ໂອ້​ລົມ​ສົນ​ທະ​ນາ​ສິ​ລະ​ປະ​ດ້ານ​ການ​ທະ​ຫານ​ໃນ​ບັ້ນ​ຮົບ ດ້ຽນ​ບຽນ​ຝຸ

(VOVWORLD) - ການໂອ້ລົມສົນທະນາກໍ່ຢັ້ງຢືນກຳລັງແຮງເຊິ່ງ ຫວຽດນາມ ຍາດໄດ້ໄຊຊະນະ, ໃນບັ້ນຮົບດ້ຽນບຽນຝຸ ແມ່ນກຳລັງແຮງຂອງສົງຄາມປະຊາຊົນ ຫວຽດນາມ, ພາຍໃຕ້ການຊີ້ນຳນຳພາຂອງພັກ
ໂອ້​ລົມ​ສົນ​ທະ​ນາ​ສິ​ລະ​ປະ​ດ້ານ​ການ​ທະ​ຫານ​ໃນ​ບັ້ນ​ຮົບ ດ້ຽນ​ບຽນ​ຝຸ - ảnh 1ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ 

“ສິລະປະດ້ານການທະຫານ ໃນບັ້ນຮົບ ດ້ຽນບຽນຝຸ - ບົດຮຽນພຶດຕິກຳຕົວຈິງໃນການຝືກແອບການສູ້ຮົບໃນປັດຈຸບັນ” ແມ່ນຫົວຂໍ້ຂອງການໂອ້ລົມສົນທະນາ ໂດຍ ກອງບັນຊາການກອງພົນໃຫຍ່ທະຫານ 12 ສົມທົບກັບໜັງສືພິມກອງທັບ ປະຊາຊົນຈັດຂຶ້ນໃນຕອນເຊົ້າວັນທີ 4 ເມສາ, ຢູ່ນິງບິ່ງ. ການໂອ້ລົມສົນທະນາ ເພື່ອແນໃສ່ຢັ້ງຢືນຖານະບົດບາດ, ຄູນຄ່າປະຫວັດສາດ, ສາຍເຫດໄຊຊະນະ ຂອງ ບັ້ນຮົບ ດ້ຽນບຽນຝຸ, ເຮັດແຈ້ງສິລະປະການທະຫານໃນຍຸດທະສາດ ດ້ຽນບຽນຝຸ. ທີ່ການໂອ້ລົມສົນທະນາ, ມີຫຼາຍຄຳເຫັນລ້ວນແຕ່ຢັ້ງຢືນໜຶ່ງໃນບັນດາປັດໄຈສຳຄັນທີ່ສຸດ ປະກອບສ່ວນສ້າງຂຶ້ນໄຊຊະນະ ດ້ຽນບຽນຝຸ ແມ່ນຄວາມຕັດສິນໃຈຫັນປ່ຽນຈາກການ “ຕີໄວ, ຍາດໄຊຊະນະໄວ” ກາຍເປັນ “ຕີຢ່າງໝັ້ນແກ່ນ, ກ້າວເດີນຢ່າງໝັ້ນແກ່ນ”.

ການໂອ້ລົມສົນທະນາກໍ່ຢັ້ງຢືນກຳລັງແຮງເຊິ່ງ ຫວຽດນາມ ຍາດໄດ້ໄຊຊະນະ, ໃນບັ້ນຮົບດ້ຽນບຽນຝຸ ແມ່ນກຳລັງແຮງຂອງສົງຄາມປະຊາຊົນ ຫວຽດນາມ, ພາຍໃຕ້ການຊີ້ນຳນຳພາຂອງພັກ, ແມ່ນຈິດໃຈສາມັກຄີຂອງທົ່ວກອງທັບ ແລະ ທົ່ວປວງຊົນ. ພ້ອມທັງແມ່ນການສົມທົບ ກຳລັງແຮງທົ່ວປວງຊົນທັງຊາດ ກັບກຳລັງແຮງຍຸກສະໄໝ, ພ້ອມກັບການສະໜັບສະໜູນ ໜູນຊ່ວຍຂອງເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ