ໄຂງານມະໂຫລານບ້ານເດັກ SOS ຫວຽດນາມຄັ້ງທີ 8

(VOVWORLD) -ແຕ່ວັນທີ 19 – 23 ມິຖຸນາ, ຢູ່ນະຄອນຍາຈາງຂອງຫວຽດນາມ ໄດ້ດຳເນີນງານມະໂຫລານຜູ້ແທນເດັກດີເດັ່ນຈາກບັນດາບ້ານເດັກ SOS ຫວຽດນາມຄັ້ງທີ 8. ເຂົ້າຮ່ວມງານມະໂຫລານ ມີພວກນ້ອງອະນຸຊົນດີເດັ່ນ 170 ຄົນ ມາຈາກ 17 ບ້ານເດັກ SOS ໃນທົ່ວປະເທດ.

ໄຂງານມະໂຫລານບ້ານເດັກ SOS ຫວຽດນາມຄັ້ງທີ 8 - ảnh 1ການວາງສະແດງບັນດາຜະລິດຕະພັນຂອງເດັກ

(ພາບ: VTV)

ງານມະໂຫລານຜູ້ແທນ ບ້ານເດັກ SOS ຫວຽດນາມ ໄດ້ຈັດຕັ້ງ 02 ປີ/ຄັ້ງ. ປີນີ້, ງານມະໂຫລານລວມມີບັນດາການເຄື່ອນໄຫວທີ່ມີຄວາມໝາຍຄື: ການຖະຫວາຍທູບທຽນອາໄລຫາ - ລາຍງານຜົນງານທີ່ສຸສານນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດ ຮ່ອນຢຸງ; ແຂ່ງຂັນການວາງສະແດງບັນດາຜະລິດຕະພັນ; ແຂ່ງຂັນກັນຕອບຄຳຖາມ; ເຮັດອະນາໄມສິ່ງແວດລ້ອມຢູ່ບໍລິເວນແຄມທະເລ; ຢ້ຽມຊົມທັດສະນີຍະພາບ, ເຂດທ່ອງທ່ຽວຈຳນວນໜຶ່ງຢູ່ຍາຈາງ; ພົບປະແລກປ່ຽນກັບພະນັກງານ, ນັບຮົບທະຫານເຮືອເຂດ 4.

ຕອບກັບ

ຂ່າວ/ບົດ​ອື່ນ