ຄວາມງາມຂອງບຶງແຄມຝັ່ງທະເລຢູ່ນະຄອນເຫ້ວ


(vovworld)- ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ນະ​ຄອນ ເຫ້ວ ຍາມ​ໃດ​ກໍ​ມັກ​ຄວາມ​ງາມ​ ຂອງ​ເຂດ​ດິນ​ນີ້ ດ້ວຍ​ຮູບ​ພາບ​ສຸ​ສານທີ່​ເກົ່າ​ແກ່​​ຫລາຍ​ແຫ່ງ, ຄວາມ​ສະ​ຫງົບ​ງຽບ ແລະ ສັກ​ກະ​ລະ​ບູ​ຊາຂອງ​ບັນ​ດາ​ວັດ​ວາ​ອາ​ຮາມ​ ກໍ​ຄ​ື ຄວາມ​ງາມ​ຂອງ​ເຮືອນ​ສວນຫລາຍ​ຫລັງ​ຢູ່ ນະ​ຄອນ​ເຫ້ວ. ຄຽງ​ຄູ​່​ກັນ​ນັ້ນ ​ທິວ​ທັດ​​ທຳ​ມະ​ຊາດ​​ທີ່​ສວຍ​ງາມຂອງ ​ບຶງ​​ແຄມ​ທະ​ເລ ​ຢູ່ເຫ້ວ​​ ຍາມ​ໃດ​ກໍ​ແມ່ນ​ສະ​ຖານ​​ທີ່​​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ໃນ​ລາຍ​ການ​ຄົ້ນ​ຫາ​ຫວຽດ​ນາມ ພາກນີ້ ພວກ​ເຮົາ​ຂ​ໍ​ແນະ​ນຳ​ບົດ​ທີ່​ພາດ​ຫົວ​ຂໍ​ວ່າ: ຄວາມ​ງາມ​ຂອງ​ບຶງ​ແຄມ​ຝັ່ງ​ທະ​ເລ ຢູ່ ນະ​ຄອນເຫ້ວ

 

ຄວາມງາມຂອງບຶງແຄມຝັ່ງທະເລຢູ່ນະຄອນເຫ້ວ - ảnh 1
ຊາວ​ທ້ອ​ງ​ຖິ່ນ​ຫາ​ປາ​ຢູ່​ບຶງ​ຕາ​ມ​ຢາງ
ພາບ:dulich.vn

        ມາ​ຢ້ຽມ​ຢາມ ເຫ້ວ ເທື່ອ​ຫນຶ່ງ​ເພື່ອ​ຮັບ​ຊົມ​ຄວາມ​ງາມ​ຂອງ​ທິວ​ທັດທຳ​ມະ​ຊາດ ແລະ ຄົ້ນ​ຫາ​ຊີ​ວິດການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢູ່​​ອາ​ໄສ​ຢູ່ລຽບ​ຕາມ ບຶງ​​​ແຄມ​ຝັ​່ງທະ​ເລ. ຜູ້​ໃດ​ຢາກ​ຄົ້ນ​ຫາ ບຶງ​​​ແຄມ​ຝັ​່ງທະ​ເລ ຢູ່ ເຫ້ວ ຄວນ​ຂີ່​ລົ​ດ​ຈັກ ເພື່ອ​ຊົມ​ຄວາມ​ງາມ​​ບົນຫນ້າ​ນ້ຳ​ທີ່ກວ້າງ​ໃຫຍ່​ນີ້​. ເລີ່ມ​ຕົ້ນ​ຈາກ​ໃຈ​ກາງ​ນະ​ຄອນ​ ຂີ່​ລົດ​ຈັກ​​ຕາມ​ທາງ​ຫລວງ 49, ເບື້ອງ​ຫນຶ່ງ​ແມ່ນ​ທະ​ເລ, ສ່ວນ​ເບື້ອງ​ຫນຶ່ງ​ແມ່ນ ບຶງ​​​ແຄມ​ຝັ​່ງທະ​ເລ​ຫລາຍ​ແຫ່ງ ຄື: ​ ບຶງແທງ​ລາມ, ບຶງ ​ຊາມ, ບຶງ ຮ່າ​ຈູງ, ບຶງ ຖູຍ​ຕູ, ບຶງ ເກົ່າ​ຮາຍ ຕິດ​ຕໍ່​ກັນ ຄື​ດັ່ງ​ພວມ​​ໄປໃນ​ເສັ້ນ​ທາງ​ລະ​ຫວ່າງ​ສອງ​ລຳ​ແມ່​ນ້ຳ. ອ້າຍ ຫງວຽນ​ແທ່ງກົງ, ຊ່າງ​ພາບ​ຜູ້​ທີ່ເຄີຍ​ມາ​ຖ່າຍ​ຮູບ​ຢູ່ ບຶງ​​​ແຄມ​ຝັ​່ງທະ​ເລ ​ເປັນ​ຫລາຍ​ຄັ້ງ​ໃຫ້​ຮູ້​ວ່າ:

        “ຢູ່ ເຫ້ວ ມີ​ ບຶງ​​​ແຄມ​ຝັ​່ງທະ​ເລ ຫລາຍ​ແຫ່ງ, ໃນ​ນັ້ນ ກວ້າງ​ກວ່າ​ໝູ່ ແມ່ນ​ ບຶງ​​​ແຄມ​ຝັ​່ງທະ​ເລ ຕ​າມ​ຢາງ, ບຶງ ເກົ່າ​ຮາຍ, ບຶງຖືຍ​ຕູ, ບຶງຈ່ວນ. ບັນ​ດາ​ ບຶງ​​​ແຄມ​ຝັ​່ງທະ​ເລ ນີ້ ລ້ວນ​ແຕ່​ມີ​ການ​ປະສົມ​ປະ​ສານ​ຢ່າງ​ແຫນ້ນ​ແຟ້ນ​ນຳ​ກັນ. ຖ້າ​​ຂີ່​ເຮືອ​ໃນ​ ບຶງ​​​ແຄມ​ຝັ​່ງທະ​ເລ ທ່ານ​ສາ​ມາດ​ເດີນ​ເຮືອຈາກ​ບຶງນີ້​ຫາ​ບຶງ​ອື່ນໄດ້. ທິວ​ທັດ​ຢູ່​ ບຶງ​​​ແຄມ​ຝັ​່ງທະ​ເລ ​ ແມ່ນ​ສວຍ​ງາມ​ທີ່​ສຸດ, ພິ​ເສດ ໃນ​ຍາມ​ສາ​ຍັນ ຖ່າຍ​ຮູບ​ໃນ​ຊ່ວງເວ​ລານີ້ ທ່ານ​ຈະ​​​ສາ​ມາດ​ຖ່າຍ​ເອົາໄດ້​ຫລາຍ​ຮູບທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ.”

ຄວາມງາມຂອງບຶງແຄມຝັ່ງທະເລຢູ່ນະຄອນເຫ້ວ - ảnh 2
ຍາມ​ສາ​ຍັນ​ຢູ່ ບຶງ​ຕາ​ມ​ຢາງ

        ບຶງ​​​ແຄມ​ຝັ​່ງທະ​ເລ ​ຕາມ​ຢາງ ແມ່ນ​​ບຶງ​ນ້ຳ​ຈາງ​ ​ກວ້າງກວ່າ​ໝູ່​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້, ໂດຍ​ຫ່າງ​ຈາກ​ນະ​ຄອນ ເຫ້ວ ປະ​ມານ 12 ກິ​ໂລ​ແມັດ. ເນື້ອ​ທີ່​ຂອງບຶງ ​ຕາມ​ຢາງ​ປະ​ມານແມ່ນ 52 ຕາ​ລາງ​ກິ​ໂລ​ແມັດ ແລະ ມີ​ຄວາມ​ຍາວ​ປະ​ມານ 24 ກິ​ໂລ​ແມັດ ຈາກ​ປາກ​ແມ່​ນ້ຳ ໂອ​ເລົາ ຮອດ​ປາກ​ແມ່​ນ້ຳ​ເຮືອງ ຂຶ້ນ​ກັບ ສາມ​ເມືອງ​ຄື: ຟອ​ງ​ດຽນ, ກວ໋າງ​ດຽນ, ເຮືອງ​ຈ່າ ຂອງ​ແຂວງ ເທື່ອ​ທຽນ​ເຫ້ວ. ບຶງ​ຕາມ​ຢາງ ມີ​ຄວາ​ມ​ເລິກ​ແຕ່ 2 -4 ແມັດ, ບາງ​ບ່ອນ​ເລິກ 7 ແມັດ ແມ່ນ​ບ່ອນ​ເຕົ້າ​ໂຮມ​ແມ່​ນ້ຳ 3 ລຳ​ດັ່ງ​ກ່າວ ກ່ອນ​ທີ່​ໄຫລ​ອອກ​ສູ່​ທະ​ເລທ້ວນ​ອານ.  ​ຄວາມ​ງາມ​ແບບ​ຮົກ​ເຮື້ອ​ເປົ່າ​ຫວ່າງ, ສະ​ຫງົບ​ງຽບຂອງ ບຶງ​ຕາມ​ຢາງ​ຍາມ​ໃດ​ກໍ ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

        ກ່ອນນີ້ ຢາກ​ໄປ​ຢ້ຽມ​ຢາມ ບຶງຕາ​ມ​ຢາງ ແມ່ນ​ຫຍຸ້ງ​ຍາກ​ຫລາຍ, ແຕ່​ປະ​ຈຸ​ບັນ ການ​ໄປ​ມາ​ແມ່ນ​ສະ​ດວກ​ແລ້ວ. ນັກ​ທ່ອງ​ທ່ຽວ ເຄີຍ​ມານີ້​ເພື່ອ​ຊົມ​ທິວ​ທັດ​ໃນ​ຍາມ​ສາ​ຍັນ ແລະ ສູບ​ອາ​ກາດ​ທີ່​ປອດ​ໂປ່ງ​ກໍ​ຄື​ຄວາມ​ສະ​ຫງົບ​ງຽບ​ຢູ່​ທີ່ນີ້. ເມື່ອ​ນັ່ງ​ເທິງ​ເຮືອ​ລ່ອງ​ຕາມ​ ບຶງ​​​ແຄມ​ຝັ​່ງທະ​ເລ, ທ່ານ​ຈະ​ຮູ້​ສຶກ​ຈິດ​ໃຈ​ສະ​ຫວາດ​ສະ​ເຫວີຍ​ກວ່າ. ອ​້າຍ ຫງວຽນ​ແທ່ງ​ກົງ ແບ່ງ​ປັນ​ວ່າ ເມື່ອ​​ຍາມ​ສາ​ຍັນ​ລົງ ບຶງ​​​ແຄມ​ຝັ​່ງທະ​ເລ ຄື​ດັ່ງ​ນຸ່ງ​ເສື້ອຜື​ນ​ຫນຶ່ງ​ທີ່​ມີ​ສີ​ສັນ​ຫລາກ​ຫລາຍ.

         “​ແສງ​​ຕາ​ເວັນ​ອ​ອ່ນ​ໃນຍາມ​ສາ​ຍັນ​ປະ​ສົມ​ກັບ​ສີ​ຂຽວ​ຂອງ​ທ້ອງ​ຟ້າ ແລະ ຫນ້າ​ນ້ຳ ສ້າງ​ເປັນ​ສີ​ສັນ​ພິ​ເສດ​ທີ່​ສຸດ. ແຕ່​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ເມື່ອ​ຂ້າ​ພະ​ເຈົ້າ​ລ່ອງ​ເຮືອ​ຕາມ  ບຶງ​​​ແຄມ​ຝັ​່ງທະ​ເລ ​ຢູ່ ເຫ້ວແມ່ນ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢູ່​ທີ່ນີ້, ພິ​ເສດ ແມ່ນ​ຮູບ​ພາບ​ປະ​ຊາ​ຊົນ​ຫາ​ສິນ​ທະ​ເລ. ຖ້າ​ສັງ​ເກດ​ຈາກ​ທາງ​ໄກ ທ່ານ​ຈະ​ເຫັນ​ຮູບ​ພາບ​ບັນ​ດາ​ກຸບ​ຂອງ​ຊາວ​ທ້ອງ​ຖິ່ນ​ເຄິຍ​ໃຊ້​ເມື່ອ​ຫາ​ສິນ​ທະ​ເລ​ແຕ່​ເມື່ອ​ລະ​ດັບ​ນ້ຳ​ທະ​ເລ​ຂຶ້ນ​ສູງ​ກຸບ​ເຫລົ່າ​ນັ້ນ ແມ່ນ​​ລັບໆ​ລີ້ໆ​ເທິງ​ຫນ້າ​ນ້ຳ ອັນ​ໄດ້ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ.”

        ປະ​ຊາ​ຊົນ​ຢູ່ ບຶງ​​​ແຄມ​ຝັ​່ງທະ​ເລ ສ່ວນ​ຫລາຍ​ທຳ​ມາ​ຫາ​ກິນ​ດ້ວຍ​ອາ​ຊີບ​ຫາ​ ແລະ ລ້ຽງ​ປູກສິນ​ທະ​ເລ. ເມື່ອ​ຄ່ຳ​ຄືນ​ວຽນ​ມາ, ເຂົາ​ເຈົ້າ​​ເຄີຍຂີ່​ເຮືອ​ ​ຫາ​ສິນ​ທະ​ເລ ແລະ ຮອດ​ຮຸ່ງ​ເຊົ້າ​ມື້​ຕໍ່​ມາ ແມ່ນ​ນຳ​ເອົາ​ໄປ​ຂາຍ​ຢູ່​ຕະ​ຫລາດ​ແຄມ​ທະ​ເລ.

 ພາຍ​ຫລັງ​ລ່ອງ​ເຮືອ​ຊົມ​ທິວ​ທັດ​ທີ່​ສວຍ​ງາມ​ຂອງ ບຶງ​​​ແຄມ​ຝັ​່ງທະ​ເລ ແລ້ວ, ທ່ານ​ສາ​ມາດ​​ແວ່​ຮ້ານ​ອາ​ຫານ​ ເພື່ອ​ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ແຊບ​ນົວ​ ​ຊື່ງ​ໄດ້​ຮັບ​ການປຸງ​ແຕ່ງ​ດ້ວຍ​ສິນ​ທະ​ເລ​ພິ​ເສດ​ຂອງ​ເຂດ​ດິນ​ນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ