ໂອກາດອາດຈະບໍ່ມີການ Brexit ແມ່ນ 20% – 30 %

(VOVWORLD) -“ໂອກາດອາດຈະບໍ່ມີການ Brexit ແມ່ນ 20% – 30 %”
ໂອກາດອາດຈະບໍ່ມີການ Brexit ແມ່ນ 20% – 30 % - ảnh 1ທ່ານປະທານສະພາເອີຣົບ  Donald Tusk  (ພາບ:TTXVN)

“ໂອກາດອາດຈະບໍ່ມີການ Brexit ແມ່ນ 20% – 30 %”. ນີີ້ແມ່ນການພິນິດໄສຂອງທ່ານປະທານສະພາເອີຣົບ (EC) Donald Tusk ໃນສະພາບການ ທີ່ປະຊາຊົນ ອັງກິດ ຍັງບໍ່ທັນສິ້ນສຸດການຖົກຖຽງກັນກ່ຽວກັບເລື່ອງຖອນຕົວອອກຈາກ ອີຢູ ພາຍຫຼັງການລົງປະຊາມະຕິ ກ່ຽວກັບບັນຫາ Brexit ຫຼື ອັງກິດຖອນຕົວອອກຈາກ ອີຢູເມື່ອປີ 2016.  ເມື່ອຕອບສໍາພາດຕໍ່ສື່ມວນຊົນ ໂປໂລຍ ໃນວັນທີ 10 ພຶດສະພາ, ຜູ້ນໍາໜ້າ EC ໃຫ້ຮູ້ວ່າ ບັນຫາ Brexit ໄດ້ເຮັດໃຫ້ຂະບວນການສະໜັບສະໜູນ ເອີຣົບ ເພີ່ມຂຶ້ນສູງຢູ່ປະເທດ ອັງກິດ. ທ່ານຖືວ່າ ໂອກາດທີ່ອາດຈະບໍ່ມີການ Brexit ແມ່ນ 20%-30%. ໃນການຕອບສໍາພາດດັ່ງກ່າວ, ທ່ານ Donald Tusk ກໍໄດ້ເຕື້ອງເຖິງສະພາບການຍາກທີ່ຈະຄາດຄະເນໄວ້ລ່ວງໜ້າໄດ້ກ່ຽວກັບວິທີການ, ຈຸດເວລາ ແລະ ເລື່ອງ ອັງກິດ ຈະຖອນຕົວອອກຈາກ ອີຢູ ຫຼືບໍ?.


ຕອບກັບ

ຂ່າວ/ບົດ​ອື່ນ