ໄຂເວທີປາໄສຊາວໜຸ່ມເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ

(VOVWORLD) - ນອນໃນຂອບເຂດບັນດາເຫດການກອງປະຊຸມຄະນະກຳມະການປະສານງານຮ່ວມຄັ້ງທີ 11 ເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ,
ໄຂເວທີປາໄສຊາວໜຸ່ມເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ - ảnh 1 ທ່ານ ຫງວຽນແອງຕ໋ວນ, ເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ (ພາບອິນເຕີແນັດ)

 ຕອນເຊົ້າວັນທີ 17 ທັນວາ, ທີ່ແຂວງ ບີງເຟືອກ ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ສົມທົບກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກະຊວງສຶກສາຊາວໜຸ່ມ ແລະ ກິລາ ກຳປູເຈຍ ຈັດຕັ້ງເວທີປາໄສຊາວໜຸ່ມເຂດ 3 ຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 7.

        ກ່າວຄຳເຫັນໄຂເວທີປາໄສ, ທ່ານ ຫງວຽນແອງຕ໋ວນ, ເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໃຫ້ຮູ້ວ່າ: ດ້ວຍບົດບາດເປັນກຳລັງປະຈັນບານຂອງແຕ່ລະປະເທດ, ຊາວໜຸ່ມຄວນເສີມຂະຫຍາຍຄວາມຮັບຜິດຊອບ ແລະ ຕັ້ງໜ້າເຂົ້າຮ່ວມໃນວິວັດການພັດທະນາເສດຖະກິດ - ສັງຄົມເຂດ 3 ຫຼ່ຽມພັດທະນາ. ເພາະສະນັ້ນ, ເວທີປາໄສແມ່ນໂອກາດເພື່ອໃຫ້ຊາວໜຸ່ມ 3 ປະເທດແລກປ່ຽນ, ເຫັນດີເອກະພາບບັນດາບັນຫາຕ່າງຝ່າຍຕ່າງມີຄວາມສົນໃຈ, ວາງອອກບັນດາມາດຕະການແທດຈິງ ປະກອບສ່ວນຫັນບັນດາຄຳໝັ້ນສັນຍາຂອງລັດຖະບານ 3 ປະເທດກ່ຽວກັບການຮ່ວມມືພາກພື້ນໃຫ້ປະກົດຜົນຕົວຈິງ.


ຕອບກັບ

ຂ່າວ/ບົດ​ອື່ນ