ໄຂງານບຸນທ່ອງທ່ຽວນ້ຳຕົກຕາດ ບ້ານຢົກ ປີ 2023

(VOVWORLD) - ທີ່ພິທີໄຂງານບຸນ, ໄດ້ມີລາຍການສະແດງສະແດງສິລະປະດ້ວຍບັນດາການສະແດງສິລະປະທີ່ເປັນເອກະລັກສະເພາະ, ພິເສດແມ່ນລາຍການສະແດງສິລະປະຂັບແທງ ພິມຕິ໋ງ ດ້ວຍການເຂົ້າຮ່ວມຂອງນັກສິລະປະການນັບ 1.000 ຄົນ.
ໄຂງານບຸນທ່ອງທ່ຽວນ້ຳຕົກຕາດ ບ້ານຢົກ ປີ 2023 - ảnh 1ພິທີກຳຕ່າງໆທີ່ເຫດການ (ພາບ:VOV)

ຕອນຄ່ຳວັນທີ 6 ຕຸລາ, ຄະນະກຳມະການປະຊາຊົນແຂວງ ກາວບັ່ງ ໄດ້ໄຂງານບຸນທ່ອງທ່ຽວນ້ຳຕົກຕາດ ບ້ານຢົກ ປີ 2023. ຜູ້ຕາງໜ້າກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຜູ້ຕາງໜ້າ 10 ແຂວງ, ນະຄອນ, ຜູ້ຕາງໜ້າເຂດປົກຄອງດ້ວຍຕົນເອງຊົນເຜົ່າ ຈ໋ວາງ, ແຂວງ ກວາງສີ (ປະເທດຈີນ) ພ້ອມກັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດນັບພັນຄົນເຂົ້າຮ່ວມງານບຸນ.

        ທີ່ພິທີໄຂງານບຸນ, ໄດ້ມີລາຍການສະແດງສະແດງສິລະປະດ້ວຍບັນດາການສະແດງສິລະປະທີ່ເປັນເອກະລັກສະເພາະ, ພິເສດແມ່ນລາຍການສະແດງສິລະປະຂັບແທງ ພິມຕິ໋ງ ດ້ວຍການເຂົ້າຮ່ວມຂອງນັກສິລະປະການນັບ 1.000 ຄົນ. ນອກຈາກນັ້ນ, ຍັງມີການເຄື່ອນໄຫວອື່ນໆ, ຄື: ງານວາງສະແດງ, ແນະນຳຜະລິດຕະພັນ, ສິນພິເສດ, ຂອງກິນທີ່ເປັນເອກະລັກສະເພາະ, ການເຄື່ອນໄຫວ ກິລາ, ການລະຫຼິ້ນພື້ນເມືອງ…

        “ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ແລະ ພາກພູມໃຈເມື່ອໄດ້ເຂົ້າຮ່ວມງານບຸນນ້ຳຕົກຕາດບ້ານຢົກ, ຂ້າພະເຈົ້າເຫັນວ່າມີການປະສານສົມທົບລະຫວ່າງປັດໄຈພື້ນເມືອງ ແລະ ທັນສະໄໝ. ທັນສະໄໝຢູ່ນີ້ແມ່ນດ້ານດົນຕີ, ແສງສີ, ສ່ວນປັດໄຈພື້ນເມືອງແມ່ນຄວາມງາມດ້ານວັດທະນະທຳຂອງຊາວເຜົ່າສ່ວນໜ້ອຍຢູ່ແຫ່ງນີ້”.

        “ບັນຍາກາດ ແລະ ທິວທັດທຳມະຊາດ, ເຖິງວ່າ ທັນສະໄໝ ແລະ ພື້ນເມືອງ ມັນແຕກຕ່າງກັນກກໍ່ຕາມ ແຕ່ຜ່ານການຈັດຕັ້ງຂ້າພະເຈົ້າເຫັນໄດ້ມັນເໝາະສົມ, ອຸດົມສົມບູນ ແລະ ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈ”.

ຕອບກັບ

ຂ່າວ/ບົດ​ອື່ນ