ໜັງ​ສື​ພິມສິງ​ກະ​ໂປ: ສັນ​ຍາ​ການ​ຄ້າ​ເສ​ລີ ອີ​ຢູ - ຫວຽດ​ນາມ ຊ່ວຍຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຂອງ​ການ​ຊຸດ​ໂຊມ​ເສດ​ຖະ​ກິດ

(VOVWORLD) -ບົດລາຍງານໃນເດືອນກັນຍາ, ທະນາຄານພັດທະນາ ອາຊີ (ADB) ໄດ້ຄາດຄະເນວ່າ ເສດຖະກິດ ຫວຽດນາມ ຈະເຕີບໂຕຢູ່ໃນລະດັບ 3,8% ໃນປີ 2021, ຕ່ຳກວ່າເມື່ອທຽບໃສ່ການຄາດຄະເນເມື່ອເດືອນ ເມສາ (6,7%). ເຖິງຢ່າງໃດກໍຕາມ, ອັດຕາຄາດຄະເນລະດັບເຕີບໂຕນີ້ ຍັງສູງກວ່າລະດັບສະເລ່ຍ 3,1% ຂອງພາກພື້ນ.



ໜັງ​ສື​ພິມສິງ​ກະ​ໂປ: ສັນ​ຍາ​ການ​ຄ້າ​ເສ​ລີ ອີ​ຢູ - ຫວຽດ​ນາມ ຊ່ວຍຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຂອງ​ການ​ຊຸດ​ໂຊມ​ເສດ​ຖະ​ກິດ - ảnh 1ບໍລິສັດ ກາເຟ ຈູງງວຽນ ພວມສົ່ງອອກໄປຍັງຫຼາຍປະເທດ ຄື ຈີນ, ລັດເຊຍ, ສິງກະໂປ (ພາບ:TTXVN)

ນັກຂ່າວສຳນັກຂ່າວສານ ຫວຽດນາມ ຢູ່ ສິງກະໂປ ໄດ້ຄັດສະເໜີເນື້ອໃນບົດໜັງສີພິມ ໂດຍໃຫ້ຮູ້ວ່າ 6 ເດືອນປີ 2021, ວົງເງິນການຄ້າລະຫວ່າງ ອີຢູ ແລະ ຫວຽດນາມ ບັນລຸ 27 ຕື້ USD, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ນີ້ແມ່ນ “ຜົນງານທີ່ໜ້າສົນໃຈໃນສະພາບການໂລກລະບາດທົ່ວໂລກ”. ບົດລາຍງານໃນເດືອນກັນຍາ, ທະນາຄານພັດທະນາ ອາຊີ (ADB) ໄດ້ຄາດຄະເນວ່າ ເສດຖະກິດ ຫວຽດນາມ ຈະເຕີບໂຕຢູ່ໃນລະດັບ 3,8% ໃນປີ 2021, ຕ່ຳກວ່າເມື່ອທຽບໃສ່ການຄາດຄະເນເມື່ອເດືອນ ເມສາ (6,7%). ເຖິງຢ່າງໃດກໍຕາມ, ອັດຕາຄາດຄະເນລະດັບເຕີບໂຕນີ້ ຍັງສູງກວ່າລະດັບສະເລ່ຍ 3,1% ຂອງພາກພື້ນ.

        ໃນຊຸມປີຜ່ານມາ, ມີຫຼາຍສັນຍາການຄ້າເສລີ (FTA) ກັບ ຫວຽດນາມ ມີຜົນສັກສິດ, ໃນນັ້ນ ມີສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP). 

        ບົດລາຍງານໃຫ້ຂໍ້ສັງເກດວ່າ ເມື່ອໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ ແລະ ດ່ານຊາຍແດນສາກົນແຫ່ງຕ່າງໆເປີດປະຕູຄືນໃໝ່, ຫວຽດນາມ ຈະຕ້ອນຮັບກະແສການຄ້າ ທີ່ໃຫຍ່ຫຼວງກວ່າອີກ ກັບ ອີຢູ. ADB ຄາດຄະເນວ່າ ແງ່ຫວັງເສດຖະກິດ ຫວຽດນາມ ປີ 2022 ຈະກັບຄືນລະດັບເຕີບໂຕ 6,5% ຄືກ່ອນໄລຍະເກີດໂລກລະບາດ.

        ໜັງສືພິມຂອງ ອັງກິດ ກໍໃຫ້ຂໍ້ສັງເກດຢ່າງຕັ້ງໜ້າກ່ຽວກັບການຫັນເປັນດີຈີຕອນ ຂອງ ຫວຽດນາມໃນອະນາຄົດ. ຕາມທ່ານ Mohan Naidu, ຜູ້ອຳນວຍການຝ່າຍບໍລິຫານ FPT ລາຊະອານາຈັກ ອັງກິດ, ຫວຽດນາມ ພວມກາຍເປັນສູນເຕັກໂນໂລຢີ ຢ່າງໄວວາ ແລະ ອະນາຄົດຫັນເປັນດີຈີຕອນຂອງ ຫວຽດນາມ ໃນອະນາຄົດໝັ້ນໝາຍວ່າ ຈະນຳມາເຊິ່ງແງ່ຫວັງຫຼາຍຢ່າງ. ກ່ອນໜ້ານັ້ນ, ຫວຽດນາມ ຢືນອັນດັບທີ 9 ໃນຕາຕະລາງຈັດອັນດັບປະເທດດີຈີຕອນ 2020 ໂດຍ ບໍລິສັດໃຫ້ຄຳປຶກສາຍຸດທະສາດລົງທຶນ Tholons (ອາເມລິກາ) ຈັດອັນດັບ.

ຕອບກັບ

ຂ່າວ/ບົດ​ອື່ນ