ໄຂກອງປະຊຸມລັດຖະມົນຕີການເງິນອາຊຽນ ຄັ້ງທີ 19

ໄຂກອງປະຊຸມລັດຖະມົນຕີການເງິນອາຊຽນ ຄັ້ງທີ 19 - ảnh 1
ໄຂກອງປະຊຸມລັດຖະມົນຕີການເງິນອາຊຽນ ຄັ້ງທີ 19
(ພາບ: mof.gov.vn)


(vovworld) – ກອງ​ປະຊຸ​ມ​ລັດ​ຖະມົນຕີ​ການ​ເງິນ​ອາ​ຊຽນ ຄັ້ງ​ທີ 19 (AFMM - 19) ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 21/03, ຢູ່​ນະຄອນຫຼວງ Kuala Lumpur, ປະ​ເທດ ມາ​ເລ​ເຊຍ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ມີ​ບັນດາຄະນະ​ຜູ້​ແທນ​ທີ່​ມາ​ຈາກ 10 ປະ​ເທດ​ອາ​ຊຽນ ​ແລະ ຜູ້​ຕາງໜ້າ​ຄະນະ​ເລຂາ​ອາ​ຊຽນ. ຄະນະ​ຜູ້​ແທນ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ ດິງຕ໋ຽນຢຸງ ນຳ​ໜ້າ. ຕາມ​ລາຍການ, ບັນດາ​ລັດຖະມົນຕີ​ຈະ​ສຸມ​ໃສ່​ປຶກສາ​ຫາລື​ເລື່ອງ​ຊຸກຍູ້​ບັນດາ​ຄວາມ​ມານະ​ພະຍາຍາມ ​ເພື່ອ​ແນ​ໃສ່​ຫັນປະຊາ​ຄົມ​ເສດຖະກິດ​ອາຊຽນ (AEC) ​​ໃຫ້​ປະກົດ​ຜົນ​ເປັນ​ຈິງໃນ​ທ້າຍ​ປີ 2015, ຕີ​ລາຄາ​ວິວັດ​ການ​ເຊື່ອມ​​ໂຍງດ້ານ​ການ​ເງິນ ​ແລະ ​ເງິນຕາ​ຂອງ​ອາ​ຊຽນ. ບັນດາ​ລັດຖະມົນຕີ​ກໍ່​ປຶກສາ​ຫາລື​ບັນດາ​ຂົງ​ເຂດ​ຮ່ວມ​ມື​ສຳຄັນ​ອື່ນໆ​ຄື: ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ໃນ​ພາກ​ພື້ນ, ພື້ນຖານ​ໂຄງ​ລ່າງ​ການ​ເງິນ, ພາສີອາກອນ, ປະກັນ​ໄພ ​ແລະ ການ​ເງິນ.
ຂ່າວ/ບົດ​ອື່ນ