ໄຂງານບຸນໜັງສືພິມລະດູບານໃໝ່ປີຈໍ 2018 ຢູ່ຫຼາຍແຂວງ, ນະຄອນ

(VOVWORLD) - ງານບຸນໜັງສືພິມ ລະດູບານໃໝ່ປີ ປີຈໍ 2018 ມີຮ້ານວາງສະແດງ 10 ຮ້ານ ໄດ້ແນະນຳເຖິງມະຫາຊົນບັນດາສື່ສິ່ງພິມຂອງສື່ມວນຊົນແຂວງ ເງະອານ ແລະ ເກືອບ ໜັງສືພິມເກືອບ 100 ສະບັບ
  
ໄຂງານບຸນໜັງສືພິມລະດູບານໃໝ່ປີຈໍ 2018 ຢູ່ຫຼາຍແຂວງ, ນະຄອນ - ảnh 1 ງານບຸນໜັງສືພິມລະດູບານໃໝ່ແຂວງ ເງະອານ

ດ້ວຍຫົວຂໍ້ວ່າ: “ອວຍພອນພັກສະຫງ່າລາສີ, ອວຍພອນປະເທດຊາດ, ບ້ານເກີດເມືອງນອນແຫ່ງການປ່ຽນແປງໃໝ່”, ວັນທີ 7 ກຸມພາ, ຢູ່ເມືອງ ກອນກວງ (ເງະອານ) ໄດ້ຈັດຕັ້ງງານບຸນໜັງສືພິມ ລະດູບານໃໝ່ປີ 2018. ງານບຸນໜັງສືພິມ ລະດູບານໃໝ່ປີ ປີຈໍ 2018 ມີຮ້ານວາງສະແດງ 10 ຮ້ານ ໄດ້ແນະນຳເຖິງມະຫາຊົນບັນດາສື່ສິ່ງພິມຂອງສື່ມວນຊົນແຂວງ ເງະອານ ແລະ ເກືອບ ໜັງສືພິມເກືອບ 100 ສະບັບ, ວາລະສານດ້ວຍກ່ວາ 1.000 ສື່ສິ່ງພິມຈາກສູນກາງ, ໜັງສືພິມຂອງຂະແໜງການ ແລະ ບັນດາແຂວງ, ນະຄອນໃນທົ່ວປະເທດ, ຂ່າວຈາກຂອງບັນດາເມືອງ, ນະຄອນ, ເທດສະບານໃນແຂວງ.

        ພະແນກວັດທະນະທຳ ແລະ ກິລາແຂວງ ນິງບີ່ງ ກໍ່ໄດ້ສົມທົບກັບສະມາຄົມນັກຂ່າວແຂວງ ນີງບີ່ງ ແລະ ຫໍສະໝຸດແຂວງ ນີງບິ່ງ ໄຂ “ງານວາງສະແດງໜັງສືພິມລະດູບານໃໝ່ປີຈໍ 2018”.

        ໃນຂະນະນັ້ນ, ຢູ່ຕາແສງ ເຈົາຢາງ (ເມືອງ ຢູຍຕຽນ), ສະມາຄົມນັກຂ່າວແຂວງ ຮ່ານາມ ກໍ່ໄດ້ຈັດພິທີໄຂງານວາງສະແດງໜັງສືພິມບຸນເຕັດ, ໜັງສືພິມລະດູບານໃໝ່ປີຈໍ 2018. ດ້ວຍສື່ ສິ່ງພິມລະດູບານໃໝ່ຂອງບັນດາອົງການສື່ມວນຊົນສູນກາງ ແລະ ທ້ອງຖິ່ນເກືອບ 100 ຢ່າງໄດ້ນຳມາວາງສະແດງ, ງານບຸນໜັງສືພິມ ລະດູບານໃໝ່ປີຈໍ 2018 ໄດ້ດຶງດູດຜູ້ອ່ານເປັນຈຳນວນຫຼວງຫຼາຍ.

        ສະມາຄົມນັກຂ່າວແຂວງ ດັກນົງ ໄດ້ສົມທົບກັບພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ໄຂ ງານບຸນໜັງສືພິມ ລະດູບານໃໝ່ແຂວງ ດັກນົງ ປີ 2018 ຂຶ້ນເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ