ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ - ຂີດ​ໝາຍ​ອັນ​ສະ​ຫງ່າ​ໃນ​ປະ​ຫວັດ​ສາດ ຫວຽດ​ນາມ

(VOVWORLD) - ໃນໜັງສືພິມ Cairo Today ໃນວັນທີ 21 ເມສາ ໄດ້ລົງບົດຂຽນ ດ້ວຍຫົວຂໍ້ “ໄຊຊະນະ ດ້ຽນບຽນຝູ - ຂີດໝາຍອັນສະຫງ່າໃນປະຫວັດສາດ ຫວຽດນາມ”.
ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ - ຂີດ​ໝາຍ​ອັນ​ສະ​ຫງ່າ​ໃນ​ປະ​ຫວັດ​ສາດ ຫວຽດ​ນາມ - ảnh 1ບົດຂຽນກ່ຽວກັບໄຊຊະນະ ດ້ຽນບຽນຝູ ຂອງນັກຂ່າວ  ອີຢິບ Ahmed Hassan (ພາບ: TTXVN)

              ຕາມນັກຂ່າວ ອີຢິບ Ahmed Hassan, ຜູ້ຂຽນບົດຂຽນດັ່ງກ່າວແລ້ວ, ໄຊຊະນະ ດ້ຽນບຽນຝູ ປະຫວັດສາດ ບໍ່ພຽງແຕ່ສົ່ງຜົນສະທ້ອນຕໍ່ປະຫວັດສາດ ຫວຽດນາມ ເທົ່ານັ້ນ ຫາກຍັງເຮັດໃຫ້ປ່ຽນສະພາບການໂລກ, ເປີດທາງແກ່ຂະບວນການເອກະລາດແຫ່ງຊາດຢູ່ບັນດາປະເທດຫົວເມືອງຂຶ້ນອີກດ້ວຍ. ໄຊຊະນະນີ້ແມ່ນການລະດົມກຳລັງໃຈ, ແຫຼ່ງບັນດານໃຈອັນຍິ່ງໃຫຍ່ ສຳລັບບັນດາປະເທດຫົວເມືອງຂຶ້ນອື່ນ ໃນໂລກ ໃນວິວັດການຕ້ານສົງຄາມຮຸກຮານ, ຍາດເອົາເອກະລາດ.

              ຕາມບົດລາຍງານແລ້ວ, ປະເທດຊາດ ແລະ ປະຊາຊົນ ຫວຽດນາມ ໃນວັນນີ້ພວມກ້າວເດີນໃນເສັ້ນທາງແຫ່ງການພັດທະນາວັດທະນາຖາວອນ. ຫວຽດນາມ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາປະເທດນຳໜ້າໃນການບັນລຸໄດ້ບັນດາເປົ້າໝາຍທົດສະວັດຂອງ ສປຊ. ກ່ຽວກັບການພົວພັນຕ່າງປະເທດ, ປັດຈຸບັນ, ຫວຽດນາມ ໄດ້ສ້າງຕັ້ງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫຼື ຄູ່ຮ່ວມມືຍຸດທະສາດກັບ 5 ປະເທດສະມາຊິກຖາວອນ ສະພາຄວາມໝັ້ນຄົງ ສປຊ. ສິ່ງດັ່ງກ່າວໄດ້ຊີ້ໃຫ້ເຫັນທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ ແມ່ນສູງຫຼາຍ, ພ້ອມທັງກໍສະແດງທັດສະນະ “ຫວຽດນາມ ເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ”.

ນັກຂ່າວ VOV ປະຈຳ ອີຢິບ

 

ຕອບກັບ

ຂ່າວ/ບົດ​ອື່ນ