ໄຂ​ງານ​ວາງ​ສະ​ແດງ​ສ​າ​ກົນ​ທາງ​ການ​ບິນ ຫວຽດ​ນາມ ຄັ້ງ​ທີ 3

(VOVWORLD) - ວັນທີ 11 ຕຸລາ, ງານວາງສະແດງສາກົນການບິນ ຫວຽດນາມ ຄັ້ງທີ 3 (VIAE 2023) ໄດ້ໄຂຂຶ້ນຢູ່ນະຄອນໂຮ່ຈີມິນ.
ໄຂ​ງານ​ວາງ​ສະ​ແດງ​ສ​າ​ກົນ​ທາງ​ການ​ບິນ ຫວຽດ​ນາມ ຄັ້ງ​ທີ 3 - ảnh 1ພາບປະກອບ: TTXVN

VIAE 2023 ມີ ປະມານ 200 ຮ້ານວາງສະແດງ ທີ່ມາຈາກວິສາຫະກິດກ່ວາ 100 ແຫ່ງ ເຊິ່ງເຂົ້າຮ່ວມການວາງສະແດງເຮືອບິນຫຼາຍຮູບແບບຄື: ຮູບແບບເຮືອບິນເອກະຊົນ ແລະ ການບິນພົນລະເຮືອນ, ເຕັກໂນໂລຢີຄວາມໝັ້ນຄົງທາງການບິນ, ເຄື່ອງ ເຟີນີເຈີພາຍໃນຂອງ ເຮືອບິນ, ວັດຖຸອຸປະກອນ ເຄື່ອງໄອໄຫຼ່ຂະແໜງການບິນ, ວັດຖຸອຸປະກອນ ຂະແໜງການບິນອາວະກາດ… ທີ່ງານວາງສະແດງຄັ້ງນີ້, ມີບາງຫົວໜ່ວຍທີ່ເຄື່ອນໄຫວໃນຂະແໜງການບິນ ໄດ້ແນະນຳເຮືອບິນບໍ່ມີຄົນຂັບ ແລະ ລະບົບບໍ່ມີຄົນຂັບ, ລະບົບ, ວັດຖຸອຸປະກອນປ້ອງກັນອາກາດ… ນອກຈາກມີການເຂົ້າຮ່ວມຂອງ ບັນດາບໍລິສັດການບິນ ຢູ່ ຫວຽດນາມແລ້ວ, VIAE 2023 ຍັງມີການເຂົ້າຮ່ວມຂອງວິສາຫະກິດ ອາເມລິກາ, ການາດາ, ລັດເຊຍ, ເອີລົບ ແລະ ບັນດາປະເທດໃນພາກພື້ນອາຊີອີກດ້ວຍ.

ໃນຂອບເຂດ VIAE 2023 ທີ່ດຳເນີນຮອດວັນທີ 13 ຕຸລາ, ຍັງມີບັນດາກອງປະຊຸມສຳມະນາວິຊາສະເພາະ, ສຸມໃສ່ ບັນດາບັນຫາຄື: ສະພາບການຂະແໜງການບິນ ຫວຽດນາມ ໃນປັດຈຸບັນ, ກະຕຸກຊຸກຍູ້ການບິນ - ມາດຖານ ການເຄື່ອນໄຫວຢູ່ ສະໜາມບິນ, ບັນດາຄວາມຮຽກຮ້ອງຕ້ອງການທີ່ສະຫງວນໃຫ້ແກ່ເຮືອບິນລຸ້ນໃໝ່, ມາດຖານຂອງຜູ້ສະໜອງວັດຖຸອຸປະກອນການບິນອາວະກາດ, ຄວາມຕ້ອງການບຸກຄະລາກອນຂອງຂະແໜງການບິນ ໃນໄລຍະ 20 ປີຈະມາເຖິງ, ການອອກແບບລະບົບນິເວດການບິນ.

ຕອບກັບ

ຂ່າວ/ບົດ​ອື່ນ