ໄຂກອງປະຊຸມບໍ່ເປັນທາງການບັນດາເຈົ້າໜ້າທີ່ຂັ້ນສູງ APEC

ໄຂກອງປະຊຸມບໍ່ເປັນທາງການບັນດາເຈົ້າໜ້າທີ່ຂັ້ນສູງ APEC - ảnh 1
ໄຂກອງປະຊຸມບໍ່ເປັນທາງການບັນດາເຈົ້າໜ້າທີ່ຂັ້ນສູງ APEC

(vovworld) – ຕອນ​ເຊົ້າ ວັນ​ທີ 9/12, ທີ່​ຮ່າ​ໂນ້ຍ ກອງ​ປະ​ຊຸມບໍ່​ເປັນ​ທາງ​ການ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ APEC ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ບັນ​ດາ​​ພື້ນ​ຖານ​ເສດ​ຖະ​ກິດພາ​ຄີ, ຄະ​ນະ​ເລ​ຂາ​ທິ​ການ APEC ສາ​ກົນ ແລະ ບັນ​ດາອົງ​ການ​​ສັງ​ເກດ​ການ APEC. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ຜູ້​ປະ​ຈຳ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ, ປະ​ທານ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ( SOM ) APEC 2017 ເປັ​ນ​ປະ​ທານກອງ​ປະ​ຊຸມ.        ພາຍຫຼັງ​ສຳ​ເລັດ​ ກອງ​ປະ​ຊຸມບໍ່​ເປັນ​ທາງ​ການ​ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ APEC ໃນ​ຕອນ​ເຊົ້າ ແລະ ກໍ່​ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ​ໄດ້​ດຳ​ເນີນ​ການ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ປີ APEC  ຫວຽດ​ນາມ 2017 ໂດຍ​ການ​ນຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເປັນ​ປະ​ທານ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ; ຜູ້​ຕາງ​ໜ້າ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ; ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ຄະ​ນະ​ເລ​ຂາ​ທິ​ການ APEC ສາ​ກົນ; ປະ​ທານ SOM APEC ເປ່​ຣູ 2016. ການ​ປະ​ຊຸມ​ຂ່າວ​ໄດ້​ແນະ​ນຳ​ຫົວ​ຂໍ້, ບັນ​ດາ​ທິດ​ທາງ​ບຸ​ລິ​ມະ​ສິດ, ສັນ​ຍາ​ລັກ, ປະ​ຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກ APEC 2017.VN ແລະ ຕາ​ຕະ​ລາງ​ການເຄື່ອນ​ໄຫວ​ປີ APEC 2017; ພ້ອມ​ທັງ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ວຽກ​ງານ​ການ​ກະ​ກຽມ​ຂອງ​ຫວຽດ​ນາມ.

 

 

ຂ່າວ/ບົດ​ອື່ນ