ໝາກຜົນຂອງວຽກງານປ້ອງກັນ,ຕ້ານການສໍ້ລາດບັງຫຼວງໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນແລະປະຊາຄົມສາກົນ

(VOVWORLD) - ຕາມບົດລາຍງານກ່ຽວກັບວຽກງານການສະກັດກັ້ນ, ຕ້ານອາດຊະຍາກຳ ແລະ ການລະເມີດກົດຫມາຍປີ 2018, ຫວຽດນາມ ໄດ້ປະຕິບັດຫຼາຍມາດຕະການເພີ່ມທະວີວຽກງານການຄຸ້ມຄອງແຫ່ງລັດ, ຍູ້ແຮງການປ້ອງກັນເຫດສັງຄົມ
ໝາກຜົນຂອງວຽກງານປ້ອງກັນ,ຕ້ານການສໍ້ລາດບັງຫຼວງໄດ້ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນແລະປະຊາຄົມສາກົນ - ảnh 1 ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລີມ ທີ່ກອງປະຊຸມ

ວັນທີ 13 ພະຈິກ, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານວຽກງານສະກັດກັ້ນ, ຕ້ານອາດຊະຍາກຳ ແລະ ການລະເມີດກົດຫມາຍປີ 2018 ຂອງກະຊວງຕຳຫຼວດ; ບົດລາຍງານວຽກງານປີ 2018 ຂອງອົງການໄອຍະການປະຊາຊົນສູງສຸດ, ປະທານສານປະຊາຊົນສູງສຸດກ່ຽວກັບວຽກງານແກ້ໄຂໃບຮ້ອງທຸກ, ກ່າວຟ້ອງຂອງພົນລະເມືອງ; ບົດລາຍງານຂອງອົງການກວດກາລັດຖະບານກ່ຽວກັບວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2018; ແລະ ປຶກສາຫາລືກ່ຽວກັບບົດລາຍງານດັ່ງກ່າວ.

        ຕາມບົດລາຍງານກ່ຽວກັບວຽກງານການສະກັດກັ້ນ, ຕ້ານອາດຊະຍາກຳ ແລະ ການລະເມີດກົດຫມາຍປີ 2018, ຫວຽດນາມ ໄດ້ປະຕິບັດຫຼາຍມາດຕະການເພີ່ມທະວີວຽກງານການຄຸ້ມຄອງແຫ່ງລັດ, ຍູ້ແຮງການປ້ອງກັນເຫດສັງຄົມ, ປ້ອງກັນເຫດດ້ານວິຊາຊີບ, ບຸກໂຈມຕີປາບປາມອາດຊະຍາກຳ. ກ່ຽວກັບບັນດາແຜນນະໂຍບາຍ, ມາດຕະການປ້ອງກັນ, ຕ້ານອາຊະຍາກຳ, ການລະເມີດກົດໝາຍປີ 2019, ທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລີມ ໃຫ້ຮູ້ວ່າ:

        “ຈັດຕັ້ງການກຳແໜ້ນ, ໄຈ້ແຍກ, ຄາດຄະເນສະພາບການໂລກ, ພາກພື້ນ, ພາຍໃນປະເທດ; ຕໍ່ສູ້ມີປະສິດທິຜົນຕໍ່ບັນດາກົນອຸບາຍ ແລະ ການເຄື່ອນໄຫວມ້າງເພທຳລາຍຂອງບັນດາກຳລັງທີ່ເປັນປໍລະປັກ, ປະຕິການ; ປົກປ້ອງບັນດາເປົ້າໝາຍ, ກິດຈະກຳຈຸດສຸມ, ບັນດາເຫດການການເມືອງ, ວັດທະນະທຳ, ສັງຄົມສຳຄັນຂອງປະເທດຊາດໃຫ້ປອດໄພ. ສົມທົບກັນຢ່າງແໜ້ນແຟ້ນກັບອົງການໄອຍະການ, ສານປະຊາຊົນຍູ້ໄວຄວາມຄືບໜ້າໃນການສືບສວນ, ພິພາກສາບັນດາຄະດີຈຸດສຸມ.”

        ຕາມບົດລາຍງານກ່ຽວກັບວຽກງານປ້ອງກັນ,ຕ້ານການສໍ້ລາດບັງຫຼວງປີ 2018, ວຽກງານການສ້າງ ແລະ ເຮັດສຳເລັດລະບອບກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງສືບຕໍ່ໄດ້ຮັບການຍູ້ແຮງ. ເມື່ອລາຍງານກ່ຽວກັບວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງປີ 2018, ທ່ານນາງ ເລທິງາ, ຫົວໜ້າກຳມາທິການຍຸຕິທຳຂອງສະພາແຫ່ງຊາດ ສະເໜີວ່າ:

            “ສະເໜີຕໍ່ສະພາແຫ່ງຊາດ, ລັດຖະບານສ້າງ ແລະ ເຮັດສຳເລັດກົນໄກໃນການຕິດຕາມກວດກາ, ຄວບຄຸມການປະຕິບັດສິດອຳນາດເພື່ອແນໃສ່ຕ້ານການສໍ້ລາດບັງຫຼວງ. ສືບຕໍ່ກວດກາ, ປັບປຸງ, ເພີ່ມເຕີມ, ສ້າງສຳເລັດບັນດາຂໍ້ກຳນົດຂອງກົດໝາຍ, ສ້າງກອບກົດໝາຍສົມບູນແບບ, ຄົບຊຸດ, ຮັບປະກັນໃຫ້ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃຫ້ມີຜົນສັກສິດ, ມີປະສິດທິຜົນ.”

ຕອບກັບ

ຂ່າວ/ບົດ​ອື່ນ