ໄຂ​ກອງ​ປະ​ຊ​ຸມ​ປະ​ຈ​ຳ​ປີ​ຄັ້ງ​ທີ່ 41 ຂອງ ສະ​ພາສິດ​ທິ​ມະ​ນຸດ ສ​ປ​ຊ ຢູ່ ສະ​ວິດ

(VOVWORLD) - ຄາດວ່າທີ່ກອງປະຊຸມດັ່ງກ່າວ, ມີຮ່າງມະຕິກ່ວາ 30 ສະບັບກ່ຽວກັບບັນຫາທີ່ຫຼາຍຮູບຫຼາຍແບບເຊິ່ງກ່ຽວຂ້ອງເຖິງສິດຂອງມະນຸດຈະ ໄດ້ຮັບແນະນຳຈາກບັນດາປະເທດນຳມາ ແລະ ສະພາສິດທິມະນຸດ ຈະ ພິຈາລະນາ, ປຶກສາຫາລື ແລະ ໃຫ້ສັດຕະຍາບັນ.
ໄຂ​ກອງ​ປະ​ຊ​ຸມ​ປະ​ຈ​ຳ​ປີ​ຄັ້ງ​ທີ່ 41 ຂອງ ສະ​ພາສິດ​ທິ​ມະ​ນຸດ ສ​ປ​ຊ ຢູ່ ສະ​ວິດ - ảnh 1ກອງປະຊຸມປະຈຳປີຄັ້ງທີ່ 39 ຂອງ ສະພາສິດທິມະນຸດ ສປຊ (ພາບ: TTXVN) 

        ວັນທີ 24 ມິຖຸນາ, ຢູ່ສຳນັກງານສະຫະປະຊາຊາດ ຢູ່ Geneva, ສະວິດ, ສະພາສິດທິມະນູດ ສປຊ ໄດ້ໄຂກອງປະຊຸມປະຈຳປີຄັ້ງທີ 41,ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າທີ່ມາຈາກກ່ວາ 47 ປະເທດ ສະມາຊິກ, ກ່ວາ 100 ປະເທດສັງເກດການ, ບັນດາອົງການຈັດຕັ້ງສາກົນ ແລະ ບັນດາອົງການ ບໍ່ຂຶ້ນກັບລັດຖະບານ. ທ່ານ ເຢືອງຈິຢຸ໊ງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ໄດ້ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມຄັ້ງນີ້.

        ຄາດວ່າທີ່ກອງປະຊຸມດັ່ງກ່າວ, ມີຮ່າງມະຕິກ່ວາ 30 ສະບັບກ່ຽວກັບບັນຫາທີ່ຫຼາຍຮູບຫຼາຍແບບເຊິ່ງກ່ຽວຂ້ອງເຖິງສິດຂອງມະນຸດຈະ ໄດ້ຮັບແນະນຳຈາກບັນດາປະເທດນຳມາ ແລະ ສະພາສິດທິມະນຸດ ຈະ ພິຈາລະນາ, ປຶກສາຫາລື ແລະ ໃຫ້ສັດຕະຍາບັນ. ຫວຽດນາມ ຈະພ້ອມກັບບັນດາປະເທດບັງກະລາເທດ ແລະ  ຟີລິບປິນ ແນະນຳຮ່າງມະຕິກ່ຽວກັບຄົນພິການ ໃນສະພາບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ