ໄຂເວທີປາໄສ ປົ໊ວອ໊າວ ພາກພື້ນ ອາຊີຕາເວັນອອກສ່ຽງເໜືອ 2018 ຢູ່ ສ.ເກົາຫຼີ

(VOVWORLD) -ເວທີປາໄສດັ່ງກ່າວ ລວມມີ 03 ວາລະປຶກສາຫາລື ດ້ວຍບັນດາຫົວຂໍ້ຄື ເສດຖະກິດທົ່ວໂລກ ແລະ ການຮ່ວມມືເສດຖະກິດ ອາຊີ, ປ່ຽນແປງໃໝ່ວິທະຍາສາດ, ເຕັກໂນໂລຢີ ແລະ ການເຕີບໂຕແບບກວມລວມ. 

ວັນທີ 20 ພະຈິກ, ເວທີປາໄສອາຊີ ປົ໊ວອ໊າວ 2018 ພາກພື້ນ ອາຊີຕາເວັນອອກສ່ຽງເໜືອ ຖືກໄຂຂຶ້ນຢູ່ນະຄອນຫຼວງ ເຊີອູນ, ສ.ເກົາຫຼີ ດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່ລັດຖະບານ ແລະະ ບັນດາວິສາຫະກິດ ປະມານ 800 ຄົນ ທີ່ມາຈາກບັນດາປະເທດໃນພາກພື້ນ ດ້ວຍຫວົຂໍ້ວ່າ “ອາຊີ ເປີດປະຕູ ແລະ ປ່ຽນແປງໃໝ່”, ເວທີປາໄສດັ່ງກ່າວ ລວມມີ 03 ວາລະປຶກສາຫາລື ດ້ວຍບັນດາຫົວຂໍ້ຄື ເສດຖະກິດທົ່ວໂລກ ແລະ ການຮ່ວມມືເສດຖະກິດ ອາຊີ, ປ່ຽນແປງໃໝ່ວິທະຍາສາດ, ເຕັກໂນໂລຢີ ແລະ ການເຕີບໂຕແບບກວມລວມ. ກ່າວຄໍາເຫັນໄຂເວທີປາໄສ, ທ່ານອະດີດເລຂາທິການໃຫຍ່ ສປຊ Ban Ki – moon, ປະທານເວທີປາໄສ ໄດ້ເນັ້ນໜັກວ່າ ອາຊີ ພວມປະເຊີນໜ້າກັບວິກິດການທົ່ວໂລກ ໂດຍບັນດາບັນຫາຄື ຕ້ານການຫັນເປັນໂລກາພິວັດ, ນະໂຍບາຍອາລັກຂາດ້ານການຄ້າ ແລະ ນະໂຍບາຍປິດລ້ອມ, ຂວໍ້າບາດ. ຕາມທ່ານ Ban Ki-moon ແລ້ວ, ອາຊີ ຄວນໄດ້ເຊື່ອມຕໍ່ກັບບັນດາມູນຄ່າຂອງການຫັນເປັນໂລກາພິວັດ, ການຄ້າແບບເສລີ ແລະ ລັດທິຫຼາຍຝ່າຍ ຜ່ານການຮ່ວມມືໃນພາກພື້ນ ເພື່ອຮັກສາການຂະຫຍາຍຕົວຂອງເສດຖະກິດ ແລະ ຊຸກຍູ້ການເຕີບໂຕເສດຖະກິດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ