ໄຂ​ກອງ​ປະ​ຊຸມ​ທາງອອນ​ລາຍ​ບັນ​ດາ​ການ​ນຳ​ສະ​ພາ​ກາ​ແດງ, ກາ​ຊິກວົງ​ເດືອນ​ແດງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 18

(VOVWORLD) -ເຂົ້າຮ່ວມກອງປະຊຸມຄັ້ງນີ້, ສະພາກາແດງຫວຽດນາມ ສືບຕໍ່ຢັ້ງຢືນຄຳໝັ້ນສັນຍາຢ່າງແຮງຕໍ່ຄວາມໝັ້ນຄົງດ້ານການເງິນ ແລະ ການລະດົມແຫຼ່ງກຳລັງ, ພັດທະນາເຄືອຄ່າຍ ແລະ ການເຄື່ອນໄຫວຂອງຊາວໜຸ່ມ....
ໄຂ​ກອງ​ປະ​ຊຸມ​ທາງອອນ​ລາຍ​ບັນ​ດາ​ການ​ນຳ​ສະ​ພາ​ກາ​ແດງ, ກາ​ຊິກວົງ​ເດືອນ​ແດງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຄັ້ງ​ທີ 18 - ảnh 1

 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: qdnd.vn)

  ຕອນບ່າຍວັນທີ 16 ກັນຍາ, ກອງປະຊຸມທາງອອນລາຍບັນດາການນຳສະພາກາແດງ, ກາຊິກວົງເດືອນແດງພາກພື້ນອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 18 ໄດ້ໄຂຂຶ້ນໂດຍມີການເປັນປະທານຂອງສະພາກາແດງໄທ ໃນບົດບາດປະທານກົນໄກບັນດາການນຳສະພາກາແດງ, ກາຊິກວົງເດືອນແດງພາກພື້ນອາຊີຕາເວັນອອກສ່ຽງໃຕ້. ຜູ້ຕາງໜ້າ ສະພາກາແດງຫວຽດນາມ, ທ່ານຫງວຽນຫາຍແອງ, ຮອງປະທານ, ເລຂານຸການໃຫ່ຍ ສະພາກາແດງຫວຽດນາມ ເຂົ້າຮ່ວມກອງປະຊຸມທີ່ດຳເນີນໄປໃນລະຫວ່າງວັນທີ16-17 ກັນຍາ.

ເຂົ້າຮ່ວມກອງປະຊຸມຄັ້ງນີ້, ສະພາກາແດງຫວຽດນາມ ສືບຕໍ່ຢັ້ງຢືນຄຳໝັ້ນສັນຍາຢ່າງແຮງຕໍ່ຄວາມໝັ້ນຄົງດ້ານການເງິນ ແລະ ການລະດົມແຫຼ່ງກຳລັງ, ພັດທະນາເຄືອຄ່າຍ ແລະ ການເຄື່ອນໄຫວຂອງຊາວໜຸ່ມ, ຜູ້ອາສາສະໝັກ; ການເບິ່ງແຍງດູແລສຸຂະພາບ, ຮັບມືດ່ວນ….ແມ່ນການບຸລິມະສິດຂອງສະມາຄົມໃນຍຸດທະສາດພັດທະນາຮອດປີ 2030.

  ສິ້ດສຸດກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມຮັບຮອງເອົາບົດສະຫລຸບກອງປະຊຸມ ແລະ ມອບໂອນບົດບາດປະທານກົນໄກບັນດາ ການນຳສະພາກາແດງ, ກາຊິກວົງເດືອນແດງພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃຫ້ແກ່ກາຊິກວົງເດືອນແດງ Brunei Darussalam.

ຕອບກັບ

ຂ່າວ/ບົດ​ອື່ນ