ໄຂງານບຸນພົບປະແລກປ່ຽນວັດທະນະທຳຫວຽດນາມ-ຍີ່ປຸ່ນ2016

ໄຂງານບຸນພົບປະແລກປ່ຽນວັດທະນະທຳຫວຽດນາມ-ຍີ່ປຸ່ນ2016 - ảnh 1
ໄຂງານບຸນພົບປະແລກປ່ຽນວັດທະນະທຳຫວຽດນາມ-ຍີ່ປຸ່ນ2016

(vovworld) - ງານ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ຫວຽດນາມ - ຍີ່ປຸ່ນ 2016 ຖືກ​ດ​ຳ​ເນີນ​ຢູ່​ນະຄອນ ດ່າ​ໜັງ ​ໃນ​ລະຫວ່າງ​ວັນ​ທີ 29 – 31/07/2016 ດ້ວຍ​ຫົວ​ຂໍ້​ວ່າ: “​ເຊື່ອ​ມຕໍ່​ສາຍສຳພັນ” ນີ້​ແມ່ນການ​ເຄື່ອນ​ໄຫວ​ປະຈຳ​ປີ​ຄັ້ງ​ທີ 3 ​ຖືກຈັດ​ຕັ້ງ ​ເພື່ອ​ແນ​ໃສ່​ໂຄສະນາ​ເຜີຍ​ແຜ່​ວັດທະນະທຳ ຍີ່ປຸ່ນ ​ເຖິງ​ປະຊາຊົນ​ນະຄອນ ດ່າ​ໜັງ ກໍ່​ຄື​ນຳ​ຮູບ​ພາບ, ວັດທະນະທຳ​ຂອງ​ນະຄອນ​ແຄມ​ແມ່​ນ້ຳ ຮ່າ​ນ ​ເຖິງ​ຊາວ ຍີ່ປຸ່ນ ​ແລະ ​ແຂກ​ທ່ອງ​ທ່ຽວ. ນອກ​ຈາກ​ບັນດາ​ການ​ເຄື່ອນ​ໄຫວຄື: ການ​ຄ້າ, ວັດທະນະທຳ, ​ແລກປ່ຽນ​ສິລະ​ປະ​ທີ່​ເຕັມ​ໄປ​ດ້ວຍສີສັນພິ​ເສດ​ສະ​ເພາະ​ຂອງ 2 ປະ​ເທດ, ງານ​ບຸນ​ປີ​ນີ້ ມີ​ຂອບ​ຂະໜາດ​ດ້ວຍ​ຮ້ານ​ວາງສະ​ແດງ 75 ຮ້ານ ​ທີ່​ແນະນຳ​ສິນ​ທະ​ເລ ຍີ່ປຸ່ນ ຂອງ​ນະຄອນ Kushiro - ​ເຂດ Hokkaido, ວັດທະນະທຳ - ອາຫານ​ການ​ກິນ Nagasaki, ສິລະ​ປະ​ເຮັດ​ວ່າວຂອງ​ນະຄອນ Mitsuke, ​ແນະນຳ​ການ​ທ່ອງ​ທ່ຽວ​ບັນດາ​ນະຄອນ​ Yokohama, Narita, Sakai. ປີ​ນີ້, ງານ​ບຸນ​ມີ​ການ​ເຂົ້າ​ຮ່ວມ​ຂອງ 62 ຄະນະ​ນັກ​ທ່ອງ​ທ່ຽວ ຍີ່ປຸ່ນ, ​ໃນ​ນັ້ນ ຄະນະ​ສິລະ​ປະ​ມີ​ກ່ວາ 25 ຄະນະ. ຄະນະ​ຈັດ​ຕັ້ງຫວັງ​ວ່າ: ​ໂດຍ​ຜ່ານ​ງານ​ບຸນ​ພົບ​ປະ​ແລກປ່ຽນ​ວັດທະນະທຳ ຫວຽດນາມ - ຍີ່ປຸ່ນ ຄັ້ງນີ້, ສາຍ​ພົວພັນ​ມິດຕະພາບ​ຂອງ 2 ປະ​ເທດ​ເວົ້າ​ລວມ ຈະ​ບັນລຸ​ໄດ້​ບາດກ້າວ​ໃໝ່​ໃນ​ຫລາຍ​ຂົງ​ເຂດ​ໃນ​ອະນາຄົດ.

 

 

 

ຂ່າວ/ບົດ​ອື່ນ