ໂອລິມປິກເຄມີສາກົນ 2014: ຫວຽດນາມ ຍາດໄດ້ 2 ຫຼຽນຄຳ ແລະ 2 ຫຼຽນເງິນ


ໂອລິມປິກເຄມີສາກົນ 2014: ຫວຽດນາມ ຍາດໄດ້ 2 ຫຼຽນຄຳ ແລະ 2 ຫຼຽນເງິນ - ảnh 1

 (ພາບ: http://plo.vn)

(vovworld) – ຕອນ​ບ່າຍວັນ​ທີ 28/7, ທີ່​ພິທີ​ອັດ ​ແລະ ມອບ​ລາງວັນ​ໂອ​ລິ​ມປິກ​ເຄມີ​ສາກົນ​ຄັ້ງທີ 46 ປີ 2014, ມີນັກຮຽນ​ຫວຽດນາມ 4 ຄົນ​​ໄດ້ຮັບ​ລາງວັນ​ສູງ​ກ່ວາ​ໝູ່. ​ໃນ​ນັ້ນ, ມີ​ 2 ຄົນ​ຍາດ​ໄດ້​ຫຼຽນ​ຄຳ ​ແລະ 2 ຄົນ​ຍາດ​ໄດ້​ຫຼຽນ​ເງິນ. ນ້ອງ​ຟ້າ​ມມາຍ​ເຟືອງ ​ແລະ ຟ້າ​ມ​ເງິນ​ຢາງ ນັກຮຽນ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍລົງ​ເລິກວິຊາຮ່າ​ໂນ້ຍ-ອາມ​ຊ​ແຕກ​ດາມ ຍາດໄດ້​ຫຼຽນ​ຄຳ. ນ້ອງ​ດ່ວານ​ກວກ​ຮ່ວາຍ​ນາມ ນັກຮຽນ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍລົງ​ເລິກວິຊາ​ເຫ້ວ ​ແລະ ນ້ອງ​ໂດ້ຫວຽດຮຶງ ນັກຮຽນ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍລົງ​ເລິກວິຊາ​ເຈິ່ນຟູ-​ຫາຍ​ຟ່ອງຍາດ​ໄດ້​ຫຼຽນ​ເງິນ./.

ຕອບກັບ

ຂ່າວ/ບົດ​ອື່ນ