ຄວາມງາມດ້ານສະຖາປັດຕະຍະກຳຂອງໂບດຕ່າງໆຢູ່ດາຫຼາດ

   ເມື່ອ​ມີ​ໂອ​ກາດ​ມາ​ຢ້ຽມ​ຢາມ​ນະ​ຄອນ​ດາຫຼາດ, ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຈະ​ມີ​ໂອ​ກາດ​ແວ່​ຢາມ​ສະ​ຖ​ານ​ທີ່ທ່ອງ​ທ່ຽວ​ທີ່​ລື​ຊື່ຫຼາຍ​ຢ່າງ, ໃນ​ນັ້ນ ຕ້ອງ​ເວົ້າ​ເຖິງ​ໂບດກອນ​ກາ ( ໝາຍ​ເຖິງ​ໂຕ​ໄກ່ ) ຊຶ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກິດ​ຈະ​ກຳ​ທີ່​ເປັນ​ຂີດ​ໝາຍ​ແຫ່ງ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຝ່າຍ​ຕາ​ເວັນ​ຕົກ​ປະ​ສານ​ສົມ​ທົບ​ກັບ​ສະ​ຖາ​ປັດ​ຕະ​ຍະ​ກຳຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ເຂດ​ໄຕ​ງວຽນ. ໂບດກອນ​ກາພ້ອມ​ກັບ​ໂບດ​ສາ​ສະ​ໜາ​ຕ່າງ​ໆອີກ​ບາງ​ແຫ່ງໃນ ນະ​ຄອນ​ດາຫຼາດ ຍາມ​ໃດ​ກໍ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ ບໍ່​ພຽງ​ແຕ່​ຍ້ອນຄວາມ​ງາມ​ດ້ານ​ສະ​ຖາ​ປັດ​ຕະ​ຍະ​ກຳທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ສະ​ຖານ​ທີ່​ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທັດ​ສະ​ນະ​ສຶກ​ສາ, ຊອກ​ຮູ້​ດ້ານ​ວັດ​ທະ​ນະ​ທຳ​ອີກ​ດ້ວຍ.

  

ຄວາມງາມດ້ານສະຖາປັດຕະຍະກຳຂອງໂບດຕ່າງໆຢູ່ດາຫຼາດ - ảnh 1
ໂບດກອນ​ກາຫຼື​ຍັງ​ເອີ້ນ​ວ່າ ໂບດດາຫຼາດ, ໂບດ ນີ​ໂກ​ລາ ບາ​ຣີ

          ໂບດກອນ​ກາຫຼື​ຍັງ​ເອີ້ນ​ວ່າ ໂບດດາຫຼາດ, ໂບດ ນີ​ໂກ​ລາ ບາ​ຣີ. ຊາວ​ທ້ອງ​ຖິ່ນ​ເຄີຍ​ເອີ້ນ​ໂບດ​ແຫ່ງນີ້​ແມ່ນໂບດກອນ​ກາ ໝາຍ​ເຖິງ​ໂຕ​ໄກ່ ຍ້ອນ​ວ່າ ຢູ່​ເທິງຍອດ​ທາດ​ລະ​ຄັງ ມີ​ຮູບ​ໄກ່​ໂຕ​ໃຫຍ່. ນີ້​ກໍ​ແມ່ນໂບດ​ໃຫຍ່​ທີ່​ມີ​ຊື່​ສຽງ​ຢູ່ນະ​ຄອນ​ດາຫຼາດ, ທັງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເກົ່າ​ແກ່​ທີ່​ສຸດ​ຂອງນະ​ຄອນ​ນີ້​ໂດຍ​ຊາວ​ຝະ​ລັ່ງ​ປະ​ໄວ້​ໃຫ້. ໂບດກອນ​ກາ ຕັ້ງ​ຢູ່​ຖະ​ໜົນ​ເຈີນ​ຟູ້ ໃນນະ​ຄອນ​ດາຫຼາດ. ໂບດກອນ​ກາຖືກ​ອອກ​ແບບ​ຕາມ “ຕົວ​ແບບ”ຂອງ​ໂບດ​ຕ່າງໆ​ຂອງ​ສາ​ສະ​ໜາ​ກາ​ໂຕ​ລິກ ໂຣມ ທີ່​ເອີ​ລົບ. ພື້ນ​ທີ່​ຂອງ​ໂບດ​ມີ​ຮູບ​ໄມ້​ກາງ​ເຂນ, ມີ​ລວງ​ຍາວ 65 ແມັດ, ກ້​ວາງ 14 ແມັດ, ທາດ​ລະ​ຄັງ​ສູງ 47 ແມັດ. ດ້ວຍ​ຄວາມ​ສູງ​ເຊັ່ນ​ນັ້ນ, ຈາກ​ທາດ​ລະ​ຄັງ​ຂອງໂບດກອນ​ກາ ກໍ​ສາ​ມາດ​ເຫັນ​ທຸກ​​ບ່ອນ​ຂອງນະ​ຄອນ​ດາຫຼາດ. ປະ​ຕູ​ໃຫຍ່​ຂອງ​ໂບດ​ແມ່ນ​ມຸ່ງໄປ​ສູ່​ພູ​ລາງ​ບຽງ. ຢູ່​ໃນ​ໂບດ, ມີ 3 ຫ້ອງ​ເຊັ່ນ: ຫ້ອງ​ໃຫຍ່​ຢູ່​ເຄິ່ງ​ກາງ ແລະ 2 ຫ້ອງ​ນ້ອຍ​ຢູ່​ຕາມ 2 ເບື້ອງ. ແຕ່​ສິ່ງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ນັ້ນ, ແມ່ນ​ຢູ່​ດ້ານ​ໜ້າ​ຂອງ​ໂບດ ມີ​ທາດ​ລະ​ຄັງ​ສູງ, ບັນ​ດາ​ລວດ​ລາຍ​ເທິງ​ຝາດ້ານ​ໜ້າ​ຂອງ​ໂບດຖືກ​ເຮັດ​ຕາມ​ແບບ​ເອີລົບດັ້ງ​ເດີມ. ສຳ​ລັບ​ປ່ອງ​ຢ້ຽມ​ຂອງ​ໂບດ ມີ​ຮູບ​ກົມ, ສ່ວນຫຼັງ​ຄາ​ຖືກ​ມຸງ​ດ້ວຍ​ຫີນ. ສິ່ງ​ທີ່​ພິ​ເສດກວ່າ​ໝູ່​ແມ່ນຍອດ​ຂອງ​ໄມ້​ກາງ​ເຂນ​ຖືກ​ຕິດ​ກັບ​ເສົາ​ກັນ​ຟ້າຜ່າ​ທີ່​ມີ​ຮູບ​ໄກ່​ໂຕ​ໜຶ່ງ​ຖືກ​ເຮັດ​ດ້ວຍ​ໂລ​ຫະ​ປະ​ເພດ​ເບົາ. ຕາມ​ຊາວ​ທ້ອງ​ຖິ່ນ​ແລ້ວ, ໄກ່​ແມ່ນ​ສັນ​ຍາ​ລັກ​ຂອງ​ປະ​ເທດ​ຝະ​ລັ່ງ ແລະ ຍັງ​ເປັນ​ສັນ​ຍາ​ລັກຂອງ​ຄວາມ​ກິນ​ແໜງ​ໃຈ. ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເກົ່າ​ແກ່ ແລະ ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງໂບດກອນ​ກາ ຍາມໃດ​ກໍ​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ. ນາງ​ຫງວຽນ​ທິ​ຮົ່ງ ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ແຂວງ​ດົງ​ນາຍ ເປີດ​ເຜີຍວ່າ : 

     “ ເມື່ອ​ມາ​ຢ້ຽມ​ຢາມ​ໂບດ​ແຫ່ງນີ້, ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ ນີ້​ແມ່ນ​ກິດ​ຈະ​ກຳ​ທີ່​ເກົ່າ​ແກ່, ເມື່ອ​ເຂົ້າ​ໃນ​ໂບດ ກໍ​ຮູ້​ສຶກ​ສະ​ບາຍ​ໃຈ. ດ້ວຍ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ມັນ​ໄດ້​ຊ່ວຍ​ໃຫ້​ເຮົາ​ສາ​ມາດເຂົ້າໃຈ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຂອງ​ດາຫຼາດ​ຕື່ມ​ອີກ ”

     ຢູ່​ດາຫຼາດ​ຍັງ​ມີ​ໂບດ​ອີກ​ແຫ່ງ​ໜຶ່ງ​ທີ່​ມີ​ຊື່​ສຽງ, ນັ້ນ​ແມ່ນ​ໂບດ Domaine de marie, ແຕ່​ຊາວ​ຍັງ​ເຄີຍ​ເອີ້ນ​ໂບດນີ້​ວ່າ ໂບດ​ມາຍ​ແອງ, ເພາະ​ໂບດ​ແຫ່ງນີ້​ຖືກ​ຕັ້ງ​ບົນ​ໂນນ​ໜ່ວຍ​ໜຶ່ງ​ທີ່​ເຕັມ​ໄປ​ດ້ວຍດອກ​ສະ​ກຸ​ຣະ. ດ້ວຍ​ເນື້ອ​ທີ່​ທັງ​ໝົດ 12 ແຮັກ​ຕາ, ຕັ້ງ​ຢູ່​ຫ່າງ​ຈາກ​ໃຈ​ກາງ ດາຫຼາດ ປະ​ມານ 1 ກິ​ໂລ​ແມັດ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້, ກຸ່ມ​ໂບດນີ້​ໄດ້​ຮັບ​ການກໍ່​ສ້າງ​ຕາມ​ແບບ​ເອີ​ລົບ​ໃນ​ສະ​ຕະ​ວັດ​ທີ 17 ໂດຍ​ມີ​ການ​ປະ​ສານ​ສົມ​ທົບ​ກັບ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງຊົນ​ເຜົ່າ​ສ່ວນ​ໜ້ອຍ​ເຂດ​ໄຕ​ງວຽນ, ໂບດ​ແຫ່ງນີ້​ຖືກກໍ່​ສ້າງ​ບົນ​ພື້ນ​ທີ່​ມີ​ຮູບ​ໄມ້​ກາງ​ເຂນ, ມີ​ລວງ​ກ້​ວາງ 11 ແມັດ, ລວງ​ຍາວ 33 ແມັດ. ໂບດ​ແຫ່ງນີ້​ຖືກ​ໂອບ​ອ້ອມ​ໄປ​ດ້ວຍ​ສວນດອກ​ໄມ້, ຕົ້ນ​ໄມ້​ໃບ​ຫຍ້າຫຼາຍ​ຊະ​ນິດ ອັນ​ໄດ້​ສ້າງ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍ​ສົດ​ງົດ​ງາມ ແລະ ມີ​ລັກ​ສະ​ນະ​ເພີ່ນ​ຈິດ. ທ້າວ ຫງວຽນ​ກວ່​າງ​ຮ່​ວາ ແຂກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ນະ​ຄອນ​ໂຮ່​ຈິ​ມິນ ໃຫ້​ຂໍ້​ສັງ​ເກດ​ວ່າ :

    “ ສິ່ງ​ທີ່​ຈັບ​ໃຈ​ທຳ​ອິດ​ເມື່ອ​ເຮົາ​ເຂົ້າ​ມາ​ທ່ອງ​ທ່ຽວ​ຢູ່ ດາຫຼາດ, ນັ້ນ​ແມ່ນ​ອາ​ກາດ​ດີ​ທີ່​ສຸດ, ອັນ​ທີ 2 ແມ່ນ​ປະ​ຊາ​ຊົນ​ຢູ່​ແຫ່ງນີ້​ມີ​ຄວາມ​ຊື່​ສັດ, ຈິງ​ໃຈ ແລະ ຮັກ​ແພງ​ແຂກ​ຄົນ. ພິ​ເສດ​ແມ່ນ​ໂບດ Domaine , ເຖິງວ່າ​ໄດ້​ໄປຫຼາຍ​ເທື່ອ​ແລ້ວ​ກໍ​ຕາມ, ແຕ່​ເມື​່ອ​ມາ​ແຫ່ງນີ້​ກໍ​ມີ​ຄວາມ​ຮູ້​ສຶກ​ທີ່​ແຕກ​ຕ່າງ​ກັນ, ມັນ​ມີ​ລັກ​ສະ​ນະ​ມິດ​ງຽບ, ເກົ່າ​ແກ່, ປະ​ສົ​ມ​ປະ​ສານ​ລະ​ຫວ່າງ​ອະ​ດີດ​ຕະ​ການ, ປະ​ຈຸ​ບັນ ແລະ ອະ​ນາ​ຄົດ  ”

     ນັບ​ແຕ່​ເມື​ອ່​ກໍ່​ສ້າງສຳ​ເລັດ​ມາ​ຮອດ​ປະ​ຈຸ​ບັນ, ໂບດ​ແຫ່ງນີ້​ພຽງ​ແຕ່​ໃຊ້​ນ້ຳ​ສີ​ບົວ​ເພື່ອ​ທາ​ຝາ​ໂບດ, ອັນ​ໄດ້​ເຮັດ​ໃຫ້​ໂບດ​ຍິ່ງ​ແຈ້ງ​ສະ​ຫວ່າງ​ເມື່ອ​ມີ​ແສງ​ແດດ​ສາດ​ສ່ອງ​ລົງ​ມາ, ທັງ​ສ້າງ​ຈຸດ​ພິ​ເສດ​ສະ​ເພາະ​ໃຫ້​ແກ່ໂບດ Domaine.

     ແຕ່​ລະ​ປີ ຮອດ​ໂອ​ກາດ​ຈັດ​ວັນ​ບຸນ​ຄິຼດ​ສມາດ, ໂບດກອນ​ກາ, ໂບດ​ມາຍ​ແອງ ແລະ ໂບດ​ອື່ນໆ​ໃນ​ນະ​ຄອນ ກໍ​ລ້ວນ​ແຕ່​ມີ​ແຂກ​ມາ​ຢ້ຽມ​ຊົມ​ທັດ​ສະ​ນະ​ສຶກ​ສາ​ຢ່າງຫຼວງຫຼາຍ. ບໍ່​ພຽ​ງ​ແຕ່​ແມ່ນ​ສະ​ຖານ​ທີ່​ເຕົ້າ​ໂຮມ​ບັນ​ດາ​ສາ​ສະ​ນິກ​ກະ​ຊົນ​ເຊື່ອ​ຖື​ສາ​ສະ​ໜາ​ກາ​ໂຕ​ລິກ​ເທົ່າ​ນັ້ນ, ຢູ່​ສະ​ຖານ​ທີ່​ແຫ່ງນີ້ ຍັງ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ຈັບ​ໃຈ​ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວ​ຕ້ອນ​ຮັບ​ບັນ​ຍາ​ກາດ​ວັນ​ບຸນ​ຄຼິ​ດ​ສ​ມາດ​ທີ່​ຟົດ​ຟື້ນ​ມ່ວນ​ຊື່ນ ແລະ​ ຖ່າຍ​ເອົາ​ຮູບ​ເປັນ​ທີ່​ລະ​ນຶກ​ທີ່​ສວຍ​ງາມ​ໃນ​ໂອ​ກາດ​ມາທ່ອງ​ທ່ຽວ

ຕອບກັບ

ຂ່າວ/ບົດ​ອື່ນ