ໄຂງານບຸນ ເກົ່າຕ່າວ ຂອງຊາວເຜົ່າມົ້ງ

(VOVWORLD) -    ເປີດສາກງານບຸນແມ່ນພິທີກຳບູຊາ, ເຊິ່ງໄດ້ຮັບການປະຕິບັດຕາມຮີດຄອງປະເພນີຂອງຊາວເຜົ່າມົ້ງ, ໂດຍນັກສິລະປະກອນ ຢ່າງອາຊູ ປະຕິບັດ ດ້ວຍເນື້ອໃນ: ສະແດງຄວາມຮູ້ບຸນຄຸນເຈົ້າພູ, ເຈົ້າຖິ່ນເຈົ້າຖານ, ເຈົ້າຫ້ວຍ ທີ່ໄດ້ດົນບັນດານໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າເມືອງ ຈ້າມເຕົ່າ ມີປີທີ່ມີໂຊກມີລາບ...
ໄຂງານບຸນ ເກົ່າຕ່າວ ຂອງຊາວເຜົ່າມົ້ງ - ảnh 1ເມືອງ ຈ້າມເຕົ່າ, ແຂວງ ອຽນບ໋າຍ, ໄດ້ຈັດງານບຸນ ເກົ່າຕ່າວ ປີ 2024
(ພາບ:Việt Dũng/TTXVN)

ວັນທີ 18 ກຸມພາ (ກົງກັບວັນທີ 9 ເດືອນຈຽງ), ຢູ່ເມືອງ ຈ້າມເຕົ່າ, ແຂວງ ອຽນບ໋າຍ, ໄດ້ຈັດງານບຸນ ເກົ່າຕ່າວ ປີ 2024. ນີ້ແມ່ນງານບຸນໃຫຍ່ສຸດໃນປີທີ່ໄດ້ຈັດຂຶ້ນຢູ່ເມືອງເຂດພູສູງນີ້, ໂດຍເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳທີ່ເປັນປະເພນີຂອງຊາວເຜົ່າມົ້ງໃນທົ່ວປະເທດເວົ້າລວມ, ຂອງຊາວເຜົ້າມົ້ງ ຢູ່ ຈ້າມເຕົ່າ ເວົ້າສະເພາະ.

        ເປີດສາກງານບຸນແມ່ນພິທີກຳບູຊາ, ເຊິ່ງໄດ້ຮັບການປະຕິບັດຕາມຮີດຄອງປະເພນີຂອງຊາວເຜົ່າມົ້ງ, ໂດຍນັກສິລະປະກອນ ຢ່າງອາຊູ ປະຕິບັດ ດ້ວຍເນື້ອໃນ: ສະແດງຄວາມຮູ້ບຸນຄຸນເຈົ້າພູ, ເຈົ້າຖິ່ນເຈົ້າຖານ, ເຈົ້າຫ້ວຍ ທີ່ໄດ້ດົນບັນດານໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າເມືອງ ຈ້າມເຕົ່າ ມີປີທີ່ມີໂຊກມີລາບ, ລະດູການໄດ້ຮັບຜົນດີ; ພ້ອມນັ້ນ, ກໍຂໍໃຫ້ເທວະດາຟ້າແຖນສືບຕໍ່ສ້າງຄວາມສະດວກໃຫ້ພໍ່ແມ່ປະຊາຊົນໃນປີໃໝ່ມີໂຊກມີລາບ, ປະສົບຜົນສຳເລັດ, ສຸຂະພາບເຂັ້ມແຂງ.

        ໃນຂະນະນັ້ນ, ຢູ່ແຂວງລາຍເຈົາ, ໃນລະຫວ່າງວັນທີ 17 – 18 ກຸມພາ, ງານບຸນ ເກົ່າຕ່າວ ກໍ່ໄດ້ຈັດຂຶ້ນຢູ່ຫຼາຍທ້ອງຖິ່ນໃນບໍລິເວນແຂວງເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ