ການທ່ຽວຊົມຫ້າລອງ ດ້ວຍເຮືອ

(vovworld) – ​ທັດສະນີ​ຍະ​ພາບ​ອ່າວ​ຫ້າ​ລອງ, ​ແຂວງ​ກວາງ​ນິງ, ​ແຫ່ງ​ທີ່ UNESCO ​ໄດ້​ຮັບຮອງ​ເປັນ​ມໍລະດົກ​ທຳ​ມະ​ຊາດ​ໂລກ​ເຖິງ  2 ​ເທື່ອ​ນັ້ນ ​ເຄີຍ​ປ່ຽນ​ແປງ​ຕາມ​ການ​ເວລາ. ມາ​ຢ້ຽມຢາມ​ອ່າວ​ຫ້າ​ລອງ ​ໃນ​ບໍ່​ວ່າ​ເວລາ​ໃດ ນັກ​ທ່ອງ​ທ່ຽວ​ກໍ່​ເຫັນ​ໄດ້ຄວາມ​ງາມ​ຂອງ​ເຂດ​ມໍລະດົກ​ທີ່​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ດ້ວຍ​ຫີນ ​ແລະ ນ້ຳ. ​ໃນ​ລາຍການ​ຄົ້ນ​ຫາ​ຫວຽດນາມ​ມື້​ນີ້, ​ເຊີນ​ເພື່ອ​ໄປ​ທ່ຽວ​ຊົມ​ສິ່ງ​ມະຫັດສະຈັນ​ທຳ​ມະ​ຊາດ​ຂອງ​ໂລກ​ດ້ວຍ​ເຮືອ Golden Lotus ຂອງ​ບໍລິສັດ​ຫຸ້ນ​ສ່ວນ​ທ່ອງ​ທ່ຽວ​ສາກົນ ​ແຄ໋ງຊິງ ຜ່ານ​ບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອ​ງ ດ້ວຍຫົວ​ຂໍ້​ວ່າ “ການ​ທ່ຽວ​ຊົມ​ຫ້າ​ລອງ ດ້ວຍ​ເຮືອ

ການທ່ຽວຊົມຫ້າລອງ ດ້ວຍເຮືອ - ảnh 1
ເຮືອ Golden Lotus

        ເຮືອ Golden Lotus ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ຫຼາຍ​ປະ​ເທດຢູ່​ໃນ​ໂລກ​ຄືອາ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ​ແອດ​ສະ​ປາຍ, ສຸ​ແອດ, ນັບ​ທັງ​ຫວຽດນາມ​ອີກ ​ໄດ້​ອອກ​ຈາກ​ທ່າ​ເຮືອບ້າຍ​ໃຈ໋ ​ເລີ່​ມຕົ້ນລາຍ​ການ​ທ່ຽວ​ຊົມ​ທັດສະນີ​ຍະ​ພາບ​ອ່າວ​ຫ້າ​ລອງ. ຄວາມ​ງາມ​ຢູ່​ທີ່​ນີ້​ພ້ອມ​ກັບ​ສາຍ​ລົມເຢັນ​ສະບາຍ​ທີ່​ພັດມາ​ຈາກ​ທະ​ເລ​​ໄດ້​ເຮັດ​ໃຫ້​ຄວາມ​ຮ້ອນ​ເອົ້າ​ຂອງ​ລະດູ​ຮ້ອນ​ທະລາ​ຍ​ໄປ. ອ້າຍ ຫງວຽນ​ເທ໋ຫື້ວ, ຜູ້ນຳ​ທ່ຽວ​ຂອງ​ບໍລິສັດ​ຫຸ້ນ​ສ່ວນ​ທ່ອງ​ທ່ຽວ​ສາກົນ ​ແຄ໋ງຊິງ, ​ແນະນຳ​ວ່າ.

        “​ໃນ​ລາຍການ​ທ່ອງ​ທ່ຽວ 1 ວັນ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ໄປ​ຢາມ​ຖ້ຳ​ທຽນ​ກຸງ, ​ເດົ່າ​ໂກ, ຫຼັງ​ຈາກ​ນັ້ນ​ຈະ​ໄປ​ໝູ່​ບ້ານ​ປະມົງ​ບາ​ຮາງ ​ເພື່ອ​ພາຍ​ເຮືອ kayak, ຕໍ່​ມາ​ນັກ​ທ່ອງ​ທ່ຽວ​ຈະ​ໄປ​ຜ່ານ​ເກາະ​ໝາຫີນ, ​ເກາະ​ດິງ​ເຮືອງ, ​ເກາະ​ໄກ່ຕີ ​ແລະ ທ່າ​ຫ້າ​ລອງ. ສ່ວນ​ລາຍການ​ທ່ອງ​ທ່ຽວ 2 ມື້, ນັກ​ທ່ອງ​ທ່ຽວ​ຈະ​ມີ​​ເວລາຊົມ​ທີ​ວທັດ​ທຳ​ມະ​ຊາດ ​ແລະ ພັກຜ່ອນ​ເທິງ​ເຮືອ​ຫຼາຍ​ກວ່າ. ພວກ​ຂ້າພະ​ເຈົ້າ​ມີ​ຫຼາຍ​ລາຍການ​ທ່ອງ​ທ່ຽວ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ເລືອກ​ເຟັ້ນ. ນອກ​ນັ້ນ​ພວກ​ຂ້າພະ​ເຈົ້າ​ກໍ່​ປ່ຽນ​ໃໝ່ລາຍການ​ເປັນ​ປະຈຳ ​ແລະ ມີ​ການ​ບໍລິການ​ຫຼາຍ​ຢ່າງ​ເພື່ອ​ຮັບ​ໃຊ້​​ໃຫ້ນັກ​ທ່ອງ​ທ່ຽວ“.

ການທ່ຽວຊົມຫ້າລອງ ດ້ວຍເຮືອ - ảnh 2

ຖັນແຖວພາລະກອນຮັບໃຊ້ໃນເຮືອ

        ການ​ທ່ຽວ​ຊົມ​ທັດສະນີ​ຍະ​ພາບ​ໃນ​ອ່າວ​ຫ້າ​ລອງ ດ້ວຍ​ເຮືອ ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ໄດ້​ສຳ​ພັດ​ກັບ​ທີ​ວທັດ​ທຳ​ມະ​ຊາດ​ທີ່​​ງາມກວ່າ​ໝູ່​ຂອງ​ໂລກ. ​ເຮືອ​ທ່ອງ​ທ່ຽວຈະ​​ໄປ​ຜ່ານ​​ເກາະ​ຫີນ​ປູນ​ຫຼາຍ​ໜ່ວຍ​ທີ່​ຖືກ​ຕັ້ງ​ຊື່​ຕາມ​ຮູບ​ຮ່າງ​ທຳ​ມະ​ຊາດ​ຂອງ​ມັນ​ຄື​ເກາະ​ໄກ່ຕີ, ​ເກາະ​ຫຼັງຄາ, ​ເກາະ​ໂຖ​ປັກ​ທູບ… ຢູ່​ອ່າວ​ຫ້າ​ລອງ​ມີ​ເກາະຫີນ​ປູນ​ໃຫຍ່​ນ້ອຍ​ນັບ​ພັນ​ໜ່ວຍ ດ້ວຍ​ຮູບ​ຮ່າງ​ທີ່​ແຕກ​ຕ່າງ​ກັນ. ທ່ານ John, ນັກ​ທ່ອງ​ທ່ຽວ​ຊາວ​ອົດ​ສະ​ຕາ​ລີ, ຜູ້​ມາ​ຢາມ​ອ່າວ​ຫ້າ​ລອງ​ເປັນ​ເທື່ອ​ທຳ​ອິດ, ​ເວົ້າ​ວ່າ:

        “ທັດສະນີ​ຍະ​ພາບ​ຢູ່​ທີ່​ນີ້​ງາມ​ຫຼາຍ, ມັນ​ໄດ້​ສ້າງ​ຄວາມ​ດູດ​ດື່ມ​ໃຫ້​ແກ່​ພວກ​ຂ້າພະ​ເຈົ້າ, ນັ່ງ​ເທິງ​ເຮືອ​ສາມາດ​ເຫັນ​ໄດ້​ນົກ​ບິນ​ເທິງ​ຟ້າ, ປາ​ລອຍ​ໃຕ້​ນຳ້ ​ແລະ ຊົມ​ທີ​ວທັດ​ທີ່ສວຍ​ງາມ​ໄດ້. ບັນດາ​ຖຳ້​ຢູ່​ຫ້າ​ລອງ​ກໍ່​ງາມ​ອີ​ຫຼີ ​ແລະ ມີ​ຊີວິດ​ຊີວາ​ອີກ. ຫີນ​ຍ້ອຍ​ໃນ​ຖ້ຳ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ສີ​ຄື​ຮູບ​ສັດ, ຮູບ​​ແມ່ຍິງ ຫຼື​ຮູບ​ນົມ​ແມ່ ​ໄດ້​ສ້າງ​ຄວາມ​ຈັບ​ອົກ​ຈັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຫຼາຍ“.

        ສິ່ງ​ທີ່​ສ້າງ​​ດູດດື່ມ ​ແລະ ຟົດ​ຟື້ນ​ທີ່​ສຸດ​ນັ້ນ​ແມ່ນ ​ເມື່ອ​ເຮືອ​ທ່ອງ​ທ່ຽວ​ມາ​ຮອດ​ໝູ່​ບ້ານ​ປະມົງ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ພາຍ​ເຮືອ Kayak ​ເອງ​ທາມກາງ​ເຂດນ້ຳ​ທະ​ເລ​ທີ່​ຂຽວ​ໃສ​ສ່ອງ​ຢ່າງ​ສະບາຍ. ​​ເມື່ອ​ໄດ້​ຮັບ​ການ​ແນະນຳ​ຢ່າງ​ລະອຽດ​ຈາກ​ຜູ້ນຳ​ທ່ຽວ, ນັກ​ທ່ອງ​ທ່ຽວ​ຈະ​ຮູ້ສຶກ​ວ່າການ​ພາຍ​ເຮືອ​ບໍ່​ຍາກ​ປານ​ໃດ ​ແລະ ດູດ​ດື່ມ​ທີ່​ສຸດ.

ການທ່ຽວຊົມຫ້າລອງ ດ້ວຍເຮືອ - ảnh 3
ຫ້ອງຫາຫານເທິງເຮືອ

        ທ່ານ John ແລະ ເພື່ອນ​ຂອງ​ຕົນ​ແມ່ນ​ນາງTania ນິ​ຍົມ​ທີ່​ສຸດ​ຕໍ່​ລາຍ​ການ​ທ່ອງ​ທ່ຽວນີ້:

        “ພວກ​ຂ້າ​ພະ​ເຈົ້າ​ພາຍ​ເຮືອ​ໄປ​ອ້ອມ​ເຂດນີ້, ຂ້າ​ພະ​ເຈົ້າ​ພາກ​ພູມ​ໃຈ​ທີ່​ສຸດ​ເມື່ອ​​ໄດ້ເຫັນ​ໝູ່​ບ້ານ​ປະ​ມົງ​ໃນ​ທະ​ເລ ກໍ່​ຄື​ທີວ​ທັດ​ທຳ​ມະ​ຊາດ, ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຢູ່​ທີ່ນີ້. ເມື່ອ​ພາຍ​ເຮືອ​ບົນ​ທະ​ເລ, Tania ແລະ ຂ້າ​ພະ​ເຈົ້າ​ລ້ວນ​ແຕ່ຢາກ​ຢູ່​ທີ່ນີ້​ດົນ​ກວ່າ​ອີກ. ນີ້​ແມ່ນ​ການ​ທ່ອງ​ທ່ຽວ​ທີ່​ຈັບ​ອົກ​ຈັບ​ໃຈ ເຊິ່ງ​​ກ່ອນນີ້ຂ້າ​ພະ​ເຈົ້າ​ຍັງ​ບໍ່​​ໄດ້ເຂົ້າ​ຮ່ວມ​ຈັກ​ເທື່ອ. ທຳ​ອິດ​ຂ້າ​ພະ​ເຈົ້າ​ກໍ່​ຮູ້​ສືກ​ຢ້ານ​ກົວ, ແຕ່​ປະ​ຈຸ​ບັນ​ເຫັນ​ວ່າ​ບໍ່​ຍາກ​ອີກ. ຂ້າ​ພະ​ເຈົ້າ​ໄດ້​ພາຍ​ເຮືອ​ໄປ​ອ້ອມ​ພູ​ຫີນ ແລະ ໄດ້ເຫັນ​ບັນ​ດາ​ໂພນ​ຫີນຢູ່​ເທິງ ອັນ​ໄດ້​ສ້າງ​ຄວາມ​​ປະ​ທັບ​ໃຈທີ່​ສຸດ​ໃຫ້​ແກ່​ພວກ​ຂ້າ​ພະ​ເຈົ້າ”.

        ຕອນ​ແລງ​ນັ່ງ​ເທິງ​ເຮືອ ແມ່ນ​ຈຸດ​ເວ​ລາຈັບ​ໃຈ​ທີ່​ສຸດສຳ​ລັບ​ນັກ​ທ່ອງ​ທ່ຽວ. ເພື່ອ​ກະ​ກຽມ​ໃຫ້​ແກ່​ຄາບ​ເຂົ້າ​ແລງ, ພໍ່​ຄົວ​ໄດ້​ແ​ນະ​ນຳ​ໃຫ້​ນັກ​ທ່ອງ​ທ່ຽວ​ວິ​ທີເຮັດແນມ, ເຊິ່ງ​ແມ່ນ​ອາ​ຫານ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ

ການທ່ຽວຊົມຫ້າລອງ ດ້ວຍເຮືອ - ảnh 4

ນັກທ່ອງທ່ຽວແອບຫໍ່ແນມ

        ເມື່ອ​ໄດ້​ເຮັດ​ແນມ, ເຊິ່ງ​ແມ່ນ​ເຍື່ອງ​ອາ​ຫານ​ທີ່​ຊາວ​ຫວຽດ​ນາມ ​ນິ​ຍົມ​ກິນ​ນັ້ນ . ທ່ານ Efarault, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ຝ​ລັ່ງ, ແບ່ງ​ປັນ​ວ່າ:

        “ທຸກ​ຄົນ​ພ້ອມ​ກັນ​​ຮຽນ​ວິ​ທີປຸງ​ແຕ່ງ​ອາ​ຫານ​ດ້ວຍ​ຄວາມ​ພາກ​ພູມ​ໃຈ. ຂ້າ​ພະ​ເຈົ້າ​ກໍ່​ດີ​ໃຈຫຼາຍ ​ເມື່ອ​​ໄດ້​ຢືນ​ຢູ່​ອ້ອມ​ໂຕະ​​ພ້ອມ​ກັບ​ທຸກ​ຄົນ​ຮຽນວິ​ທີ​ແຕ່ງ​ກິນ ເພື່ອ​ກະ​ກຽມ​ໃຫ້​ຄາບ​ເຂົ້າ. ໄດ້​ເຂົ້າ​ຮ່ວມ​ລາຍ​ການ​ທ່ອງ​ທ່ຽວນີ້ ແມ່ນ​ສິ່ງ​ທີ່​ຈັບ​ອົກ​ຈັບ​ໃຈຫຼາຍ, ທັງ​ໄດ້​ຊົມທັດ​ສະນີ​ຍະ​ພາບ, ທັງ​ໄດ້​ພົບ​ປະ ແລະ ​ແບ່ງ​ປັນກັບ​ບັນ​ດາ​ນັກ​ທ່ອງ​ທ່ຽວ​ອື່ນໆ ແລະ ໄດ້​ກິນ​ເຂົ້າ​ແລງ​ກັບ​ທຸກ​ຄົນ. ບາງ​ເທື່ອ​ຂ້າ​ພະ​ເຈົ້າ​ຈະ​ກັບ​ຄືນ​ຫວຽດ​ນາມ​ ອີກເພື່ອ​ຮຽນ​ວິ​ທີ​ປຸງ​ແຕ່ງ​​ເຍື່ອງອາ​ຫານ​ຂອງ​ຫວຽດ​ນາມ”.

        ເມື່ອ​ຮອດ​ຍາມ​ຄ່ຳ​ຄືນ, ທະ​ເລ​ໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ດ້ວຍແສງດອກ​ໄຟ​ນາໆ​ສີ​ຈາກ​​ບັນ​ດາເຮືອ​ທ່ອງ​ທ່ຽວ, ອັນ​ໄດ້​ເຮັດ​ໃຫ້​ອ່າວ​ຫ້າ​ລອງ​ຍິ່ງມີ​ຄວາມ​ງາມ​ແບບ​ເລິກ​ລັບກວ່າ​ອີກ.

ການທ່ຽວຊົມຫ້າລອງ ດ້ວຍເຮືອ - ảnh 5

ເຮືອໃນຍາມຄ່ຳຄືນ

        ​ເມື່ອແສງ​ອະ​ລຸນປະ​ກົດ​ຢູ່​ຂອບ​ຟ້າກໍ່​ແມ່ນ​ສັນ​ຍານ​​ທີ່ບົ່ງ​ບອກວ່າ​ລາຍການ​ທ່ອງ​ທ່ຽວ​ຫ້າ​ລອງ ​ດ້ວຍເຮືອ​ໄດ້​ສິ້ນ​ສຸດລົງ​, ຄື​ດັ່ງ​ຄຳ​ໝັ້ນ​ໝາຍ​ຂອງນັກ​ທ່ອງ​ທ່ຽວ​ແຕ່​ລະ​ຄົນ​ຈະ​ກັບ​ມາ​ຢ້ຽມ​ຢາມ​ອ່າວ​ຫ້າ​ລອງ, ມໍ​ລະ​ດົກ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ