ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

ໄຂກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ - ảnh 1
ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງ​ທີ 47
(ພາບ: TTXVN)


(vovworld) –  ຕອນ​ເຊົ້າ​ວັນ​ທີ 08/08, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງ​ທີ 47 (AMM 47) ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງຖືກ​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ Nay Pyi Taw, ປະ​ເທດ​ມຽນມາ. ນີ້​ແມ່ນ​ບັນດາ​ກອງ​ປະຊຸມ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ມີ​ຄວາມ​ສຳຄັນ​ຍິ່ງ​​ໃນ​ປີ​ຂອງ​ອາ​ຊຽນ ​ແລະ ລະຫວ່າງ​ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື​ຫຼັກ​ແຫຼ່ງ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ນຳ​ໜ້າ​​ເຂົ້າ​ຮ່ວມ​ກອງ​ປະຊຸມ.

        ກ່າວ​ຄຳ​ເຫ​ັນທີ່​ພິທີ​ໄຂ, ທ່ານ​ປະທານາທິບໍດີ​ປະ​ເທດ​ເຈົ້າພາບ​ມຽນມາ U Thein Sein ​ເນັ້ນ​ໜັກ​ວ່າ, ​ໃນ 47 ປີຜ່ານ​ມາ, ອາ​ຊຽນ​​ ​ໄດ້​ມີ​ການ​ພັດທະນາ​ທີ່​ນັບ​ມື້​ນັບ​ຂະ​ຫຍັນ​ຂັນ​ເຄື່ອນ, ວັດທະນາ​ຖາວອນ. ຜ່ານ​ຄວາມ​ມານະ​ພະຍາຍາມ​ຂອງ​ແຕ່ລະ​ປະ​ເທດ ​ແລະ ຂອງ​ທັງ​ພາກ​ພື້ນ, ອາ​ຊຽນ ​ໄດ້​ມີ​ຄວາມ​ເຂັ້ມ​ແຂງ​ກວ່າ ດ້ວຍ​ການ​ສ້າງ​ຕັ້ງ​ພື້ນຖານ​ເສດຖະກິດ​ທີ່ຂະ​ຫຍັນ​ຂັນ​ເຄື່ອນ, ພື້ນຖານ​ການ​ເມືອງ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ. ດ້ວຍ​ຫົວ​ຂໍ້ຂອງ​ກອງ​ປະຊຸມ​ AMM 47 ປີ​ນີ້​ແມ່ນ ຮ່ວມ​ມື​ມຸ່ງ​ໄປ​ເຖິງ​ປະຊາ​ຄົມ​ມີ​ຄວາມ​ວັດທະນາ​ຖາວອນ ​ແລະ ສັນຕິພາບ. ທ່ານ​ປະທານາທິບໍດີ ​U Thein Sein ກ່າວ​ວ່າ.

        “ບັນດາ​ການ​ຜັນ​ແປ່​ຫວ່າງ​ມໍ່ໆ​ມາ​ນີ້​ໃນ​ໂລກ ພວມ​​ເຮັດ​ໃຫ້​ພວກ​ເຮົາມີ​ຄວາມ​ວິຕົກ​ກັງວົນ​. ອາ​ຊຽນ ຕ້ອງ​ເນັ້ນ​ໜັກ​ເຖິງ​ກົນ​​ໄກ​ນຳພາ​ພາກ​ພື້ນ​ຂອງ​ຕົນ. ອາ​ຊຽນ ຕ້ອງ​ຊຸກຍູ້​ນະ​ໂຍບາຍ​ບໍ່​ເຊື່ອມ​ຕໍ່, ພວກ​ເຮົາ​ຕ້ອງຕັ້ງໜ້າເປັນ​ເຈົ້າ​ການ, ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້ງ ​ແລະ ຄວາມ​ແຕກ​ຕ່າງ​ກັນໂດຍ​ສັນຕິ. ອາ​ຊຽນ ຕ້ອງ​ສະ​ແດງ​ບົດບາດ​ຊີ້​ນຳ​ນຳພາ ​ແລະ ຮັກສາ​ບົດບາດ​ໃຈກາງ​ຂອງ​ຕົນ. ​ໃນ​ອະ​ນາ​ຄົດ, ​ຍາມ​ໃດ​ພວກ​ເຮົາກໍ່​ຖື​ສັນຍາ​ສະ​ໜິດ​ສະໜົມ ​ແລະ ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເປັນ​ພື້ນຖານ​ໃຫ້​ແກ່​ບັນດາ​ຄວາມ​ມານະ​ພະຍາຍາມໃນ​ການ​ສ້າງ​​ໂຄງ​ປະກອບ​ບັນດາລະບອບ​ລະບຽບປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ເມືອງ​ຢູ່​ພາກ​ພື້ນ​ໃໝ່​ໃນ​ອາ​ຊຽນຄືນ​ໃໝ່”.

     ແລະ ກໍ​ໃນ​ວັນ​ດຽວ​ກັນ,ຢູ່​ນອກກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງ​ທີ 47 (AMM 47) ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງຖືກ​ໄຂ​ຂຶ້ນ​ຢູ່​ນະຄອນຫຼວງ Nay Pyi Taw, ປະ​ເທດ​ມຽນມາ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງ ​ໄດ້​ພົບ​ປະ​ກັບ​ສົມ​ເດັດ Mohamed Bolkiah ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ການ​ຄ້າ ບຣູ​ໄນ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິ​ງສະ​ເໜີ 2 ຝ່າຍ​ເພີ່ມ​ທະວີ​ການ​ແລກປ່ຽນ​ການ​ພົບ​ປະ​ຂັ້ນ​ສູງ ​ແລະ ຂັ້ນ​ຕ່າງໆ, ຍູ້ແຮງການຮ່ວມມືໃນທຸກຂົງເຂດ; ດຳເນີນກອງປະຊຸມສະໄໝສາມັນ ຄັ້ງທີ 1 ຄະນະກຳມາທິການຮ່ວມມື 2 ຝ່າຍຫວຽດນາມ-ບຣູໄນໃນໄວໆນີ້. 2 ຝ່າຍຍັງແລກປ່ຽນ ບັນຫາສາກົນ ແລະ ພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ. 

ຂ່າວ/ບົດ​ອື່ນ