ໜູນຊ່ວຍ​​ແຮງ​ງານ​ຫວຽດນາມ ຢູ່ ຍີ່​ປຸ່ນ ທີ່​ຕ້ອງ​ພັການ ຫຼື ຖືກ​ຕັດ​ຕອນ​ໃນ​ການ​ວຽກ​ເຮັດ ຍ້ອນ​ໂລກລະບາດ​​ໂຄ​ວິດ - 19

(VOVWORLD) -ປັດຈຸບັນ, ຫວຽດນາມມີ ແຮງງານ, ນັກສຶກສາຝຶກງານ ກວ່າ 235 ພັນຄົນ ພວມເຮັດວຽກຢູ່ໂຮງຈັກ, ໂຮງງານແຫ່ງຕ່າງໆໃນ 47 ແຂວງ, ນະຄອນທັງໝົດຂອງ ຍີ່ປຸ່ນ.
ໜູນຊ່ວຍ​​ແຮງ​ງານ​ຫວຽດນາມ ຢູ່ ຍີ່​ປຸ່ນ ທີ່​ຕ້ອງ​ພັການ ຫຼື ຖືກ​ຕັດ​ຕອນ​ໃນ​ການ​ວຽກ​ເຮັດ ຍ້ອນ​ໂລກລະບາດ​​ໂຄ​ວິດ - 19 - ảnh 1 (ພາບປະກອບ: vov.vn)

         ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19, ມີໂຮງຈັກໂຮງງານ, ບໍລິສັດຫຼາຍແຫ່ງຂອງ ຍີ່ປຸ່ນ ທີ່ໄດ້ຮັບແຮງງານຕ່າງປະເທດເຂົ້າເຮັດວຽກ ຕ້ອງຫຼຸດຜ່ອນ ຫຼື ຢຸດການຜະລິດ ອັນໄດ້ເຮັດໃຫ້ນັກສຶກສາຝຶກງານ, ແຮງງານຕ່າງປະເທດ ຕ້ອງພັກການ ແລະ ວຽກງານຖືກຕັດຕອນ. ເພື່ອຊ່ວຍເຫຼືອບຸກຄົນດັ່ງກ່າວ, ຫວ່າງມໍ່ໆມານີ້, ກະຊວງຍຸຕິທໍາ ຍີ່ປຸ່ນ ໄດ້ປະກາດນະໂຍບາຍຊ່ວຍເຫຼືອນັກສຶກສາຝຶກງານ ແລະ ແຮງງານ ຕ່າງປະເທດທີ່ຖືກວ່າງງານ ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19. ທ່ານນາງ ເຈິ່ນທິເວິນຮ່າ, ຫົວໜ້າພະແນກຖະແຫຼງຂ່າວ ແລະ ສື່ສານ, ກົມຄຸ້ມຄອງແຮງງານຕ່າງປະເທດ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ໃຫ້ຮູ້ວ່າ:

        “ຝ່າຍຍີ່ປຸ່ນ ໄດ້ຜັນຂະຫຍາຍນະໂຍບາຍ ສັບຊ້ອນວຽກເຮັດງານທໍາໃໝ່. ສໍາລັບແຮງງານທີ່ຖືກຢຸດຕິສັນຍາເຮັດວຽກໃນໄລຍະນີ້ ຈະໄດ້ຮັບການສັບຊ້ອນໄປເຮັດວຽກອື່ນແທນ ໃນໄລຍະເວລາບໍ່ເກີນ 12 ເດືອນ, ສະນັ້ນ, ນັກສຶກສາຝຶກງານຂອງພວກເຮົາ ແລະ ແຮງງານໃນເປົ້າໝາຍດັ່ງກ່າວ.... ສາມາດຍື່ນໃບຄໍາຮ້ອງເຖິງບັນດາອົງການເຈົ້າໜ້າທີ່ຮັບຜິດຊອບຂອງ ຍີ່ປຸ່ນ ເພື່ອຂໍເຮັດວຽກໃໝ່່”.

ຕອບກັບ

ຂ່າວ/ບົດ​ອື່ນ