ໄຂກອງປະຊຸມລັດຖະມົນຕີການເງິນ G-20 ຢູ່ອາກຊັງຕິນ

(VOVWORLD) - ທີ່ກອງປະຊຸມແກ່ຍາວເປັນເວລາ 2 ວັນນີ້, ບັນດາພື້ນຖານເສດຖະກິດສະມາຊິກປຶກສາຫາລືກ່ຽວກັບບັນຫາພື້ນຖານຂອງພື້ນຖານເສດຖະກິດທົ່ວໂລກ

ວັນທີ 19 ມີນາ, ກອງປະຊຸມລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານສູນກາງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າຂອງໂລກ (G20) ໄດ້ໄຂຂຶ້ນຢູ່ນະຄອນຫຼວງ Buenos Aires ຂອງ ອາກຊັງຕິນ ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີການເງິນ 22 ທ່ານ, ຜູ້ວ່າການທະນາຄານສູນກາງ 17 ທ່ານ ແລະ ປະທານບັນດາອົງການສາກົນ 10 ທ່ານ. ທີ່ກອງປະຊຸມແກ່ຍາວເປັນເວລາ 2 ວັນນີ້, ບັນດາພື້ນຖານເສດຖະກິດສະມາຊິກປຶກສາຫາລືກ່ຽວກັບບັນຫາພື້ນຖານຂອງພື້ນຖານເສດຖະກິດທົ່ວໂລກຄື: ໂຄງປະກອບການເງິນສາກົນ, ລະບົບພາສີອາກອນ ແລະ ບັນດາຫຼັກການການເງິນ. ກອງປະຊຸມກໍ່ຈະເຕື້ອງເຖິງບັນດາສິ່ງທ້າທາຍຂອງພື້ນຖານເສດຖະກິດທົ່ວໂລກໃນສະພາບການກ່ຽວກັບສົງຄາມດ້ານການຄ້າ ຍັງຄົງສືບຕໍ່ນາບຂູ່ຢ່າງບໍ່ຢຸດຢັ້ງດ້ວຍການບື່ນຕົວຂຶ້ນຢ່າງແຮງຂອງລັດທິອາລັກຂາ.

ຕອບກັບ

ຂ່າວ/ບົດ​ອື່ນ