​​ເຖິງຄະນະ​ຕິດ​ຕໍ່ສື່ສານ ​ແລະ ບັນດາອະ​ດິດ ນັກຮົບ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​​ທະຫານ​ຫວຽດນາມ ທີ່ຊ່ວຍການ​ປະຕິວັດລາວ.

        ​ເນື້ອ​ໃນ​​ໂທລະ​ເລກ​ຢັ້ງຢືນ​​ວ່າ: ພັກ, ລັດຖະບານ ​ແລະ ປະຊາຊົນ​ລາວ​ຍາມ​ໃດ​ກໍ່​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ​ໄຊຊະນະ​ແຕ່​ລະຄັ້ງຂອງ​ການປະຕິວັດ​ລາວ​ໃນ​ໄລຍະ ຕໍ່ສູ້​ກູ້​ຊາດ​ເມື່ອ​ກ່ອນ​ກໍ່​ຄື​ໃນ​ໄລຍະ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ, ລ້ວນ​ແຕ່​ຕິດ​ພັນ​ກັບ​ການ​ເສຍສະຫຼະ​ທີ່​ໃຫຍ່​ຫຼວງ, ການ​ຊ່ວຍ​ເຫຼືອ​ອັນ​ລຳ້​ຄ່າຂອງ​ພັກ, ລັດ ​ແລະ ປະຊາ​ຊົນ​ຫວຽດນາມ​ອ້າຍ​ນ້ອງ, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ, ​ເຕັມ​ໄປ​ດ້ວຍ​ປັນຍາ ​ແລະ ການ​ເສຍສະຫຼະ​​ເລືອດ​ເນື້ອຂອງ​ບັນດາ​ນັກຮົບ​ອາສາ​ສະໝັກ ​ແລ​ະ ນັກ​ຊ່ຽວຊານ​ທະຫານ​ຫວຽດນາມ. ພັກ, ລັດ, ກອງທັບ ​ແລະ ປະຊາຊົນລາວ​ໄດ້​ສະ​ແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ເລິກ​ເຊິ່ງຕໍ່​ພັກ, ລັດ, ກອງທັບ ​ແລະ ປະຊາຊົນ​ຫວຽດນາມ​ອ້າຍ​ນ້ອງ​ທີ່ໄດ້​ສະຫງວນ​ ​ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ, ລຳ້​ຄ່າ, ມີ​ປະສິດທິ​ຜົນ ​ແລະ ທັນ​ເວລາ​ໃນ​ຕະຫຼອດ​​​ໄລຍະເວລາ​ຜ່ານ​ມາໃຫ້​ແກ່​ພາລະກິດ​ການປະຕິວັດ​ລາວ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກ ຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ລາວ-​ຫວຽດນາມ.

 

 

ຂ່າວ/ບົດ​ອື່ນ