ໂຮງໝໍກາງສະໜາມຮົບລະດັບ 2 ຂອງຫວຽດນາມກຽມພ້ອມຮັບໜ້າທີ່ຂອງ ສ.ປ.ຊ ຢູ່ຊູດານໃຕ້

(VOVWORLD) -ໂຮງໝໍກາງສະໜາມຮົບລະດັບ 2 ຂອງຫວຽດນາມໄດ້ດຳເນີນຝຶກຊ້ອມໃນພາກຕົວຈິງກ່ຽວກັບວຽກງານປິ່ນປົວສຸກເສີນໂດຍພື້ນຖານແນໃສ່ຍົກສູງຄວາມສາມາດດ້ານການຮົບໃນສະພາບດິນຟ້າອາຫາດທີ່ຮ້າຍແຮງ
ໂຮງໝໍກາງສະໜາມຮົບລະດັບ 2 ຂອງຫວຽດນາມກຽມພ້ອມຮັບໜ້າທີ່ຂອງ ສ.ປ.ຊ ຢູ່ຊູດານໃຕ້ - ảnh 1 ບັນດາພະນັກງານແພດໝໍໃນໂຮງໝໍກາງສະໜາມຮົບລະດັບ 2

ມາຮອດຈຸດເວລານີ້, ໂຮງໝໍກາງສະໜາມຮົບລະດັບ 2 ຂອງຫວຽດນາມ ໄດ້ກຽມພ້ອມຕໍ່ການກວດກາຂອງ ສ.ປ.ຊ. ນອກຈາກການເປັນເຈົ້າການຈັດຕັ້ງລະບົບຮັບປະກັນວຽກງານພະລາທິການຢູ່ບ່ອນຕັ້ງທັບ, ທ່ານໝໍ 70 ຄົນໃນໂຮງໝໍກາງສະໜາມຮົບລະດັບ 2 ຍັງດຳເນີນການຝຶກຊ້ອມຢ່າງຊຳນານງານກ່ຽວກັບການແກ້ໄຂອາວຸດລ້າງຜານ, ລະເບີດໝາກມິ່ນ, ໂລກພະຍາດ, ສົມທົບກັນເຄື່ອນຍ້າຍບ່ອນເຮັດວຽກໄປປິ່ນປົວສຸກເສີນອີກດ້ວຍ.  

 

ຕອບກັບ

ຂ່າວ/ບົດ​ອື່ນ