ໄຂກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ 14 ຢ່າງສົມກຽດ

ໄຂກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ 14 ຢ່າງສົມກຽດ - ảnh 1
(ໄຂກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ 14 ຢ່າງສົມກຽດ)

(vovworld) - ​​​ ​​ເຂົ້າ​ຮ່ວມ​ພິ​ທີໄຂ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັ​ນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14 ມ​ີ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບ​ໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟຸ​ຈ້ອງ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ແລະ ບັນ​ດານັກ​ປະ​ຕິ​ວັດ​ຜູ້​ອາ​ວຸ​​ໂສ, ຜູ້​ຕາງ​ໜ້າ​ບັນ​ດາ​ຄະ​ນະ​ທູ​ຕາ​ນະ​ທູດ, ບັນ​ດາ​ອົງ​ການ​ຈ​ັດ​ຕັ້ງ​ສາ​ກົນ.

        ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມໃນ​ຕອ​ນ​ເຊົ້າ​ວັນ​ທີ 20/10, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ຮຽກ​ຮ້ອງ​ປະ​ຊ​າ​ຊົນ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ສືບ​ຕໍ່​ໜູນ​ຊ່ວຍ​ປະ​ຊາ​ຊົນ​ພາກ​ກາງ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ພາຍ​ຫຼັງ​​ພະ​ຍຸ​ນ້ຳ​ແກ່ງ; ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາ​ມ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ, ບັນ​ດາ​ໝູ່​ຄະ​ນະ​ໃນ​ການ​ຫຼຸ​ດ​ຜ່ອນ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ທຳ​ມະ​ຊາດ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ກາງ.

        ທົບ​ທວນ​ຄືນ​ບັນ​ດາ​ຄວາມ​ສະ​ດວກ, ​ຄວາມຫຍຸ​້ງ​ຍາກ​ຂອງ​ສະ​ພາບ​ການ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ເນັ້ນ​ໜັກ​​ເຖິງ​ຄວາມ​ຕັດ​ສິນ​ໃຈ​ສູງ, ​ດ້ວຍ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ຂ້ຽວ​ຂາດ, ບຸກ​ທະ​ລຸ ເພື່ອ​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖ​ານ​ເສດ​ຖະ​ກິດ​ຄືນ​ໃໝ່, ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ, ຄວ​ບ​ຄຸມ​ໜີ້​ສາ​ທາ​ລະ​ນະ, ໜີ້​ເສຍ​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​​ດ້ານເສດ​ຖະ​ກິດ​ມະ​ຫາ​ພາກ, ຮັບ​ປະ​ກັນຊີ​ວິດ​ສັງ​ຄົມ, ຮັກ​ສາ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ, ປັບ​ປຸງ​ການ​ປ້ອ​ງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ສ້າງ​ທ່າ​ພັດ​ທະ​ນາ​ໃຫ້​ຊຸມ​ປີ​ຕໍ່​ໄປ.

        ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ຂອງກອງ​ປະ​ຊຸມ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໃຫ້​ຮູ້​ວ່າ, ສະ​ພາ​ແຫ່ງ​ຊາດຈະ​ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍບາງ​ສະ​ບັບ, ມະ​ຕິ ແລະ ໃຫ້​ຄຳ​ເຫັນ​ກ່ຽວ​ກັບ 12 ຮ່າງ​ກົດ​ໝາຍ, ໃນ​ນັ້ນ​ມີ​ກົດ​ໝາຍ, ມະ​ຕິ​ສຳ​ຄັນ​ຫຼາຍ​ສະ​ບັບ, ປັບ​ປຸງ​ບັນ​ດາ​ຂົງ​ເຂດ​ເຊິ່ງ​ຫາງ​ສຽງ​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຄື: ກົ​ດ​ໝາຍ​ວ່າ​ດ້ວຍ​ສະ​ມາ​ຄົມ, ກົດ​ໝາຍ​ວ່າ​ດ້ວຍ​ການ​ເຊື່ອ​ຖື, ສາ​ສະ​ໜາ. ສະ​ພາ​ແຫ່ງ​ຊາດ​ກໍ​ພິ​ຈ​າ​ລະ​ນາ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ຕີ​ລາ​ຄາ​ໝາກ​ຜົນ​​ແຫ່ງການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ງົບ​ປະ​ມານ​ແຫ່ງ​ລັດ​ປີ 2016; ຕົກ​ລົງ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົ​ມ, ຄາດ​ຄະ​ເນ​ງົບ​ປະ​ມານ​ແຫ່ງ​ລັດ ແລະ ຈັດ​ແບ່ງ​ງົບ​ປະ​ມານ​ສູນ​ກາງ​ປີ 2017… ໃນ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ, ສະ​ພາ​ແຫ່ງ​ຊາດ​ໄດ້​ພິ​ຈາ​ລະ​ນາ​ບົດ​ລ​າຍ​ງານ​ວຽກ​ງານ​ຂອງ​ປະ​ທານ​ສານ​ປະ​ຊາ​ຊົ​ນ​ສູງ​ສຸດ, ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ… ​ບົດ​ລາຍ​ງານ​ຂອ​ງ​ລັດ​ຖະ​ບານ​ກ່​ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ ແລະ ການ​ລະ​ເມີດ​ກົດ​ໝາຍ. ສະ​ພາ​ແຫ່ງ​ຊາດ​ຈະ​ຮັບ​ຟັງ​ບົດ​ລາຍ​ງານ​ລວບ​ລວ​ມ​ຄຳ​ເຫັນ, ຂ​ໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ປະ​ຊາ​ຊົນ; ດຳ​ເນີນ​ການ​ຊັກ​ຖາມ​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ເນັ້ນ​ໜັກ​ວ່າ.

        “ກອງ​ປະ​ຊຸມ​ເທື່ອ​ທີ 2 ມີ​ວຽກ​ງານ​ຫຼາຍ​ຢ່າງ​ຕ້ອງ​ເຮັດ, ມີ​ເນື້ອ​ໃນ​ສຳ​ຄັນ​ຫຼາຍ​ຢ່າງ. ຂ້າ​ພະ​ເຈົ້າ​ຂໍ​ສະ​ເໜີ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ, ເສີມ​ຂະ​ຫຍາຍ​ຈິດ​ໃຈສາ​ມັກ​ຄີ, ພູມ​ປັນ​ຍາ, ສຸມ​ໃສ່​ຄົ້ນ​ຄວ້າ, ປຶກ​ສາ​ຫາ​ລື​ຢ່າງ​ປະ​ຊາ​ທິ​ປະ​ໄຕ, ມີ​ຫຼາຍ​ຄຳ​ເຫັນ​ທີ່​ມີ​ຄຸນ​​ນະ​ພາບ, ປະ​ກອ​ບ​ສ່ວນ​ໃຫ້​ກອງ​ປະ​ຊຸມ​ບັນ​ລຸ​ຜົນ​ງານ​​ຢ່າງ​ຈົບ​ງາມ, ຕອບ​ສະ​ໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ປະ​ຊາ​ຊົນ”.

        ແລະ​ກໍໃນ​ຕອນ​ເຊົ້າ​ວັນ​ດ​ຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​​ກ່າວ​ບົດລາຍ​ງານ​ເສດ​ຖະ​ກິດ​ສັງ​ຄົມ ປີ 2016 ແລະ ແຜນ​ການ​ປີ 2017, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີ​ນ ​ແນະ​ນຳ​ບົດ​ລາຍ​ງານ​ລວບ​ລວ​ມ​ຄຳ​ເຫັນ, ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ປະ​ຊາ​ຊົນ…

        ຕອນ​ບ່າຍ​ວັນ​ດຽວ​ກັນ, ສະ​ພາ​ແຫ່ງ​ຊາດ​ຮັບ​ຟັງ​ບົດ​ລ​າຍ​ງານ​ຄື: ແຜນ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ໄລ​ຍະ 2016 – 2020; ແຜນ​ການ​ການ​ເງິນ​ໄລ​ຍະ 5 ປີ; ຄາດ​ໝາຍ, ກຳ​ນົດ​ທິດລະ​ດົມ, ນຳ​ໃຊ້​ແ​ຫຼ່ງ​ທຶນ​ກູ້​ຢືມ ແລະ ຄຸ້ມ​ຄອງ​ໜີ້​ສາ​ທາ​ລະ​ນະ​ໄລ​ຍະ 2016 – 2020…

ຂ່າວ/ບົດ​ອື່ນ