ໄຂ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 27 ຂອງ ຄະ​ນະ​ປະ​ຈຳ​ສ​ະ​ພ​າ​ແຫ່ງ​ຊາດ

(VOVWORLD) - ວາລະປະຊຸມຄັ້ງທີ 27ແມ່ນໂອກາດເພື່ອຕີລາຄາກາງສະໄໝ, ສະພາບການສ້າງໂຄງປະກອບເສດຖະກິດຄືນໃໝ່, ການປະຕິບັດໜ້າທີ່ຂອງແຜນການ 5 ປີ, ແຜນການກູ້ຢຶມ, ຈ່າຍໜີ້ສາທາລະນະ, ແຜນການ ແລະ ການລົງທຶນພາກລັດໄລຍະກາງ… 
ໄຂ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 27 ຂອງ ຄະ​ນະ​ປະ​ຈຳ​ສ​ະ​ພ​າ​ແຫ່ງ​ຊາດ - ảnh 1ທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນໄຂວາລະປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 11 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ຄະນະປະຈຳສະພາແຫ່ງຊາດ ໄດ້ໄຂວາລະປະຊຸມຄັ້ງທີ 27. ກ່າວຄຳເຫັນໄຂວາລະປະຊຸມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ ບັນດາເນື້ອໃນສຳຄັນຈະໄດ້ຮັບການປະກອບຄຳເຫັນໃນວາລະປະຊຸມຄັ້ງນີ້:

ວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນໃສ່ບັນດາເນື້ອໃນເພື່ອຍື່ນສະເໜີຢູ່ກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດຊຸດທີ XV ບໍ່ພຽງແຕ່ຕີລາຄາສະພາບການປະຕິບັດແຜນການເສດຖະກິດ, ສັງຄົມ  ແລະ ການງົບປະມານຂອງປີ 2023 ທີ່ພວມໄດ້ຮັບການປະກາດໃຊ້ໃນປັດຈຸບັນ ເທົ່ານັ້ນ, ຫາກຍັງປະກອບຄຳເຫັນກ່ຽວກັບການຄາດຄະເນແຜນການຂອງປີ 2024 ອີກດ້ວຍ. ນີ້ກໍ່ແມ່ນໂອກາດເພື່ອຕີລາຄາກາງສະໄໝ, ສະພາບການສ້າງໂຄງປະກອບເສດຖະກິດຄືນໃໝ່, ການປະຕິບັດໜ້າທີ່ຂອງແຜນການ 5 ປີ, ແຜນການກູ້ຢຶມ, ຈ່າຍໜີ້ສາທາລະນະ, ແຜນການ ແລະ ການລົງທຶນພາກລັດໄລຍະກາງ… ນີ້ແມ່ນບັນດາເນື້ອໃນໃໝ່ທີ່ມີຄວາມສຳຄັນທີ່ສຸດ.

ພາຍຫຼັງພິທີໄຂກອງປະຊຸມ, ໃນຕອນເຊົ້າມື້ນີ້, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນເຂົ້າໃນບົດລາຍງານໝາກຜົນຂອງການຕິດຕາມກວດກາ ການແກ້ໄຂ, ຕອບຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງທີ່ສົ່ງໄປຍັງກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຊຸດທີ XV, ໝາກຜົນການຕ້ອນຮັບພົນລະເມືອງ, ແກ້ໄຂໃບຮ້ອງທຸກຮ້ອງຟ້ອງ ແລະ ຕິດຕາມກາດກາການແກ້ໄຂການຮ້ອງທຸກຮ້ອງຟ້ອງ ຂອງພົນລະເມືອງທີ່ສົ່ງມາຍັງສະພາແຫ່ງຊາດ ໃນປີ 2023, ພິຈາລະນາບົດລາຍງານການປະຕິບັດຄວາມມຸ່ງຫວັງຂອງປະຊາຊົນ ຂອງສະພາແຫ່ງຊາດໃນເດືອນກັນຍາ 2023.

ຕອບກັບ

ຂ່າວ/ບົດ​ອື່ນ