ໄຂງານວາງສະແດງການເດີນທາງທະເລ ແລະ ການບິນໃຫຍ່ສຸດ ອາຊີ - ປາຊີຟິກ

(VOVWORLD) - ງານວາງສະແດງດັ່ງກ່າວ ຈະດໍາເນີນເປັນເວລາ 5 ວັນ ດ້ວຍການເຂົ້າຮ່ວມຂອງບໍລິສັດກວ່າ 400 ແຫ່ງ ທີ່ມາຈາກ 32 ປະເທດ ແລະ ເຂດແຄວ້ນໃນໂລກ
ໄຂງານວາງສະແດງການເດີນທາງທະເລ ແລະ ການບິນໃຫຍ່ສຸດ ອາຊີ - ປາຊີຟິກ - ảnh 1ພິທີໄຂງານວາງສະແດງ  LIMA’ 19 (ພາບ: TTXVN)

ຕອນເຊົ້າວັນທີ 26 ມີນາ, ງານວາງສະແດງການເດີນທາງທະເລ ແລະ ການບິນ ສາກົນ Langkawi ປີ 2019 (LIMA’ 19) ໄດ້ໄຂຂຶ້ນຢູ່ສູນວາງສະແດງສິນຄ້າສາກົນ Mahsuri ຢູ່ໝູ່ເກາະ Langkawi ຂອງປະເທດ ມາເລເຊຍ. ຕາມແຜນການແລ້ວ, ງານວາງສະແດງດັ່ງກ່າວ ຈະດໍາເນີນເປັນເວລາ 5 ວັນ ດ້ວຍການເຂົ້າຮ່ວມຂອງບໍລິສັດກວ່າ 400 ແຫ່ງ ທີ່ມາຈາກ 32 ປະເທດ ແລະ ເຂດແຄວ້ນໃນໂລກ, ເຊິ່ງລວມມີບັນດາກຸ່ມບໍລິສັດໃຫຍ່ຄື Boeing, Airbus, Thales... ບັນດາປະເທດທີ່ມີພື້ນຖານອຸດສາຫະກໍາປ້ອງກັນປະເທດທີ່ພັດທະນາຢ່າງແຮງຄື ລັດເຊຍ, ເຢຍລະມັນ, ອັງກິດ, ຈີນ... ລ້ວນແຕ່ໄດ້ວາງສະແດງ, ແນະນໍາບັນດາຜົນງານທັນສະໄໝທີ່ສຸດທີ່ຕົນບັນລຸໄດ້ທັງໃນຂົງເຂດການທະຫານ ແລະ ພົນລະເຮືອນ. ງານວາງສະແດງດັ່ງກ່າວຄາດວ່າຈະຕ້ອນຮັບລູກຄ້າ ແລະ ແຂກມາຢ້ຽມຊົມເປັນຈໍານວນຫຼວງຫຼາຍ.

        ໃນຂອບເຂດຂອງງານວາງສະແດງດັ່ງກ່າວ ຈະດໍາເນີນກອງປະຊຸມສໍາມະນາຕ່າງໆ, ປຶກສາຫາລືກ່ຽວກັບບັນດາບັນຫາຮ້ອນເຮັ່ງ ເຊິ່ງລວມມີ ການເພີ່ມທະວີການຮ່ວມມືດ້ານພົນລະເຮືອນ ແລະ ການທະຫານ ເພື່ອຮັບປະກັນຄວາມປອດໄພໃນການເດີນທາງອາກາດ, ທ່າອ່ຽງຍຸດທະສາດຢູ່ບັນດາເສ້ັນທາງຄົມມະນາຄົມທາງທະເລໃນພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.


ຕອບກັບ

ຂ່າວ/ບົດ​ອື່ນ