ໄຂງານວາງສະແດງວັດຖຸບູຮານຄະດີຂອງຫວຽດນາມ ຢູ່ ເຢຍລະມັນ

ໄຂງານວາງສະແດງວັດຖຸບູຮານຄະດີຂອງຫວຽດນາມ ຢູ່ ເຢຍລະມັນ - ảnh 1
ວັດ​ຖຸ​ບູ​ຮານ​ຄະ​ດີຂອງ​ຫວຽດ​ນາມວາງ​ສະ​ແດງ​ຢູ່ ເຢຍ​ລະ​ມັນ
ພາບ:thoidai.com

(vovworld)- ​ງານ​ວາງ​ສະ​ແດງວັດ​ຖຸ​ບູ​ຮານ​ຄະ​ດີຂອງ​ຫວຽດ​ນາມ ຖືກ​ຈັດ​ຂຶ້ນ​ທີ່ ຫໍ​ພິ​ພິ​ທະ​ພັນ​ບູ​ຮານ​ຄະ​ດີ ​ຢູ່ ນະ​ຄອນ Herne ລັດ Nordrhein Westfalen- ເຢຍ​ລະ​ມັນ  ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ແຂກ​ຖືກ​ເຊີນ ແລະ ຜູ້​ຊົມ​ກວ່າ 700 ຄົນ. ງານ​ວາງ​ສະ​ແດງ​ດັ່ງ​ກ່າວ​ໄດ້​ຮັບ​ການ​ສະ​ຫນັບ​ສະ​ຫນູນ​ຈາກ​ລັດ​ຖະ​ບານ​ສອງ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ​່​ພິ​ທີ​ໄຂ, ທ່ານ ດ​ວານ​ຊວນ​ຮືງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເຢຍ​ລະ​ມັນ ແລະ ທ່ານ​ນາງ ດັ້ງ​ທິ​ບິກ​ລຽນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັ​ດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ເນັ້ນ​ຫນັກ​ຄວາມ​ໝາຍ​ສຳ​ຄັນ​ຂອງ​ງານ​ວາງ​ສະ​ແດງ ຊື່ງ​ໄດ້​ຈັດ​ຂຶ້ນ​ໃນ​ປີ ສອງ​ປະ​ເທດ ຫວຽດ​ນາມ ແລະ ເຢຍ​ລະ​ມັນ ສະ​ເຫລີມ​ສະ​ຫລອງ 5 ປີ​ແຫ່ງວັນ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ງານ​ວາງ​ສະ​ແດງ​ໄດ້​ແນະ​ນຳ​ໃຫ້​ເພື່ອນ​ມິດ ເຢຍ​ລະ​ມັນ ແລະ ສາ​ກົນ ຮູ້​ຈັກ​ເຖິງ​ບັນ​ດາ​ວັດ​ຖຸ​ບູ​ຮານມ​ີ​ມາ​ນັບ​ພັນ​ປີ​ຂອງ​ຫວຽດ​ນາມ, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ມູນ​ເຊື້ອ​ສະ​ຫງ່າ​ອົງ​ອາດ ແລະ ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ​່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ, ຜ່ານນັ້ນ ເພີ່ມ​ທະ​ວີ​ຄວາມ​ສະ​ຫນິດ​ຕິດ​ພັນ ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ. 


ຕອບກັບ

ຂ່າວ/ບົດ​ອື່ນ