ກີ່ວ ຟາດີນ ແລະ ເສັ້ນທາງແກ່ປືນໃຫຍ່ເຂົ້າດ້ຽນບຽນໃນເມື່ອກ່ອນ

(vovworld)- ກີ່ວ ຟາ​ດີນ ຫລື​ຄ້ອຍ ຟາ​ດີນ ມີ​ຄວາມ​ຍາວ 32 ກີ​ໂລ​ແມັດ ທີ່​ຂຶ້ນ​ກັບ​ທາງ​ຫລວງ​ເລກ 6 ແມ່ນ​ປະ​ຕ​ູ​ເຂົ້າ​ແຂວງ ດ້ຽນ​ບຽນ. ຈຸດ​ສູງ​ສຸດ​ຂອງ​ກີ່ວ​ແຫ່ງນີ້​ແມ່ນ 1.648 ແມັດ ເມື່ອ​ທຽບ​ໃສ່​ຫ​ນ້າ​ນ້ຳ​ທະ​ເລ, ດ້ວຍ​ເບື້ອງ​ຫ​ນຶ່ງ​ແມ່ນ​ຝາ​ພູ, ເບື້ອງ​ຫ​ນຶ່ງ​ແມ່ນ​ເຫວ​ຊັນ. ກີ່ວ ຟາ​​ດີນ ທຸ​ລະ​ກັນ​ດານ​ຄື​ແນວນັ້ນ, ແຕ່​ໃນ​ບັ້​ນ​ຮົບ​ດ້ຽນ​ບຽນ​ຝູຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝ​ລັ່ງ​ກ່ອນນີ້, ທະ​ຫານ​ຫວຽດ​ນາມ ໄດ້​​ຜ່ານ​ຜ່າ​ຄວາມ​ລຳ​ບາກ​ກາກ​ກຳ​ເພື່ອ​ແກ່​ປືນ​ໃຫ​ຍ່​ຫລາຍກະ​ບອກເຂົ້າ​ສະ​ຫ​ນາມ​ຮົບ​, ພາ​ໄປ​ເຖິງ​ໄຊ​ຊະ​ນະ​ດ້ຽນ​ບຽນ​ຝູ​ໃນ​ວັນ​ທີ 7/5/1954.

        ກີ່ວ ຟາ​ດີນ ປະ​ຈຸ​ບັນ ບໍ່​ທຸ​ລະ​ກັນ​ດານ​ຄື​​ຫລາຍ​ປີ​ກ່ອນນີ້. ບ່ອນສູງ​ສຸດ​ກໍ່​ບໍ່​ສູງ​ຄື​ເກົ່າ​ ແລະ ​ທາງ​ຄັບ​ແຄບບາງ​ຕອນ​ກໍບໍ່​ແຄບ​ຄື​ກ່ອນນີ້ອີກ.  ທິວ​ທັດ​ທຳ​ມະ​ຊາດຢູ່​ທີ່ນີ້​​ສວຍ​ງາມ​ທີ່​ສຸດດ້ວຍເມັກ​ເຝື້ອ​ຂາວກະ​ຈະ​ເຈີດບິນເທິງ​ພູ, ດອກ​ບານເບັ່ງບານອວດ​ອົ່ງ​ສີ​ສັນ​, ພ້ອມ​ກັບ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ແຂ່ງ​ມ້າ​ເພື່ອ​ຂີດ​ຂັ້ນ​ຊາຍ​ແດນ​ລະ​ຫວ່າງ​ແຂວງ​ລາຍ​ເຈົາ ແລະ ເຊີນ​ລາ ໄດ້​ເຮັດ​ໃຫ້​ດິນ​ແດນ​ແຫ່ງນີ້​​ຍິ່ງ​ມີ​ຄວາມ​ເລິກ​ລັບ ແລະ ​ສວຍ​ງາມກວ່າ.

ກີ່ວ ຟາດີນ ແລະ ເສັ້ນທາງແກ່ປືນໃຫຍ່ເຂົ້າດ້ຽນບຽນໃນເມື່ອກ່ອນ - ảnh 1
ກີ່ວ ຟາ​ດີນ
photo:internet

ແຕ່​ກ່ອນນີ້ 60 ປີ, ກີ່ວ ຟາ​ດີນ ນອນ​ໃນ​ເສັ້ນ​ທາງ​ຕົ້ນ​ຕໍ​ເພື່​ອ​ລຳ​ລຽງ​ຂົນ​ສົ່ງ​ອາ​ວຸດ,ລູກ​ປືນ ແລະ ສະບຽງ​ອາ​ຫານ​​ເພື່ອ​ຮັບ​ໃຊ້​ບັ້ນ​ຮົບ ດ້ຽນ​ບຽນ​ຝູ​ຂອງ​ທະ​ຫານ​ຫວຽດ​ນາມ. ແຕ່​ລະ​ມື້ ມີຊາວ​ຫ​ນຸ່ມ​ຕະ​ລຸມບອນ, ຄົນ​ງານ​ເກນ​ແນວ​ຮົບ 8000 ຄົນ ໄດ້​​ແບກ​ຫາບ, ລຳ​ລຽງ​ຂົນ​ສົ່ງ​ລູກ​ປືນ, ເຂົ້າ​ສານ​ນັບ​ຮ້ອຍໆ​ຖ້ຽວຜ່ານ ກີ່ວ ຟາ​ດີນ . ນີ້​ກໍ​ແມ່ນ​ເສັ້ນ​ທາງ​ເຄື່ອນ​ທັບ​ຂອງ​​ກຳ​ລັງ​ທະ​ຫານ​ບົກ, ທະ​ຫານ​ປືນ​ໃຫ​ຍ່ ໄປ​ເຖິງ ເຈີນ​ດີງ, ຊື່ງ​ແມ່ນ​ຊື່​​ລັບ​ຂອງບັ້ນ​ຮົບ ດ້ຽນ​ບຽນ​ຝູ​ໃນ​ເມື່ອ​ກ່ອນ. ໄລ​ຍະ​ທາງ​ຜ່ານ​ກີ່ວ ຟາ​ດີນ ຍັງ​​ຝັງ​ເລິກ​ໃນຄວາມ​ຊົງ​ຈຳ​ຂອງ​ນັກ​ດົນ​ຕີ ຮົ່ງ​ເວີນ, ຊື່ງ​ແມ່ນ​ຜູ້​ປະ​ດິດ​ແຕ່ງ​ບົດເພງ​ທີ່​ມີ​ຊື່​ວ່າ: ​ຮ້ອງໂຮ​​ແກ່​ປືນ​ໃຫ​ຍ່​ເຂົ້າ​ສະ​ໜາມ​ຮົບ​ດ້ຽນ​ບຽນ, ໃຫ້​ຮູ້​ວ່າ:

         ກ່ອນທີ່​ເຂົ້າ​ທົ່ງ​ນາ​ເມື່ອ​ງ​ແທງ ຂຶ້ນ​ກັບ​ເມືອງ ດ້ຽນບຽນ ພວກ​ຂ້າພະ​ເຈົ້າ​ຕ້ອງ​ຜ່ານ​ກີ່ວ​ມີ​ຄວາມຍາວ​ກວ່າ 30 ກີ​ໂລ​ແມັດ, ຢູ່​​ເທິງ​ກີ່ວ ມີ​ບັນດາ​ກຳລັງ​ຄື: ລົດ​ໂອ​ໂຕ, ຄົນ​ງານ​ເກນແບກ​ຫາບ, ລຳລຽງຂົນ​ສົ່ງ​ອາວຸດ​ແລະ ອາຫານ​ຮັບ​ໃຊ້ບັ້ນ​ຮົບ​ນັບ​ແຕ່ທ້າ​ຍປີ 1953. ກີ່ວ​ແຫ່ງ​ນີ້​​ທັງ​ຍາວ, ທັງທຸລະ​ດັນ​ດານ​ທີ່​ສຸດ ​ແລະ ຖືກ​ເຮືອບິນ​ຂອງຝລັ່ງ ​ຖີ້ມ​ລະ​ເບີດທຳລາຍ​ຕະຫລອດ​ວັນ​ແລະ​ຄືນ, ​ເຮັດ​ໃຫ້​ລົດ​ໂອ​​ໂຕ, ລົດ​ເກງ​ຂົນ​ສົ່ງ​ເຂົ້າສານ​ຫລາຍ​ຄັນ​ຖືກ​ໄຟ​ໄຫ​ມ້. ສະ​ນັ້ນຢາກໄປ​ຜ່ານ​ກີ່ວ​ຢ່າງ​ປອດ​ໄພ​ແມ່ນ​ສິ່ງ​ຫຍຸ້ງຍາກທີ່​ສຸດ.”

        ກີ່ວ ຟາ​ດີ​ນ ​ແມ່ນ​ຈຸດ​ເລີ່​ມຕົ້ນ​ທີ່​ລຳບາກ​ຫຍຸ້ງຍາກ​ທີ່​ສຸດ​ໃນ​​ໄລ​ຍະທາງ​​ແກ່​ປືນ​ໃຫຍ່ ດ້ວຍ​ກຳລັງ​ເຫື່ອ​ແຮງ​ຂອງ​ບັນດາ​ນັກຮົບ​ດ້ຽນບຽນ ​ໃນ​ເມື່ອ​ກ່ອນ. ຈາກ ກີ່ວ​ ຟາ​ດີ​ນ ​ຕ້ອງ​ຜ່ານ​ກີ່ວ, ຄ້ອຍ, ​ເຫວ​ຊັນ, ພູ​ສູງ​ຫລາຍ​ແຫ່ງ​ຈຶ່ງ​ໄປ​ຮອດ​ບ່ອນ​ສຸດ​ທ້າຍ​ແມ່ນ​ຖານທີ່​ໝັ້ນ ຮີມ​ລາມ, ພູ ​ດົກ​ເລີບ, ພູ A1, ອຸມົງ De Castries. ​

        ປະຈຸ​ບັນ ຈາກ​ກີ່ວ ຟາ​ດີ​ນ ​​ໄປ ຕາມ​ເສັ້ນທາງ​ຫລວງ​ເລກ 6 ປະມານ 20 ກວ່າ​ກີ​ໂລ​ແມັດຈະ​ໄປຮອດ​​ນະຄອນ ດ້ຽນບຽນຝູ​​. ​ແຕ່​ເສັ້ນທາງ​ແກ່​ປືນ​ໃຫຍ່​ໃນ​ເມ່ືອ​ກ່ອນ ບໍ່​ສາມາດ​ຄິດ​ໄລ່​ເປັນ​ຫລັກ​ໄດ້. ມັນ​ມີ​ຈຸ​ດ​ເລີ່​ມຕົ້ນ, ຕອນ​ສຸດທ້າຍ ​ແຕ່​ໄລຍະ​ກາງ​ເສັ້ນ​ທາງພຽງ​ແຕ່​ວັດ​ແທກ​ໄດ້​ດ້ວຍ​ຄວາມ​ລຳບາກ​ກາກ​ກຳ​ຂອງ​ນັກຮົບ​ປືນ​ໃຫຍ່​ປ້ອງ​ກັນ​ອາກາດເທົ່າ​ນັ້ນ.

ກີ່ວ ຟາດີນ ແລະ ເສັ້ນທາງແກ່ປືນໃຫຍ່ເຂົ້າດ້ຽນບຽນໃນເມື່ອກ່ອນ - ảnh 2
ອະ​ນຸ​ສາ​ວະ​ລີໄຊຊະນະດ້ຽນບຽນຝູ
photo:internet

​        ​ເສັ້ນທາງ​​ແກ່​ປືນ​ໃຫຍ່​ເຂົ້າຖານ​ທີ່​ໝັ້ນ​ດ້ຽນບຽນ​ ບໍ່​ພຽງ​ແຕ່​ມີ​ເສັ້ນທາງຕອນ​ດຽວເທົ່າ​ນັ້ນ ​ຫາກ​ມີ​​​ຫລາຍ​ຕອນ, ມີ​ທາງ​ໄປ​ຫລາຍ​ທິດ ແລະ​ບ່ອນສຸດ​ທ້າຍຫລາຍແຫ່ງ​. ບາງ​ເທື່ອ​ແມ່ນ​ເສັ້ນທາງ​ຮັບ​ໃຊ້​ທັງບັ້ນ​ຮົບ,​ ບາງ​ເທື່ອ​ແມ່ນ​ເສັ້ນ​ທາງແກ່​ປືນ​ໃຫຍ່​ມີແຕ່​ຄົງ​ຕົວ​ໃນ​ເວລາ​​ພຽງສອງ​ສາມ​ຊົ່ວ​​ໂມງ​ເທົ່າ​ນັ້ນ​, ຫລັງ​ຈາກ​ນັ້ນ​ຖືກ​​ລີ້​ຊ້ອນ​ໃນ​ປ່າ​ເລິກຄືບໍ່​​ເຄີຍມີ​​ມາ​ກ່ອນ. ​ໃນ​ລະບົບ​ເສັ້ນທາງ​​ແກ່​ປືນ​ໃຫຍ່​ດ້ວຍກຳລັງ​ເຫ່ືອ​ແຮງ​ຂອງ​ຄົນທີ່​ບໍ່​ເຄີຍ​ມີ​ມາຢູ່​ໃນ​ໂລກ​ນັ້ນ, ມີ​ເສັ້ນທາງ​ຕອນ​ຫນຶ່ງ​ໄດ້​ຮັບ​ການກໍ່ສ້າງ​​ໃນ​ເວລາ​ພຽງ 20 ຊົ່ວ​ໂມງ ດ້ວຍ​ຄວາມ​ຍາວ 15 ກິ​ໂລ​ແມັດ ຈາກ​ປາກ​ປ່າ ນ່າຍາມ ຜ່ານ​ຈອມພູ ພາ​ຊົງ ມີ​ຄວາມ​ສູງ 1.150​ ​​ແມັດ. ​ບົນເສັ້ນທາງ​ນີ້ ທະຫານ​ຫວຽດນາມ ​ໄດ້​ແກ່​ປືນ​ໃຫຍ່ທີ່​ມີ​ນຳ້ຫນັກ 2,4 ​ໂຕນຜ່ານ​​ພູ​ສູງ, ກີ່ວ​ຊັນ, ​ເຫວ​ເລິກ ​ໃນ​ຂະນະ​ທີ່ເຮືອບິນ​ຂອງ​ສັດຕູພວມ​ເວີ່ນ​ບີນ​ເທິ​ງຫົວ. ດ້ວຍ​ຄວາມ​ຫຍຸ້ງຍາກ​ນາໆ​ປະການ​ນັ້ນ ແຕ່ການ​ຂົນ​ສົ່ງ​ປືນ​ໃຫຍ່ ​ແລະ ປືນ​ຄົກ 40 ກະບອກ ກໍ່​ທັນກັບ​ເວລາເພື່ອ​​ໃຫ້​ທະ​ຫານຍິງ​ເຂົ້າທີ່​ໝັ້ນ ຮີມລາ​ມ, ເປີດ​ສາກບັ້ນ​ຮົບ ດ້ຽນບຽນ​ຝູ ​​ໃນເວລາ 17 ​ໂມງຂອງ​ວັນ​ທີ 13/3/1954. ທ່ານ ຟ້າ​ມດືກກື, ອະດີດ​ນັກຮົບ​ປືນ​ໃຫຍ່​ໃນ​ເມື່ອ​ກ່ອນ ​ເລົ່າ​ສູ່​ຟັງ​ໄລຍະທາງ​ສຸດ​ທ້າຍ​ຂອງ​ການ​ແກ່​ປືນ​ໃຫຍ່​ເຂົ້າ​ສະ​ໜາມ​ຮົບ​ດ້ຽນບຽນ​ຝູ.

        “ພວກ​ຂ້າພະ​ເຈົ້າ​ເຄື່ອນ​ທັບ​ຢ່າງ​ລຳບາກ​ກາກ​ກຳ​. ​ເມ່ືອ​ມາ​ຮອດ ດ້ຽນບຽນ, ຫ່າງ​ຈາກ​ກຸ່ມທີ່​ໝັ້ນ​ໃຫຍ່ ດ້ຽນບຽນ​ຝູ ປະມານ 15-18 ກິ​ໂລ​ແມັດ ຕ້ອງ​ແກ່​ປືນ​ໃຫຍ່ດ້ວຍ​ກຳລັງ​ເຫື່​ອແຮ​ງຂອງ​ຕົນ​ຢ່າງ​ລຳ​ບາກ​ທີ່​ສຸດ. ສະ​ນັ້ນ ຂ້າພະ​ເຈົ້າ​​ຈຶ່ງ​ເວົ້າ​ວ່າບັນ​ດາ​ນັກ​ຮົບ​ປືນ​ໃຫ​ຍ່ "ແມ່ນຜູ້ຖືກຫຼໍ່​ດ້ວຍທອງ​ກັບ​ເຫຼັກ" ບໍ່​ອາດ​ຫລົງ​ລືມ​​ເສັ້ນ​ທາງ​ທີ່​ເຂົາ​ເຈົ້າໄດ້ແກ່​ປືນ​ໃຫຍ່​​ໜັກ​ເຖິງ 2,4 ໂຕນຜ່ານ​ກີ່ວໃນ​ຄາວ​ນັ້ນໄດ້.”

        ​​ຮ່ອງ​ຮອຍເສັ້ນທາງ​​ແກ່​ປືນ​ໃຫຍ່​ເຂົ້າສະ​ໜາມ​ຮົບ​ດ້ຽນບຽນໃນ​ເມື່ອ​ກ່ອນ ປະຈຸ​ບັນຍັງ​​ຄົງຮັກສາ​ຈຸດ​ເລີ່​ມຕົ້ນ​ແມ່ນ​ກີ່ວ ຟາ​ດີ​ນ, ແລະ​ຕອນ​ສຸດ​ທ້າຍ ແມ່​ນບອ່ນ ​ທີ່ວິລະ​ຊົນ ​ໂຕ​ຫວີງ​ຢ້ຽນ ​ໄດ້ເສຍສະຫລະ​ຊີວິດ​ເມື່ອ​ເອົາ​ຕົນ​ໂຕຄຳ້​ປືນ.  ເຊິ່ງ​ຫ່າງຈາກນະຄອນ ດ້ຽນບຽນຝູ ​ໄປທາງທິດເຫນືອປະມານ 20 ກີໂລແມດ, ​ຢູ່​ທີ່ນີ້​ໄດ້​ກໍ່​ສ້າງ​ອະ​ນຸ​ສາ​ວະ​ລີທີ່ຍາວ 24 ແມັດ, ກວ້າງ 8 ແມັດ, ສູງ 12,5 ແມັດ, ນຳ້ໜັກ 1200 ໂຕນ ​ເພື່ອເຊີດຊູໝວດທະຫານປືນໃຫຍ່ຂອງ ວິລະ​ຊົນ ​ໂຕ​ຫວີງ​ຢ້ຽນ ຢູ່ ​ເນີນ​ພູ ບໍ​ຮົມ ​ໃນ​ເມ່ືອ​ກ່ອນ. ທັງ​ໝົດ​ເຫລ່ົາ​ນັ້ນ ເພື່ອເຮັດ​​ໃຫ້​ຊາວ​ຫວຽດນາມ ລຸ້ນຕ່າງໆ​ ສາ​ມາດ​ເຂົ້າ​ໃຈໄດ້​ກ່ຽວ​ກັບ​​ປະຫວັດສາດ​ອັນ​ສະງ່າ​ລາສີ​ຂອງ​ບັນດາ​ນັກຮົບ ດ້ຽນບຽນ​ຝູ ​ໃນ​ເມ່ືອ​ກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ