ຄົ້ນຫາປ່າສະຫງວນແຫ່ງຊາດປູມາດໃນແຂວງເງະອານ

(VOVWORLD) -ປ່າສະຫງວນແຫ່ງຊາດປູມາດ ຫ່າງຈາກນະຄອນວິງ, ແຂວງເງະອານປະມານ 120 ກມ ໄປທາງທິດຕາເວັນຕົກສ່ຽງໃຕ້. ນີ້ແມ່ນເຂດປ່າມີເນື້ອທີ່ອັນໃຫຍ່ຫຼວງຢູ່ຕອນເໜືອພາກກາງ ແລະ ກໍແມ່ນເຂດນິເວດທຳມະຊາດໂລກ

ດ້ວຍທິວທັດທຳມະຊາດທີ່ສວຍສົດງົດງາມ, ລະບົບພຶກສາຊາດທີ່ອຸດົມສົມບູນ. ປ່າສະຫງວນ ແຫ່ງຊາດປູມາດໃນປະຈຸບັນ ແມ່ນສະຖານທີ່ທ່ອງທ່ຽວຊີວະພາບທີ່ດູດດື່ມ ອັນໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາທ່ອງທ່ຽວຢ່າງ ຫຼວງຫຼາຍ  .

ຄົ້ນຫາປ່າສະຫງວນແຫ່ງຊາດປູມາດໃນແຂວງເງະອານ - ảnh 1 ເຂດປ່າສະຫງວນແຫ່ງຊາດປູມາດ

    ເຂດປ່າສະຫງວນແຫ່ງຊາດປູມາດຕັ້ງຢູ່ເນີນພູທາງກ້ຳຕາເວັນອອກສາຍພູຫຼວງ, ນອນໃນບໍລິເວນ 3 ເມືອງເຂດພູດອຍຂອງແຂວງເງະອານເຊັ່ນ: ກອນກວງ, ແອງເຊີນ ແລະ ເຕືອງເຢືອງ. ປ່າສະຫງວນແຫ່ງຊາດປູມາດໄດ້ຖືກສ້າງຂຶ້ນເປັນຮູບປະທຳນັບແຕ່ປີ 2002 ແລະ ໄດ້ຮັບການຢັ້ງຢືນແມ່ນເຂດນິເວດທຳມະຊາດໂລກຈາກອົງການ UNESCO ເມື່ອປີ 2007. ເຂດປ່າສະຫງວນແຫ່ງຊາດປູມາດໃນປະຈຸບັນມີເນື້ອທີ່ປ່າທຳມະຊາດ 174.000 ແຮັກຕາ. ຈອມພູປູມາດມີຄວາມສູງ 1.840 ແມັດ, ມີເມກປົກຄຸມຕະຫຼອດປີ. ປູມາດແມ່ນໜຶ່ງໃນບັນດາເຂດອະນຸລັກຊີວະນາໆພັນໃຫຍ່ຢູ່ຫວຽດນາມ ດ້ວຍພຶກສາຊາດ 2.400 ປະເພດ, ໃນນັ້ນມີ 37 ປະເພດຖືກບັນທຶກໃນປຶ້ມແດງຫວຽດນາມ ແລະ 20 ປະເພດຖືກບັນທຶກໃນປຶ້ມແດງໂລກ. ລະບົບສັດປ່າຢູ່ນີ້ ກໍອຸດົມສົມບູນດ້ວຍສັດປ່າ 240 ກວ່າປະເພດ, ໃນນັ້ນມີຫຼາຍປະເພດມີຄ່າຫາຍາກເຊັ່ນ: ຊ້າງ, ເສືອ, ຟານ ແລະພິເສດແມ່ນເສົາຫຼາຊຶ່ງແມ່ນວັດປະເພດໜຶ່ງທີ່ມີຄ່າຫາຍາກທີ່ສຸດໃນໂລກ ມີຊີວິດໃນເຂດພູຜາປ່າໄມ້ເຂດສາຍພູຫຼວງຫວຽດນາມ ແລະ ລາວ ແລະ ໄດ້ຮັບການຄົ້ນພົບເມື່ອປີ 1992. ເສົາຫຼາຖືກຈັດອັນດັບມີໄພຈະສູນພັນໃນປຶ້ມແດງຂອງສະຫະພັນອະນຸລັກໂລກ ແລະ ໃນປຶ້ມແດງຂອງຫວຽດນາມ.  ທ່ານກາວຕ້ຽນຈຸງ ພະນັກງານຄົ້ນຄ້ວາຢູ່ມະຫາວິທະຍາໄລວິງ ໃຫ້ຮູ້ວ່າ : 

    “ເຂດນິເວດທຳມະຊາດມີລັກສະນະຊີວະສູງທີ່ສຸດ. ດ້ວຍ 3 ເຂດຕົ້ນຕໍເຊັ່ນ: ເຂດປ່າສະຫງວນແຫ່ງຊາດປູມາດ, ເຂດອະນຸລັກທຳມະຊາດປູຮວງ ແລະ ເຂດອະນຸລັກທຳມະຊາດປູຮວາດ ທີ່ມີລະບົບຊີວະນາໆພັນທີ່ຫາຍາກ  ”

    ໃນເຂດປ່າສະຫງວນແຫ່ງຊາດປູມາດ ກໍຍັງມີແມ່ນ້ຳຢັງໃນເຂດແກ່ນກາງຂອງປ່າ, ອັນໄດ້ສ້າງໃຫ້ມີແກ້ງນ້ຳ, ນ້ຳຕົກຕາດສວຍງາມດັ່ງໃນຝັນຄື: ນ້ຳຕົກຕາດ ຊາວວາຢູ່ ເກ້ວຟອງ, ນ້ຳຕົກຕາດແກມຢູ່ກອນກວງ, ຫ້ວຍຕຽນ, ຫ້ວຍນ້ຳຮ້ອນຢູ່ເຕີນກີ ແລະ ຖ້ຳຕ່າງໆທີ່ໃຫຍ່ໂຕ ແລະ ມະຫັດສະຈັນເຊັ່ນ: ຖ້ຳບົວ, ເຂດທິວທັດທຳມະຊາດລະດັບຊາດ ກຸຍເຈົາ….ທິວທັດທຳມະຊາດເຫຼົ່ານັ້ນ ໄດ້ກາຍເປັນບັນດາສະຖານທີ່ທ່ອງທ່ຽວ, ແມ່ນເງື່ອນໄຂເພື່ອພັດທະນາທ່ອງທ່ຽວຊີວະພາບ, ອັນໄດ້ນຳມາເຊິ່ງແຫຼ່ງລາຍຮັບມາໃຫ້ປະຊາຊົນ. ທ່ານ ຫງວຽນວັນວິງ ພະນັກງານແຂວງເງະອານ ໃຫ້ຮູ້ວ່າ : 

    “ເຂດປ່າສະຫງວນແຫ່ງຊາດປູມາດມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫຼວງເພື່ອພັດທະນາບັນດາຮູບແບບການທ່ອງທ່ຽວເຊັ່ນ: ປີນພູ, ອາບນ້ຳຢູ່ແມ່ນ້ຳ, ລອງເຮືອທ່ຽວຊົມເຂດປ່າດົງດິບ, ຈັດງານຕັ້ງຄ້າຍ,  ນອນໃນປ່າ…ປະຈຸບັນ, ແນວໂນ້ມຂອງການທ່ອງທ່ຽວໂລກເວົ້າລວມ ແລະ ຫວຽດນາມເວົ້າສະເພາະແມ່ນກັບຄືນສູ່ທຳມະຊາດ, ກົກເຄົ້າເຫງົ້າກໍ. ເພາະສະນັ້ນ, ຄວາມສາມາດບົ່ມຊ້ອນພັດທະນາການທ່ອງທ່ຽວຂອງ ເຂດປ່າສະຫງວນແຫ່ງຊາດປູມາດແມ່ນໃຫຍ່ ຫຼວງທີ່ສຸດ ”

     ຢູ່ເຂດເຊື່ອມຕໍ່ຂອງປ່າສະຫງວນແຫ່ງຊາດປູມາດຍັງມີບັນດາໝູ່ບ້ານຂອງພໍ່ແມ່ພີນ້ອງບັນດາເຜົ່າສ່ວນໜ້ອຍເຊັ່ນ: ຜູ້ໄທ, ຂະມຸ, ເອີດູ ແລະ ດານລາຍ…ຊີວິດການເປັນຢູ່ຂອງປະຊາຊົນຢູ່ແຫ່ງນີ້ ຍັງຄົງຮັກສາບັນດາຮີດຄອງປະເພນີທີ່ມີມາແຕ່ດົນນານ. ມາແຫ່ງນີ້, ແຂກທ່ອງທ່ອງຈະມາຄວາມປະທັບໃຈຫຼາຍຢ່າງ. ນາງໂງກິມຮົ່ງ ແຂກທ່ອງທ່ຽວມາຈາກຮ່າໂນ້ຍ ເປີດເຜີຍວ່າ : 

    “ ເຕັ້ນສາບ ແລະ ດື່ມເຫຼົ້າໄຫແມ່ນສິ່ງທີ່ປະທັບໃຈກ່ຽວກັບ ຮີດຄອງປະເພນີຂອງຊາວເຜົ່າຜູ້ໄທຢູ່ແຫ່ງນີ້. ມາຢ້ຽມຢາມບ້ານຂອງຊາວເຜົ່າຜູ້ໄທ, ຂ້າພະເຈົ້າຊົມຊອບອາຊີບຕ່ຳແຜ່ນແພພື້ນເມືອງຂອງເຂົາເຈົ້າ. ໄດ້ນຸ່ງສີ້ນຂອງຊາວເຜົ່າຜູ້ໄທ, ແລ້ວກໍຖ່າຍຮູບຢູ່ນ້ຳຕົກຕາດ, ພູຜາປ່າໄມ້ ກໍແມ່ນສິ່ງທີ່ຈັບໃຈໃນການເດີນທາງທ່ອງທ່ຽວ ”

    ປ່າສະຫງວນແຫ່ງຊາດປູມາດປະກອບດ້ວຍບັນດາເຂດປ່າດົງດິບທີ່ຍັງຮົກເຮື້ອ ເປັນແຫ່ງທີ່ດີເພື່ອໃຫ້ບັນດານັກວິທະຍາສາດທັງຢູ່ພາຍປະເທດ ແລະ ສາກົນມາຄົ້ນຄ້ວາ, ຊອກຮູ້ກ່ຽວກັບຊີວະນາໆພັນ. ພ້ອມກັບບັນດາທິວທັດທຳມະຊາດ, ການດຳເນີນຊີວິດວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນບັນດາເຜົ່ານັ້ນ, ປ່າສະຫງວນແຫ່ງຊາດປູມາດຍັງແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ, ບ່ອນພັກຜ່ອນບຳລຸງສຸຂະພາບທີ່ດີສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ