ໄຂງານວາງສະແດງຮູບພາບ“ເຈື່ອງຊາບ່ອນທີ່ເຮົາມາ”

ໄຂງານວາງສະແດງຮູບພາບ“ເຈື່ອງຊາບ່ອນທີ່ເຮົາມາ” - ảnh 1
ພິທີຕັດແຖບຜ້າໄຂງານວາງສະແດງ
(ພາບ: Minh Duc/VOV5)

(vovworld) – ​ ​​ຕອນ​ເຊົ້າ​ວັນ​ທີ 30/8, ຢູ່​ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ຮູບ​ພາບ “​ເຈື່ອງ​ຊາ​ບ່ອນ​ທີ່​ເຮົາ​ມາ” ຂອງ​ ຫງວຽນ​ໝີ​ຈ່າ, ​ ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ (VOV). ຜູ້ອຳນວຍການ​ໃຫຍ່ VOV ຫງວຽນ​ເທ໋ກີ໋ ​ໄດ້​ເຂົ້າ​ຮ່ວມ ​ແລະ ຕັດ​ແຖ​ບຜ້າ​ໄຂ​ງານ​ວາງສະ​ແດງ.

        ງານ​ວາງສະ​ແດງ “​ເຈື່ອງ​ຊາ​ບ່ອນ​ທີ່​ເຮົາ​ໄປ” ​ໄດ້​ນຳ​ມາ​ວາງສະ​ແດງຮູບ​ພາບ 70 ​ແຜ່ນ​​ເຊິ່ງຈັດ​ເປັນ 3 ຫົວ​ຂໍ້​ນັ້ນ​​ແມ່ນ: ສີສັນ​ເຈື່ອງ​ຊາ, ຄວາມ​ງາມ​ຂອງ​ທະຫານ​​ເຮືອ ຫວຽດນາມ, ການ​ດຳລົງ​ຊີວິດ​ດ້ານ​ຈິດ​​ໃຈ​ໃນ​ເກາະ. ນີ້​ແມ່ນ​ບັນດາ​ຮູບ​ຖ່າຍ​ໂດຍ​ນັກ​ຂ່າວ ຫງວຽນ​ໝີ​ຈ່າ ປະຕິບັດ​ໃນ​ການ​​ໄປປະຕິບັດ​ງານ​ຢູ່​ເຈື່ອງ​ຊາ ​​ເມື່ອ​ເດືອນ 6 ປີ​ນີ້. ທ່ານ​ຜູ​້ອຳນວຍ​ການ​ໃຫຍ່ VOV ຫງວຽນ​ເທ໋ກີ໋, ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ແມ່ນ​ຜູ້​ລະດົມ​ນັກ​ຂ່າວ ຫງວຽນ​ໝີ໋ຈ໋າ ຈັດ​ງານ​ວາງສະ​ແດງ​ນີ້, ​ແນ່ນອນ​ວ່າ​ງານ​ວາງ​ສະ​ແດງ​ນີ້​ຈະ​ດຶງດູດ​ຄວາມ​ສົນ​ໃຈ​ຈາກ​ຫຼາຍ​ຄົນ. ຍ້ອນ​ງານ​ວາງສະ​ແດງ​ໄດ້​ເວົ້າ​ເຖິງ ​ເຈື່ອງ​ຊາ, ​ເວົ້າ​ເຖິງ​ບັນດາ​ທະຫາ​ນທີ່ພວມ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ​ໃນ​ເກາະ ​ເຈື່ອງ​ຊາ. ມື້​ນີ້, ຂ້າພະ​ເຈົ້າຮູ້ສຶກປິ​ຕິ​ຊົມ​ຊື່ນ​ຫຼາຍ​ຍ້ອນ​ວ່າ​ງານ​ວາງສະ​ແດງ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ຫຼາຍ​ຄົນ, ຜ່ານ​ນັ້ນ​ຈະ​ສ້າງ​ຄວາມ​ເຊື່ອ​ໝັ້ນ, ຄວາມ​ຮັກ​ແພງ​​ບັນດາ​ທະຫານ​ພວມ​ປົກ​ປັກ​ຮັກສາ​ເຂດ​ນ່ານທະ​ເລ​ຂອງ​ປະ​ເທດ​ຊາດ​ທັງ​ເວັນ ​ແລະ ຄືນກ່ວາ​ອີກ.”


ຂ່າວ/ບົດ​ອື່ນ