ໄພ​ເງິນ​ເຟີ້ ຢູ່ ອາ​ຊຽນ ສາ​ມາດ​ປັບ​ປຸງ​ໄວ​ກວ່າຢູ່​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ

(VOVWORLD) -ໄພເງິນເຟີ້ຢູ່ພາກພື້ນ ອາຊຽນ ສາມາດຫຼຸດຜ່ອນ ແລະ ຟື້ນຕົວໄດ້ໄວກວ່າຢູ່ບັນດາພື້ນຖານເສດຖະກິດພັດທະນາ. 
ໄພ​ເງິນ​ເຟີ້ ຢູ່ ອາ​ຊຽນ ສາ​ມາດ​ປັບ​ປຸງ​ໄວ​ກວ່າຢູ່​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ພັດ​ທະ​ນາ - ảnh 1ທ່າກ່ຳປັ່ນ Pasir Panjang ຢູ່ Singapore (ພາບ: AFP/TTXVN)

ວັນທີ 8 ກຸມພາ, ທ່ານ Sanjay Mathur, ຫົວໜ້ານັກຊ່ຽວຊານດ້ານເສດຖະກິດຂອງທະນາຄານ ANZ ຮັບຜິດຊອບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ອິນເດຍ ຖືວ່າ ໄພເງິນເຟີ້ຢູ່ພາກພື້ນ ອາຊຽນ ສາມາດຫຼຸດຜ່ອນ ແລະ ຟື້ນຕົວໄດ້ໄວກວ່າຢູ່ບັນດາພື້ນຖານເສດຖະກິດພັດທະນາ. ຕາມທ່ານແລ້ວ, ໄພເງິນເຟີ້ຢູ່ພາກພື້ນນີ້ ໄດ້ຮັບຖືວ່າແມ່ນຍ້ອນການເໜັງຕິງຂອງລາຄາຂອງສິນຄ້າ, ຫາກບໍ່ແມ່ນຍ້ອນສະພາບການຂາດແຄນແຮງງານ - ເຊິ່ງເປັນບັນຫາຮ້າຍແຮງພໍສົມຄວນຢູ່ບັນດາພື້ນຖານເສດຖະກິດພັດທະນາ.

        ເມື່ອແລກປ່ຽນກັບວົງການສື່ມວນຊົນຢູ່ນອກກອງປະຊຸມປ່ຽນແປງໃໝ່ປະດິດຄິດສ້າງດ້ານການເງິນ ອາຊຽນ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 8 – 9 ກຸມພາ ຢູ່ ກົວລາລຳເປີ, ມາເລເຊຍ, ທ່ານ Mathur ຖືວ່າ ເພື່ອຫຼຸດຜ່ອນສະພາບໄພເງິນເຟີ້, ອາຊຽນ ຕ້ອງເອົາໃຈໃສ່ເຖິງວຽກງານເພີ່ມທະວີການສະໜອງສະບຽງອາຫານຫຼາຍກວ່າ ແລະ ລັດຖະບານບັນດາປະເທດຄວນຊັ່ງຊາຕໍ່ເລື່ອງໜູນຊ່ວຍເງິນສົດໃຫ້ແກ່ກຸ່ມຄົນທີ່ມີລາຍຮັບຕ່ຳກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ