ຕົ້ມເຄັມປາເຍິນເຮົ້າ - ເຍື່ອງອາຫານພິເສດຂອງດິນແດນຮ່ານາມ

(VOVWORLD) -        ບໍ່ຮູ້ວ່ານັບແຕ່ຍາມໃດທີ່ຊາວບ້ານເຍິນເຮົ້າຕາແສງ ຮວ່າເຮົ້າ ເມືອງຫຼີເຍິນ ແຂວງຮ່ານາມມີປະເພນີເຮັດຕົ້ມເຄັມປາໃນໂອກາດບຸນປີໃໝ່ປະຈຳຊາດຫຼືບຸນເຕັດວຽນມາເພື່ອໄຫວ້ບູຊາປູ່ຍ່າຕາຍາຍ ບັນພະບູລຸດແລະ ເຮັດເປັນອາຫານກິນໃນແຕ່ລະວັນ. ແຕ່ລະຄອບຄົວກໍ່ລ້ວນແຕ່ມີໝໍ້ຕົ້ມເຄັມປາເພື່ອຕ້ອນຮັບບຸນເຕັດ ພ້ອມທັງເອົາໃຫ້ລູກຫຼານໃຊ້ເປັນຂອງຕ້ອນເມື່ອອອກເດີນທາງໄປແດນໄກ. ແລະ ນັບແຕ່ນັ້ນມາ ເຍື່ອງອາຫານຕົ້ມເຄັມປາໄດ້ກາຍເປັນອາຊີບຢູ່ບ້ານເຍິນເຮົ້າ ແລະ ໄດ້ມີຊື່ສຽງໂດ່ງດັງຢູ່ທົ່ວທຸກແຫ່ງ
ຕົ້ມເຄັມປາເຍິນເຮົ້າ - ເຍື່ອງອາຫານພິເສດຂອງດິນແດນຮ່ານາມ - ảnh 1ເຍື່ອງອາຫານຕົ້ມເຄັມປາໄດ້ກາຍເປັນອາຊີບຢູ່ບ້ານເຍິນເຮົ້າ

     ຕົ້ມເຄັມປາເຍິນເຮົ້າຫຼືເອີ້ນວ່າຕົ້ມເຄັມປາບ້ານດ້າຍຮວ່າງ,ຕົ້ມເຄັມປາບ້ານຫວູດ້າຍ, ຕົ້ມເຄັມປາຮ່ານາມກໍ່ລ້ວນແຕ່ແມ່ນຊື່ເອີ້ນອາຫານຕົ້ມເຄັມປາທີ່ມີມາແຕ່ດົນນານຂອງບ້ານຫວູດ້າຍປັດຈຸບັນແມ່ນບ້ານເຍິນເຮົ້າເມືອງຫຼີເຍິນແຂວງຮ່ານາມ. ເຍື່ອງອາຫານຕົ້ມເຄັມປາທີ່ມີມາແຕ່ດົນນານນີ້ ໄດ້ມີຊື່ສຽງຢູ່ທົ່ວທຸກແຫ່ງໃນທົ່ວປະເທດແລະຍັງສົ່ງອອກຂາຍໃຫ້ຕ່າງປະເທດອີກດ້ວຍ. ປັດຈຸບັນຢູ່ ເຍິນເຮົ້າມີວິສາຫະກິດ 7 ແຫ່ງເຮັດເຍື່ອງອາຫານຕົ້ມເຄັມປາດ້ວຍຂອບຂະໜາດໃຫຍ່ ແລະມີຄອບຄົວນັບ 100 ຄອບຄົວກໍ່ປະກອບອາຊີບນີ້ ເນື່ອງໃນໂອກາດບຸນເຕັດກໍ່ມີຕົ້ມເຄັມປານັບໝື່ນໝໍ້ ຖືກສົ່ງໄປຂາຍອອກສູ່ຕະຫຼາດຢູ່ພາຍໃນແລະຕ່າງປະເທດ. ທ່ານເຈິ່ນຊວັນທຶກປະທານສະມາຄົມຜະລິດແລະດຳເນີນທຸລະກິດຄ້າຂາຍຕົ້ມເຄັມປາເຍິນເຮົ້າຕາແສງຮວ່າເຮົ້າໃຫ້ຮູ້ວ່າ:

      “ຮວ່າເຮົ້າມີອາຊີບເຮັດຕົ້ມເຄັມປາທີ່ມີມາແຕ່ດົນນານເມື່ອກ່ອນນີ້ຕົ້ນຕໍແມ່ນ ເຮັດເພື່ອໃຊ້ເປັນຂອງຂວັນໃຫ້ແກ່ອ້າຍນ້ອງໝູ່ເພື່ອນ... ພາຍຫຼັງທີ່ຄວາມຕ້ອງການກິນຕົ້ມເຄັມປານັບມື້ນັບຫຼາຍຂຶ້ນນັ້ນຜະລິດຕະພັນຕົ້ມເຄັມປາໄດ້ກາຍເປັນຜະລິດຕະພັນຖືກສົ່ງອອກຂາຍສູ່ຕະຫຼາດ. ຄອບຄົວຂ້າພະເຈົ້າກໍ່ໄດ້ເຮັດຕົ້ມເຄັມປາກ່ອນນີ້ 20 ປີ”.

      ວັດຖຸດິບທີ່ກະກຽມເພື່ອແຕ່ງເຍື່ອງອາຫານຕົ້ມເຄັມປາເຍິນເຮົ້າແມ່ນງ່າຍດາຍທີ່ສຸດ ມີພຽງແຕ່ສິ່ງຂອງຫາໄດ້ງ່າຍຢູ່ເຂດບ້ານນາຫວຽດນາມຄືຫົວຂີງ, ຫົວຂ່າ, ໝາກນາວ, ໝາກເຟືອງ... ສຳລັບປາປະເພດທີ່ເລືອກເອົາເພື່ອຕົ້ມເຄັມແມ່ນປາໂຄດດຳໃຫຍ່. ປາຕ້ອງເຮັດໃຫ້ສະອາດຫຼັງຈາກນັ້ນ ກໍ່ຕັດເປັນຕ່ອນ. ຫົວຂີງຫົວຂ່າຕ້ອງຕຳໃຫ້ແຫຼກ ສຳລັບໝາກເຟືອງກໍ່ຕ້ອງຊອຍເປັນຕ່ອນບາງໆ.ສຳລັບໝໍ້ໃຊ້ເພື່ອຕົ້ມເຄັມປານັ້ນ, ດີທີ່ສຸດແມ່ນຕ້ອງເລືອກເອົາໝໍ້ດິນເຜົາເພາະວ່າມັນສາມາດຮັກສາລົດຫອມຂອງປາໄດ້. ທ່ານເຈິ່ນບ໊າຕວ່ານ ເຈົ້າຂອງຮາກຖານເຮັດຕົ້ມເຄັມປາຕວ່ານເຮືອງໃຫ້ຮຸ້ວ່າ:

     “ຢາກເຮັດໄດ້ໝໍ້ຕົ້ມເຄັມປາໃຫ້ແຊບນັ້ນ ທຳອິດຕ້ອງອີງໃສ່ບົດຮຽນຂອງຜູ້ທີ່ມີປະສົບການໃນການຕົ້ມເຄັມປາ. ທີສອງແມ່ນຕ້ອງເລືອກເອົາບັນດາວັດຖຸດິບເພື່ອຕົ້ມເຄັມປາ, ພວກຂ້າພະເຈົ້າກໍ່ຕ້ອງເລືອກເອົາປາກິນຫຍ້າບໍ່ກິນອາຫານອຸດສາຫະກຳຕ້ອງເລືອກເອົາປາໂຕໃຫຍ່ ແລະຍັງເປັນ. ນອກຈາກນັ້ນສຳລັບຫອມບົ່ວຫົວຂ່າຫົວຂີງ ໝາກເຜັດໝາກນາວກໍ່ຕ້ອງເລືອກເອົາແນວທີ່ດີໆ. ຕົ້ມເຄັມປາແຕ່ລະໝໍ້ກໍ່ມີສູດຕາ່ງຫາກແລະແຕ່ລະເຂດແຄວ້ນກໍ່ຕ້ອງປຸງແຕ່ງດ້ວຍລົດຊາດຕ່າງຫາກ. ດັ່ງນັ້ນເມື່ອຂາຍໃຫ້ແຂກຢູ່ພາກໃຕ້ ພວກຂ້າພະເຈົ້າກໍ່ເຮັດຫວານກວ່າສ່ວນແຂກພາກກາງກໍ່ຕ້ອງເຮັດເຜັດກວ່າ”.

      ເມື່ອເຮັດຕົ້ມເຄັມປາ ຊາວບ້ານເຍິນເຮົ້າໄດ້ຮອງໝໍ້ດ້ວຍຫົວຂ່າ ຫົວຂີງ ຢູ່ທາງລຸ່ມ ແລ້ວກໍ່ເອົາໝາກເຜັດ ຫົວສີໃຄໃສ່ຕື່ມ. ຫຼັງຈາກນັ້ນກໍ່ເອົາປາໃສ່ໝໍ້    ແລ້ວກໍ່ເອົາຫົວຂີງຫົວຂ່າໃສ່ເທິງຕື່ມອີກ. ທ່ານເຈິ່ນຊວັນທຶກໃຫ້ຮູ້ວ່າ:

     “ເຮັດຕົ້ມເຄັມປາກໍ່ຕ້ອງໃຊ້ຟືນດ້ວຍໄມ້ໝາກລຳໄຍ ເພາະວ່າຄວັນຂອງໄມ້ໝາກລຳໄຍມີກິ່ນຫອມແລະເມື່ອຕົ້ມເຄັມປາແລ້ວໆ ຖ່ານຟືນກໍ່ຍັງໄໝ້ດີແລະພວກຂ້າພະເຈົ້າສາມາດປັບອຸນຫະພູມໄດ້ງ່າຍກວ່າ”.

        ສຳລັບການເຮັດຕົ້ມເຄັມປາກໍ່ແມ່ນບັນດາຂັ້ນຕອນທີ່ລະອຽດທີ່ສຸດຕ້ອງໃຊ້ເວລາປະມານ 12 ຫາ 15 ຊົ່ວໂມງ ຕົ້ມຈົນຮອດເວລາທີ່ເຫັນໝໍ້ຕົ້ມເຄັມປາຍັງເຫຼືອນ້ຳປະມານບ່ວງໜຶ່ງກໍ່ຈະສຳເລັດ.  ກ່ຽວກັບເຄັດລັບໃນການເຮັດຕົ້ມເຄັມປາທ່ານເຈິ່ນບ໊າຕວ່ານແບ່ງປັນວ່າ:

      “ໜຶ່ງໃນບັນດາເຄັດລັບເພື່ອໃຫ້ໝໍ້ຕົ້ມເຄັມປາແຊບນັ້ນ ແມ່ນຕ້ອງຕົ້ມດ້ວຍໄຟແຮງເພື່ອໃຫ້ນ້ຳຟົດໄວ. ເມື່ອນ້ຳຟົດແລ້ວ ເຮົາກໍ່ຕ້ອງປັບໄຟແລະພຽງແຕ່ຕົ້ມດ້ວຍຖ່ານໃນຕະຫຼອດ 12 ຊົ່ວໂມງ ບໍ່ປະໃຫ້ໄຟລຸກໄໝ້ອີກ”.

     ຫວຽດນາມມີຄຳສຸພາສິດທີ່ວ່າ  “ອາຫານແຊບ ລືມຍາກ” ແລະຖ້າຫາກທ່ານໃດມີໂອກາດໄດ້ຊີມລົດຊາດຂອງຕົ້ມເຄັມປາເຍິນເຮົ້າ ກໍແນ່ນອນວ່າທ່ານຈະບໍ່ມີວັນທີ່ຈະລືມລົດຫອມຂອງປາພ້ອມກັບລົດຊາດພິເສດຂອງເຄື່ອງປຸງ ຊຶ່ງໄດ້ສ້າງຄວາມເປັນເອກະລັກຂອງເຍື່ອງອາຫານພິເສດຢູ່ດິນແດນແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ