ໄວໜຸ່ມດ້ຽນບຽນ ແລະ ບັນດາແຂວງພາກເໜືອລາວເພີ່ມທະວີການຮ່ວມມື

ໄວໜຸ່ມດ້ຽນບຽນ ແລະ ບັນດາແຂວງພາກເໜືອລາວເພີ່ມທະວີການຮ່ວມມື - ảnh 1
(ພາບ​ປະ​ກອບ)

(vovworld)- ​ໃນ​ລະຫວ່າງ​ວັນ​ທີ 9-10/12, ​ຢູ່ແຂວງ​ດ້ຽນບຽນ​ ໄດ້​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ ວັດທະນະທຳ-​ສິລະ​ປະ, ກິລາ ​ແລະ ການ​ເຈລະຈາ​ແລກປ່ຽນ​ບົດຮຽນ​ ລະຫວ່າງ ຄະນະ​ຊາວ​ໜຸ່ມ ຄອມ​ມູນິດ​ໂຮ່ຈີ​ມິນ ​ແຂວງ​ດ້ຽນບຽນ ​ແລະ ຄະນະ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ​ ບັນດາ​ແຂວງ​ຫຼວງ​ພະ​ບາງ, ອຸດົມ​ໄຊ, ຜົ້ງ​ສາລີ (ສປປ ລາວ).

ທີ່​ການເຈລະຈາ, ຜູ້ຕາງໜ້າຄະນະ​ຊາວ​ໜຸ່ມແຂວງ​ດ້ຽນບຽນ ​ແລະ ​ແຂວງ​ພາກ​ເໜືອ​ລາວ ​ໄດ້​ແຈ້ງ​ໃຫ້​ກັນຊາ​ບ ສະພາບ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຄະນະ​ຊາວ​ໜຸ່ມ​ຂອງ​ທ້ອງ​ຖິ່ນ​ຕົນ; ​ເພື່ອ​​ເພີ່ມທະ​ວີ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງສອງ​ຊາດ​ ຫວຽດນາມ-​ລາວ ​ໂດຍ​ບັນດາ​ການ​ນຳລຸ້ນຕ່າງໆ​ຂອງ​ສອງ​ພັກ, ສອງ​ລັດ​​ໄດ້ເພີ່ມ​ພູນ​ຄູນ​ສ້າງ. ຜູ້ຕາງໜ້າ​ຄະນະ​ຊາວ​ໜຸ່ມ​ປະຕິວັດ​ລາວ ສະ​ເໜີ ​ແຂວງ​ດ້ຽນບຽນເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ, ​ແລກປ່ຽນ​ບົດຮຽນ, ຊ່ວຍ​ເຫຼືອ​ບຳລຸງ​ສ້າງ​ພະນັກງານ​ຄະນະ​ຊາວ​ໜຸ່ມຂອງ​ລາວ​ ທີ່​ດຳລົງ​ຊີວິດ​ ​ແລະ ຮໍ່າຮຽນຢູ່​ດ້ຽນບຽນ, ຫຼື ສົ່ງນັກວິຊາ​ການ​ໄປຝຶກ​ອົບຮົມ​ໃຫ້​ພະນັກງານ ຄະນະ​ຊາວ​ໜຸ່ມຢູ່​ທ້ອງຖິ່ນ​ຂອງ​ລາວ; ປາດຖະໜາ​ວ່າ ​ແຂວງ​ດ້ຽນບຽນຈະ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ນັກຮຽນ​ນັກ​ສຶກສາລາ​ວ ທີ່​ພວມ​ຮໍ່າຮຽນ​ຢູ່​ບັນດາ​ໂຮງຮຽນ​ອາຊີວະ​ຊັ້ນ​ກາງ​ຕ່າງໆ​ໃນ​ບໍລິ​ເວນ​ແຂວງ​ກວ່າ​ອີກ.

ເນື່ອງ​ໃນ​ໂອກາດ​ນີ້, ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​​ບົດບັນທຶກ​ ​ເພື່ອ​ເພີ່ມທະວີ​ ການເຈລະຈາ ການ​ຮ່ວມ​ມືລະຫວ່າງ​ສອງ​ຝ່າຍ ​ໃນ​ວຽກ​ງານ​ການ​ສຶກສານ້ຳ​ໃຈມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ; ສົມທົບ​ກັນ​ປ້ອງ​ກັນ​ຕ້ານ​ອາດຊະຍາ​ກຳ​ເຂດ​ຊາຍ​ແດນ; ​ເພີ່ມ​ທະວີ​ບັນດາການ​ເຄື່ອນ​ໄຫວ​ແລກປ່ຽນ​ບົດຮຽນ; ສົ່ງ​ເສີມ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກເພື່ອ​ໃຫ້ນັກທຸລະກິດ​ໜຸ່ມ​ສອງ​ຝ່າຍ ​ໄດ້ພ້ອມ​ກັນ​ຮ່ວມ​ມື​ພັດທະນາ​ເສດຖະກິດ.

ຂ່າວ/ບົດ​ອື່ນ