ໄຂກອງປະຊຸມເຈົ້າໜ້າທີ່ຂັ້ນສູງບັນດາປະເທດອາຊີ-ອາບຟຣີກາ

ໄຂກອງປະຊຸມເຈົ້າໜ້າທີ່ຂັ້ນສູງບັນດາປະເທດອາຊີ-ອາບຟຣີກາ - ảnh 1
ບັນ​ດາ​ເຈົ້າ​ໜ້າ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ
(ພາບ: chinanews.com)

(vovworld) – ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ (SOM) ບັນ​ດາ​ປະ​ເທດ ອາ​ຊີ - ອາບ​ຟ​ຣີ​ກາ ໄດ້​ຖືກໄຂ​ຂຶ້ນ​ໃນ​ວັນ​ທີ 19/4, ຢູ່​ນະ​ຄອນຫຼວງ ຈາ​ກາກ​ຕາ, ປະ​ເທດ ອິນ​ໂດ​ເນ​ເຊຍ. ກ່າ​ວ​ຄຳ​ເຫັນ​ໄຂກອງ​ປະ​ຊຸມ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ໂດ​ເນ​ເຊຍ Retno Marsudi ຢັ້ງ​ຢື​ນ​ເລື່ອງ​ເປີດ​ກ້​ວາງ​ການ​ຮ່ວມ​ມື ໃຕ້ - ໃຕ້, ດ້ວຍ​ວິ​ທີ​ເຊິ່ງ​ລວມ​ມ​ີ: ທັງ​ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ, ຈະ​ຊ່ວຍ​ບັນ​ລຸ​ໝາກ​ຜົນຫຼາຍ​ກ່​ວາ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຈຸດ​ໝາຍ​ຂອງ​ຂອບ​ເຂດ​ຮ່ວມ​ມື​ລະ​ຫວ່າງ​ພາກ​ພື້ນ. ທ່ານ Retno Marsudi ເນັ້ນ​ໜັກ​ວ່​າ: 2 ທະ​ວີບ ອາ​ຊີ ແລະ ອາບ​ຟ​ຣີ​ກາ ຈະ​ບໍ່​ຢຸດ​​ຢູ່​ໃນ​​ຂອບ​ເຂດການ​ຮ່ວມ​ມື ໃຕ້ - ໃຕ້ ເທົ່າ​ນັ້ນ ແລະ ເລື່ອງ​ເຊື້ອ​ເຊີນ​ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເພື່ອ​ແນ​ໃສ່​ເປີດ​ກ້​ວາງ, ຫັນ​​ເປັນ​ການ​ຮ່ວມ​ມື 3 ຝ່າຍ ໃຕ້ - ໃຕ້ (SSTC). ທ່ານ​ລັດ​ຖະ​ມົນ​ຕີ Marsudi ຢັ້ງ​ຢືນ​ວ່າ: ການ​ຮ່ວມ​ມື 3 ຝ່າຍ ໃຕ້ - ໃຕ້ ຈະ​ບໍ່​ພຽງ​ແຕ່​ຮັດ​ແຄບ​ຊ່ອງ​ຫວ່າງ​ພັດ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ສຳ​ຄັນ​ກ່​ວາ​ອີກ​ແມ່ນ​ມັນ​ຈະ​ປະ​ກອບ​ສ່ວນ​ສືບ​ຕໍ່​ສ້າງ​ສັນ​ຕິ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ໃນ​ໂລກ​ອີກ​ດ້ວຍ.


ຂ່າວ/ບົດ​ອື່ນ